Ad

Ad

7 November 2013

ຈັບນັກຕົ້ມຕຸນ



        ເມື່ອວັນທີ 4 ພະຈິກຜ່ານມານີ້, ເຈົ້າໜ້າທີ່ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ໄດ້ຈັບຕົວ ທ້າວ ບົວສີ ຫລື ອຸ້ຍ ອາຍຸ 47 ປີ ອາຊີບກຳມະກອນ ຢູ່ບ້ານ ໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພາຍຫລັງຜູ້ກ່ຽວພ້ອມກັບ ໝູ່ຈຳນວນໜຶ່ງເຄື່ອນໄຫວຕົ້ມຕຸນເອົາຊັບພົນລະເມືອງ ດ້ວຍການຕັ້ງໂຕະລົງພະນັນ ກ໋ອກເມັດສາລີ ແລະ ແກ່ນໝາກຂຽບ ໃນ ງານຕະຫລາດນັດເດີ່ນທາດຫລວງ ໂດຍ ເຈົ້າໜ້າທີ່ສາມາດຢຶດໂຕະ ແລະ ອຸປະກອນໃນການຕົ້ມຕຸນ ແລະ ເງິນສົດຈຳນວນ 6 ແສນກີບ, ສ່ວນໝູ່ທີ່ຮ່ວມຂະບວນການດຽວກັນ (ຂາເຊີຍ) ແມ່ນສາມາດເອົາຕົວ ຫລົບໜີໄປໄດ້.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຫລິ້ນກ໋ອກເມັດສາລີ ແລະ ແກ່ນໝາກຂຽບ ແມ່ນວິທີການຕົ້ມຕຸນເອົາຊັບພົນລະເມືອງຮູບແບບ ໜຶ່ງທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ ອຸປະກອນປະກອບມີໂຕະນ້ອຍ ໜຶ່ງໜ່ວຍສາມາດພັບໄດ້ ແລະ ເຄື່ອນຍ້າຍໄດ້ສະ ດວກ ແລະ ຂຽນໂຕເລກ 1-4 ເພື່ອເປັນບ່ອນລົງພະນັນເງິນຈາກການທວາຍເມັດສາລີ, ແຕ່ຄວາມຈິງແລ້ວຜູ້ທີ່ເປັນເຈົ້າຂອງ
ແມ່ນມີວິທີໂກງເພື່ອເອົາຊັບຂອງຜູ້ທີ່ມາຫລິ້ນ ເຊິ່ງຜ່ານມາມີຜູ້ຕົກເປັນເຫຍື່ອເສຍເງິນເປັນຈຳນວນຫລາຍໃຫ້ຂະບວນການດັ່ງ ກ່າວ. ສະນັ້ນ ຈຶ່ງເຕືອນມາຍັງປະຊາຊົນຈົ່ງມີສະຕິຢ່າຫລົງເຊື່ອການຕົວະຍົວະຂອງຂະບວນການດັ່ງກ່າວ ແລະ ຖ້າພົບເຫັນໃຫ້ ແຈ້ງຕໍ່ເຈົ້າໜ້າທີ່ທັນທີເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

1 comment:

  1. ຂ້າພະເຈົ້າວ່າແລ້ວ! ມື້ກ່ອນຂ້າພະເຈົ້າໄປຍ່າງຫຼິ້ນສວນເຈົ້າອານຸ ຊ່ວງແລງໆ ເຫັນພວກນີ້ 2 ກຸ່ມພວມມຸກມຸ້ນກົ້ມໜ້າກົ້ມຕາປ່ອຍແກ່ນສາລີເທິງໜ້າໂຕະ ໂດຍມີຈອກ ຫຼື ຝາໃດໜຶ່ງງວຳເອົາແກ່ນສາລີນັ້ນ,ແລະ ອີກ 2-3 ຄົນ (ເປັນພວກດຽວກັນແນ່ນອນ, ຂ້າພະເຈົ້າຄິດວ່າແນວນັ້ນ) ເອົາເງິນລົງໜ້າໂຕະຕາມໂຕເລກທີ່ເຫັນ ແລະ ກໍ່ຖືກຕາມຈຳນວນແບບງ່າຍໆ ມີໃບຫ້າສິບພັນ ແລະ ໃບແສນ , ແລະແລ້ວພາບທີ່ເຮັດໃຫ້ຂ້າພະເຈົ້າຕັດສິນໃຈຍ່າງໜີແມ່ນມີຍິງສາວຄົນໜຶ່ງທຸ້ມຫຼາຍສົມຄວນ ແຖມຍັງມີຄົນຍົວະໃຫ້ລົງຫຼາຍໆ ໂດຍແມ່ນພວກດຽວກັນເປັນຄົນທ້າ ພໍເປີດຝານັ້ນອອກມາ ອະນິດຈາຟ້າເອີຍ ສາວນັ້ນໄດ້ແຕ່ແນມພວກມັນຮວບເງິນເຂົ້າຖົງໄປ ຂ້າພະເຈົ້າຢາກຮ້ອງບອກຫຼາຍໆຄົນ ແຕ່ກໍ່ບໍ່ກ້າ

    ReplyDelete