Ad

Ad

7 November 2013

ບໍ່ຄຳ-ທອງເຊໂປນເອົາໃຈໃສ່ພັດທະນາທ້ອງຖິ່ນ



          ບໍລິສັດ​​​ ແອັມແອັມຈີ ລ້ານ​ຊ້າງ​ມີ​ເນ​ໂຣນສ໌ ລິ​ມິ​ເຕັດ ​ຈັດ​ກິດຈະ​ກຳ ​ເຄື່ອນ​ໄຫວ​ຢ້ຽມຢາມ​​ບໍ່​ຄຳ-ທອງ​ເຊ​ໂປ​ນ ປະ​ຈຳປີ 2013 ຂຶ້ນ ໃນລະຫວ່າງ​ວັນ​ທີ 5-8 ພະຈິກນີ້ ທີ່​ເມືອງ​ວິລະ​ບູລີ  ​ແຂວງ​ສະຫວັນ​ນະ​ເຂດ ​ໂດຍສື່​ມວນ​ຊົນຈາກທຸກ​ຂະ​ແໜງ​ການ​ໄດ້​ເຂົ້າ​ຮ່ວມເຊິ່ງຄະນະ​ຮັບ​ຜິດ​ຊອບ​ແຕ່ລະ​ໜ່ວຍ​ງານ ໄດ້​ສະ​ເໜີໃຫ້​ຮູ້ປະຫວັດ​ຄວາມ​ເປັນມາກ່ຽວ​ກັບ​ບໍ່​ຄຳ-ທອງ​ເຊ​   ໂປ​ນ, ການ​ຮຽນ​ຮູ້ ແລະ ການ​ພັດທະນາ​ບຸ​ກຄະ​ລະ​ກອນ​, ການຈັດເ​ຝິກ​ອົບຮົມ ​ແລະ ອື່ນໆພ້ອມ​ນີ້​ ກໍ​ໄດ້​ໄປ​ຢ້ຽມຢາມ​ສູນ​ເຝິກ​ອົບຮົມ​ວິຊາ​ຊິ​ບ, ການ​ປູກຝັງ-​ລ້ຽງສັດ ເຊິ່ງເປັນກິດຈະ​ກຳ​ຂອງໂຄງການຈັດ​ຂຶ້ນ​ເປັນ​ໃນ​ທຸກໆ​ປີ .
      ທ່ານ ສອນ​ນາ​ລົງ ສີ​ຊະນະ​ມຸງຄຸນ ຫົວໜ້າ​ໜ່ວຍ​ງານ​ພັດທະ ນາ​ທ້ອງ​ຖິ່ນ ໃຫ້​ຮູ້​ວ່າ: ​ໂຄງການ​ໄດ້​ເອົາ​ໃຈ​ໃສ່​ໃນການ​ພັດ ທະນາ​​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ​ ແລະ ການ​ພັດທະນາ​ບຸກຄະ​ລາ​ກອນ.ນັບ​ແຕ່​​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​​ ໂຄງການ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​​ເສດຖະ ກິດ-ສັງຄົມ ແລະ ຫລຸດຜ່ອນ​ຄວາມທຸກຍາກ​,ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ.​​ໂຄງ ການພັດທະນາ​ທ້ອງ​ຖິ່ນ ກວມ​ເອົາ 3 ຂົງ​ເຂດ​ຄື: ການ​ສະໜັບ ສະໜູນ​
ເມືອງ,ການ​ສະໜັບ​ໜູນ​ຊຸມ​ຊົນ ​ແລະ ການ​ສະໜູນສະ​ໜູນ​ທຸລະ​ກິດ​ທ້ອງ​ຖິ່ນ ເຊິ່ງ​​ຂົງ​ເຂດ​ດັ່ງ ກ່າວ​ລ້ວນ​​ແຕ່​ຊ່ວຍ​​ພັດທະນາ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ ​ປັບປຸງ​ຄຸນ​ນະພາ​ບຊິວິດ​ໃຫ້​ແກ່​ທ້ອງ​ຖິ່ນ ​ທີ່​ດຳລົງ​ຊິວິດ​ຢູ່ໃກ້​ກັບ​​ໂຄງການ​ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ແຮ່ ໃນການສ້າງ​ຄວາມ​ອາດ​ສາ ມາດ​ການ​ເປັນ​ເຈົ້າ​ການ,ພ້ອມ​ນີ້​ ​​ໄດ້​ມີ​ການສົ່ງ​ເສີມ​ຄວາມ​ຮູ້​ສ້າງ ທາງ​ເລືອກ​ໃນ​ການ​ດຳລົງ​ຊິວິດ​ແບບ​ໃໝ່​ທີ່​ບໍ​່ມີ​ລາຍຮັບ​ຈາກ​ບໍ່​ຄຳ​ ໂດຍ​ການ​ສ້າງ​ສູນເ​ຝິກ​ອົບຮົມ ​ເພື່ອ​ປັບປຸງ​ຊິວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ໃນ​ຫລາຍ​ຮູບ​ແບບ​ເຮັດ​ໃຫ້​ເຂົາເຈົ້າມີ​ໂອກາດ​ໃນ​ການ​ສ້າງ​ທຸລະ​ກິດ​ຂອງ​ຕົນ​ເອງ​ເຊັ່ນ:ເຝິກ​ອົບຮົມ​ດ້ານຕັດ ຫຍິບ,ພື້ນຖານ​ການ​ບໍລິຫານ​ທຸລະກິດ, ການ​ປູກຝັງ-​ລ້ຽງ ສັດ​ເປັນ​ສິນຄ້າ ​ແລະ ອື່ນໆ.
        ປັດຈຸ​ບັນ​ ມີ 17 ກຸ່ມ​ທຸ​ລະ​ກິດ​ທີ່​ສະໜອງ​ສິນຄ້າ ​ແລະ ການ​ບໍລິ ການ​ໃຫ້​ແກ່​ບໍລິ​ສັດ ສາມາດສ້າງ​ລາຍ​ຮັບ​ຫລາຍ​ກວ່າ 12,6 ລ້ານ​ໂດ​ລາສະຫະລັດ.ນັບ​ແຕ່​ປີ 2003- 2012 ​​ໄດ້​ມີ​ການ​ລົງທຶນ​ເຖິງ 4,25 ລ້ານ​ໂດ​ລາສະຫະລັດ ​ໃນ​ການ​ສະໜອງ​ການ​ບໍລິການ​ຂອງ​ລັດ​ຂັ້ນ​ພື້ນຖານ ​ແລະ ປັບປຸງ​ມາດຕະ ຖານ​ການ​ດຳລົງ​ຊິວິດ​ຂອງ​ປະ ຊາຊົນ​ໃນ​ທ້ອງ​ຖິ່ນ.ປັດຈຸ​ບັນ​ໄດ້​ສະ ໜອງການເ​ຝິກ​ອົບຮົມ ​ໄດ້ 6 ຫລັກ​ສູດ ແລະ ມີ 326 ຄົນ​ໄດ້​ຮັບ​ການເ​ຝິກ​ອົບຮົມ​ໃນ​ປີ 2012.

No comments:

Post a Comment