ໂຄງການສີດສອນພາສາອັງກິດສະເພາະໃຫ້ແກ່ເຈົ້າໜ້າທີ່ລາວຄັ້ງທໍາອິດ ໄດ້ຈັດຂື້ນໃນ
ເດືອນຕຸລາທີ່ສະຖານບັນການ ຕ່າງປະເທດກ່ຽວກັບວຽກງານ ພາສີສາກົນ ໂຄງການສີດສອນພາສາອັງກິດຄັ້ງທີ ສອງນີ້ຈະເລັ່ງລັດໃສ່ວຽກງານດ້ານກະສິກໍາ
ແລະ ການຮັບປະກັນທາງດ້ານ ສະບຽງຫາຫານຈະໄດ້ດໍາເນີນ ໄປເຖິງວັນທີ 12 ເດືອນພະຈິກ 2013.
ມີເຈົ້າໜ້າທີ່ລາວ 16 ທ່ານ ທີ່ມາຈາກພາກສ່ວນກ່ຽວຂ້ອງ
ເຂົ້າຮ່ວມໂດຍຈະໄດ້ຮຽນຮູ້ກ່ຽວກັບວິທີຂຽນໃບຂ່າວ ແລະ ການຂຽນບົດວິພາກໂຄງການ, ການສົນທະນາຫາຫລືກັນ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ,
ແລະ ມີການສ້າງ ແລະ ກ່າວສະ ເໜີບົດໂຄງການທີ່ກ່ຽວຂ້ອງກັບໜ້າວຽກໂຄງການທີ່ນັກສໍາມະນາກອນພວມປະຕິບັດ.
ພາຫລັງສໍາເລັດການເຂົ້າຮ່ວມການເຝິກອົບຮົມນີ້ແລ້ວ,
ນັກສໍາມະນາກອນຈະໄດ້ນໍາເອົາຄວາມຮູ້ໄປນໍາໃຊ້ເພື່ອປັບປຸງ ວຽກງານການຂຽນ, ການອ່ານ, ການຝັງ
ແລະ ທັກສະຄວາມສາ ມາດໃນການເວົ້າພາສາອັງກິດ ເຂົ້າໃນໂຄງການທີ່ພົວພັນກັບ ໂຄງການຕ່າງໆທີ່ການສົນທະນາກັນຜ່ານທາງວິດີໂອຄອນເຟີເຮັນ
ແລະ ຫລັກສູດການຮຽນ ພາສາອັງກິດທາງໄກຜ່ານທາງອິນ ເຕີເນັດ.
ໂຄງການສິດສອນພາສາ ອັງກິດແບບດຽວກັນນີ້ຈະຖືກຈັດຂຶ້ນໃນທ້າຍເດືອນພະຈິກ.
ທຸກໆການເຝິກອົບຮົມສອນພາສາອັງ ກິດແມ່ນສອນຮ່ວມກັນລະຫວ່າງອາຈານສອນພາສາອັງກິດທີ່ເຮັດວຽກໃຫ້ກັບກະຊວງການຕ່າງປະເທດຂອງສະຫະລັດອາເມລິກາ
ເຊິ່ງໄດ້ຮັບການຮ່ວມມືກັບສະຖານທູດສະຫະລັດອາເມລິກາທີ່ນະຄອນຫລວງວຽງຈັນ ແລະ ສອນພາສາອັງກິດຈາກ
ສຖາບັນການຕ່າງປະເທດກະຊວງການຕ່າງປະເທດ.
ໂຄງການສອນພາສາອັງກິດດັ່ງກ່າວນີ້ໄດ້ຈັດຂື້ນໃຫ້ກັບບັນດາປະເທດເຂດແມ່ນໍ້າຂອງ
ຕອນລຸ່ມ Lower Mekong Init iative(LMI) ເຊິ່ງເປັນຄວາມພະຍາຍາມຂອງລັດຖະບານສະຫະລັດອາເມລິກາ
ເພື່ອເປັນການເພີ່ມການຮ່ວມມືກັນຢູ່ ໃນຂົງເຂດດັ່ງກ່າວຂອງປະເທດຕ່າງໆທາງດ້ານການສຶກສາ, ພະລັງງານ,
ສິ່ງແວດລ້ອມ, ກະສິກໍາ ແລະ ການຮັບປະກັນທາງ ດ້ານສະບຽງອາຫານ, ດ້ານສາທາລະນະສຸກພ້ອມທັງການເຊື່ອມຕໍ່ກັນຂອງວຽກງານຕ່າງໆ.
ເພື່ອຊ່ວຍເພີ່ມຂີດຄວາມສາມາດ ທາງດ້ານຄວາມຮູ້ພາສາອັງກິດໃຫ້ແກ່ເຈົ້າໜ້າທີ່ຈາກບັນດາປະເທດຢູ່ເຂດແມ່ນໍ້າຂອງຕອນລຸ່ມໄດ້ຮັບການພັດທະນາດີຂຶ້ນ.
No comments:
Post a Comment