Ad

Ad

7 November 2013

ມອບ-ຮັບລາງວັນ ວັນນະກຳສ້າງສັນດີເດ່ັນປະຈຳປີ 2013



             ເພື່ອ​ເປັນ​ການສົ່ງ​ເສີມ​ການ​ປະດິດ​ສ້າງ​ຂອງ​ນັກ​ປະພັນ​, ນັກ​ກະວີ, ນັກ​ຂຽນ ໃຫ້​ນຳ​ໃຊ້​ຄວາມ​ສາມາດ​ເຂົ້າໃນ​ການ​ປະ ກອບສ່ວນ​ສ້າງສັນ​ບົດ​ປະພັນ​ເຮັດ​ໃຫ້​ວົງ​ການ​ວັນນະກຳ​ລາວ​ນັບ​ມື້​ອຸດົມສົມບູນ ເພື່ອ​ເຮັດ​ໃຫ້​ວາລະສານ​ວັນນະ​ສິນ​ ເປັນ​ເວທີ​ສົ່ງ​ເສີມ​ການ​ປະພັນ​ວັນນະຄະດີ​ ທັງ​ເປັນ​ການ​ປຸກລະດົມ​ການ​ປະດິດ​ຄິດ​ແຕ່ງ​ດ້ານ​ວັນນະກຳ​ໃຫ້​ເປັນ​ຂະ​ບວນຟົດ​ຟື້ນ ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ໃນ​ວັນ​ທີ 5 ພະຈິກ 2013 ນີ້, ວາລະສານ​ວັນນະ​ສິນ ກະຊວງ​ຖະ​ແຫລ​ງຂ່າວ​ ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ຈັດ​ພິທີ​ມອບ-ຮັບ​ລາງວັນ ວັນນະ​ກຳ​ສ້າງສັນ​ດີ​ເດັ່ນ​ປະຈຳ​ປີ 2013 ຂຶ້ນ ທີ່ ຫໍ​ວັດທະນະທຳ​ແຫ່​ງຊາດ ນະຄອນ ຫລວງ​ວຽງ​ຈັນ ໂດຍ ມີ ທ່ານ ສີ​ວຽງ​ແຂກ ກອນ​ນິວົງ ຫົວ ໜ້າ​ກົມ​ພີ​ມຈຳ​ໜ່າຍ ກະຊວງ (ຖວທ), ທ່ານ ໂອ​ທອງ ຄຳ​ອິນ​ຊູ ຫົວໜ້າ​ອຳນວຍ​ການ​ວາລະສານ​ວັນນະ​ສິນ ແລະ ທ່ານ ນາງ ຜິວ​ລາ​ວັນ ຫລວງ​ວັນນາ ວ່າການ​ປະ ທານສະມາຄົມນັກ​ປະພັນ​ລາວ​, ມີ​ບັນດາທ່ານ​ຜູ້ຕາງໜ້າ​ກົມ​ກອງ​ອອ້ມຂ້າງ ​ແລະ ນັກ​ປະພັນ, ນັກ​ກະວີ, ນັກ​ຂິດ​ຂຽນເຂົ້າ​ຮ່ວມ.

             ​ລາງວັນ​ທີ່​​ມອບ​ໃນ​ຄັ້ງ​ນີ້, ປະ​ກອບມີ ປະ​ເພດ​ເລື່ອງ​ສັ້ນ ແລະ ບົດກະວີ ເຊິ່ງ​ເລື່ອງ​ທີ່​ໄດ້​ຮັບ​ລາງ ວັນ​ຊະນະ​ເລີດ​​ໄດ້​ຮັບ​ເງິນ 2.500.000 ກີບ  ແລະ ບົດ​ກະວີ ໄດ້​ຮັບ​ເງິນ 2.000.000 ກີບ ພ້ອມ​ໃບ​ຢັ້ງຢືນ ນອກ​ນັ້ນ​ຍັງ​ມີ​ບົດ​ທີ່​ໄດ້​ຮັບ​ລາງ ວັນ​ຊົມ​ເຊີຍ 11 ບົດ ໃນ  ​ນັ​້ນ​ເລື່ອງ​ສັ້ນ 6 ບົດ ​ແລະ ບົດ​ກະວີ 5 ບົດ ​ໂດ​ຍ​ໄດ້​ຮັບ​ເງິນ 300.000 ກີບ ພ້ອມ​​ໃບ​ຢັ້ງຢືນ.
          ຜູ້​ທີ່​ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດ ​ໃນ​ຄັ້ງ​ນີ້ ມີ 2 ທ່ານ ຄື:  ​ທ່ານ ສົມ​ໃຈ ຈັນທະ​ວົງ ​​ໃນ​ເລື່ອງສັ້ນ “ ແຫວນ​ຄຳ ”  ​ແລະ ທ່ານ ສານ​ສິນ​ທອງ ( ສອນ​ສິນ​ໄຊ ) ໃນ​ບົດ​ກະວີ “ ແສ້​ຫວາຍ​ປາຍ​ມື​ແມ່ ” ໃຫ້ກຽດ ມອບ​ໂດຍ​ທ່ານ ສີ​ວຽງ​ແຂກ ກອນ​ນິວົງ ​ແລະ ລາງວັນ​ຊົມ​ເຊີຍ​ມີ​ທັງ​ໝົດ 11 ທ່ານ ມອບ​ໂດຍ​ທ່ານ ໂອ​ທອງ ຄຳ​ອິນ​ຊູ ທັງ​ນີ້​ກໍ​ເພື່ອ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ກະຕືລື​ລົ້ນ​ສ້າງ​ບົດ​ປະພັນ, ບົດ​ກະ ວີ, ​ເລື່ອງ​ສັ້ນ ແລະ ອື່ນໆ​ ອອກ​ມາ ສູ່​ສາຍຕາ​ມວນ​ຊົນ​ເລື້ອຍໆ.
          ​ໂອກາດ​ດັ່ງກ່າວ ທ່ານ ໂອ​ທອງ ຄຳ​ອິນ​ຊູ ໃຫ້​ຮູ້​ວ່າ: ລາງວັນ​ສິນ​ໄຊ ​ແມ່ນ​ລາງ​ວັນ ວັນນະກຳ​ສ້າງ ສັນ​ດີ​ເດັ່ນ ເຊິ່ງ​ໄດ້​ມີ​ແນວ​ຄິດ​ລິ​ເລີ່​ມຂອງ​ຄະນະ​ອຳນວຍ​ການ, ຄະ ນະ​ບັນນາທິການ​ວາລະສານ​ວັນນະ​ສິນ ມາ​ແຕ່​ປີ 2003 ແລະ ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ປີ 2004 ເຊິ່ງ​ເປັນ​ລາງວັນ​ທີ່​ມອບ​ໃຫ​້​ແກ່​ຜູ້​ປະພັນ​ບົດ​ວັນນະຄະດີ​ສາມ​ປະ​  ເພ​ດຄື: ນາ​ວະ​ນິຍາຍ, ​ເລື່ອງ​ສັ້ນ ແລະ ກະວີ ເຊິ່ງ​ມີ​ຂອບ​ເຂດ​ເນື້ອ​ໃນ​ປະດິດ​ຄິດ​ແຕ່ງ, ຍ້ອງຍໍ​ສັນລະ​ເສີນ​ຜົນງານ​ດີ​ເດັ່ນ​ໃນ​ຂະ​ບວນ ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ຕ້ານ​ປະ ກົດ​ການ​ຫຍໍ້​ທໍ້​ຕ່າງໆ​ໃນ​ສັງ​ຄົມ ​ແລະ ​ໃຫ້​ຂໍ້​ຄິດ​ສ້າງສັນ ໂດຍ​ບໍ່​ຈຳ ກັດ​ຄວາມ​ຍາວ​ຂອງ​ບົດ​ຂຽນ.

1 comment:

  1. ດີໃຈນຳທຸກທ່ານທີ່ໄດ້ກຽດຕິຍົດແຫ່ງການປະພັນຂອງວັນນະກຳລາວ ຊົມເຊີຍ! ຊົມເຊີຍ!
    ແລ້ວຈະອ່ານບົດທີ່ໄດ້ຮາງວັນຊະນະເລີດຢູ່ໃສໄດ້ນໍ້ ຢາກອ່ານແລ້ວໄປເລົ່າສູ່ໝູ່ຟັງເດ

    ReplyDelete