Ad

Ad

21 September 2015

ຮູ້ພໍກະ​ເທີນ ​ໄປ​ບໍ່​ທັນ​ບ້ານ​ເພິ່ນ ( ຄໍ​ລຳ ບັນຫາ​ຈານ​ແຍ່ )

     ຈານແຍ່ໄດ້ຍິນຈົນໄນ່ຫູວ່າ ຄົນລາວເຮົານີ້ຮຽນປ່ອງ ໂດຍສະເພາະແມ່ນຮຽນພາສາຕ່າງປະເທດ, ຮຽນຄາວດຽວກໍ ຂຽນໄດ້ເວົ້າໄດ້. ນອກຈາກນັ້ນ ກໍຍັງເຄີຍໄດ້ຍິນຄົນຕ່າງປະເທດຍ້ອງຄົນລາວວ່າເວົ້າພາສາຕ່າງປະເທດຖືກສຽງຖືກສຳນຽງ ມີບາງຄົນອອກສຽງປານກັບວ່າພາສານັ້ນເປັນພາສາແມ່ມາແຕ່ກຳເນີດ. ໄດ້ຍິນຄຳຍ້ອງຍໍແບບນີ້ເທື່ອໃດໃນເບື້ອງຕົ້ນຈານ ແຍ່ກໍຈີກຮອຍຍິ້ມຈົນແຈສົບຊິແຫລ່ງຄຸງຫູ, ເຫັນແຂ້ວທັງ 32 ເຫລັ້ມ (ຕອນນັ້ນແຂ້ວຍັງຢູ່ກັນຄົບ), ແຕ່ດຽວນີ້ການຍິ້ມແບບ ກວ້າງໆຄືແນວນັ້ນເລີ່ມເຫືອດຫາຍໄປແລ້ວ ເພາະອັງກິດເຫັນວ່າຄວາມຮູ້ດ້ານພາສາຂອງຄົນລາວເຮົາດຽວນີ້ຍັງຕ້ອງໄດ້ ບຸກຕື່ມອີກຫລາຍໂຍດຈຶ່ງຊິທັນຄົນບ້ານເພິ່ນເມືອງເພິ່ນ, ບໍ່ເວົ້າໄກ ສົມທຽບກັບຄົນໃນປະເທດອ້ອມແອ້ມນີ້ກໍໄດ້.
      ທີ່ວ່າຄົນລາວປາກພາສາຕ່າງປະເທດຖືກສຽງໄດ້ສຳນຽງດີນັ້ນ ຫລາຍຄົນຕ່າງກໍເປັນເອກະພາບກັນວ່າພາສາລາວເປັນ ພາສາທີ່ມີສຳນຽງສຽງແບບເຄິ່ງໆກາງໆ ບໍ່ຂຶ້ນບໍ່ລົງໜັກໂພດແຮງໂພດດ້ວຍການບັນຊາຂອງວັນນະຍຸດ. ການມີສຽງແບບ ເຄິ່ງໆກາງໆນີ້ມັນສອດຄ່ອງກັບສຽງຂອງຫລາຍໆພາສາສຳຄັນຂອງໂລກ ເຊັ່ນພາສາອັງກິດ, ຝຣັ່ງ ແລະ ອື່ນໆ.
      ນອກຈາກຄຳຍ້ອງຍໍວ່າ ຮຽນພາສາຕ່າງປະເທດໄດ້ໄວ, ປາກເກັ່ງ, ອອກສຽງດີ, ສຳນຽງ ຖືກຕ້ອງແລ້ວ ກໍຍັງມີຜູ້ຊົມເຊີຍ ວ່າຄົນລາວວ່າຮູ້ຫລາຍພາສາ, ຝຣັ່ງ-ອັງກິດບວກກັບພາສາບັນ ດາປະເທດໃນເອີຣົບຕາເວັນ ອອກ, ບໍ່ນັບພາສາປະເທດໃກ້ ຄຽງ, ມີຫລາຍຄົນຮູ້ຮອດ 6-7 ພາສາພຸ້ນ ບໍ່ເຊື່ອທ່ານລອງໄປ ນັ່ງຟັງເພງຢູ່ຮ້ານອາຫານສະຫລອງໄຊ ໂຮງແຮມລ້ານຊ້າງ ເບິ່ງ, ທ່ານກໍຈະຕື່ນເຕັ້ນໃນຄວາມສາມາດຂອງພິທີກອນທີ່ຮູ້ທຸກໆພາສາຂອງແຂກທີ່ເຂົ້າໄປສະໜັບສະໜູນຢູ່ຮ້ານ.

      ທີ່ວ່າດຽວນີ້ຮອຍຍິ້ມຂອງຈານແຍ່ເລີ່ມຫົດຫ່ຽວຈືດຈາງລົງກໍຍ້ອນສັງເກດວ່າຄົນລາວເຮົາຍັງບໍ່ຮູ້ພາສາຢ່າງເລິກເຊິ່ງ ພໍເປັນການເປັນງານອີ່ຫລີ. ມີຄົນຮຽນຈົບມາແຕ່ຫວຽດນາມເປັນກອງ ແຕ່ພໍຮອດຍາມຊອກນັກແປພາສາຫວຽດນາມພັດຍາກ ປານຊອກຢືມຫວີນຳຄູບາ, ຕ່າງກັບທີ່ຂຽນໄວ້ໃນໃບສະໝັກເຂົ້າ ເປັນພະນັກງານ. ຫລາຍຄົນມັກ ອ້າງວ່າພາສາໃດກໍຮູ້, ເວລາຄັດ ເລືອກເປັນຜູ້ແທນໄປຕ່າງປະ ເທດ ໃຜໆກໍອອກເອກວ່າຮູ້ພາ ສາບາດເວລາໄປແທ້ພັດເວົ້າເມື່ອຍມືຫລາຍກວ່າເມື່ອຍປາກ. ເວົ້າແນວນີ້ຈານແຍ່ບໍ່ໄດ້ຕີລວາດ ກວາດພຽງ, ຜູ້ທີ່ເກັ່ງແທ້ກໍມີແຕ່ ມັນໜ້ອຍເກີນໄປເມື່ອທຽບກັບການລົງທຶນລົງຮອນຂອງພັກ- ລັດ ກໍຄືຂອງຄອບຄົວ ເພື່ອໃຫ້ ຄົນລາວ, ໃຫ້ລູກໆຫລານໆຮູ້ພາ ສາຕ່າງປະເທດ. ເຫດໃດຈຶ່ງເປັນແນວນີ້ ? ຈານແຍ່ຖາມ ເອງແລ້ວ ກໍຕອບເອງວ່າ ຍ້ອນພວກເຮົາ ສ່ວນໃຫຍ່ຍັງຮຽນພາສາຕ່າງ ປະເທດແບບນົກແກ້ວ, ຮຽນ ແບບແລ່ນນຳຄຳພີ ບໍ່ເນັ້ນເປົ້າ ໝາຍທີ່ຕົນຕ້ອງການນຳໃຊ້ພາ ສານັ້ນໆ, ພວກເຮົາຍັງຮຽນພາ ສາຕ່າງປະເທດແບບອາໄສຄູ ເປັນຈຸດໃຈກາງ ແຕ່ຂາດຫົວຄິດ ປະດິດສ້າງ ເພື່ອຊອກແບບສະ ໝັກຮຽນທີ່ເປັນຂອງຕົນເອງ.
      ທຸກຄັ້ງເມື່ອໄປຫວຽດນາມ, ຈານແຍ່ຕົກຕະລຶງຊຶງເຊີ້. ບຸກຄົນທີ່ເຄີຍໃຊ້ພາສາກືກ (ພາສາອັງກິດ) ກັບຈານແຍ່ເມື່ອ ປີກ່ອນ, ປີນີ້ເຂົາລົມເຂົ້າເລື່ອງ. ຖາມວ່າເຂົາຮຽນວິທີໃດ, ເຂົາຕອບວ່າ ຮຽນຕາມຄວາມຈຳເປັນຂອງວຽກງານ. ນອກນັ້ນຍັງເຄີຍພົບເພື່ອນເກົ່າທີ່ຮຽນນຳກັນຢູ່ຕ່າງປະເທດເມື່ອ 30 ປີກ່ອນ. ເຫັນກັນປັບ, ເຂົາກໍເວົ້າພາສາທີ່ຮຽນນຳກັນໃສ່. ຈານແຍ່ເກືອບຫງາຍເງີບເພາະພາສາທີ່ວ່ານັ້ນຈານແຍ່ໄດ້ຕີກັບປະເທດເດີມແລ້ວ. ຢູ່ຫວຽດນາມການຮຽນພາສາ ຕ່າງປະເທດ ເຂົາມີຍຸດທະສາດ “ບຸກ” ແລະ ຍຸດທະສາດ “ຈຶ້ງ” ບຸກແມ່ນບຸກອັງກິດ, ພາສາເອອີຊີ, ສ່ວນພາສາຈຶ້ງ (ຈຶ້ງໄວ້ດຶງໄວ້ ບໍ່ໃຫ້ມັນ ສູນເສຍ) ກໍຄືພາສາບັນດາປະເທດທີ່ຊາວຫວຽດນາມ ເຄີຍໄປສຶກສາຮໍ່າຮຽນມາ ເຊັ່ນ ພາສາຣັດເຊຍ, ບູນກາຣີ, ຮົງກາຣີ, ເຊັກໂກ, ໂປໂລຍ ແລະ ອື່ນໆ. ຖາມວ່າເຂົາພາກັນຈຶ້ງແນວໃດ ມັນຈຶ່ງຢູ່, ເຂົາຕອບວ່າ ເຂົາຈັດ ໃຫ້ມີກົນໄກພົບປະສົນທະນາກັນ ລະຫວ່າງຄົນໃນກຸ່ມພາສາດຽວ. ນອກນັ້ນ ກໍນຳໃຊ້ເຄື່ອງມືສື່ສານ ທັນສະໄໝ (ອິນເຕີເນັດ) ພົວພັນກັບຄົນໃນປະເທດເປົ້າໝາຍ ເພ່ືອ ໃຫ້ໄດ້ໃຊ້ພາສາ.
      ຢູ່ບ້ານເຮົາລອງຖາມເບິ່ງວ່າພາສາຣັດເຊຍທີ່ມີຄົນລາວໄປຮຽນໄປເຝິກອົບຮົມກວ່າ 5 ພັນ ຄົນນັ້ນ ມີຈັກຄົນຍັງປາກໄດ້ ຂຽນເປັນ ?.

       ຂໍສະເໜີວ່າພວກເຮົາໄດ້ອັນໃໝ່ (ພາສາອັງກິດ ແລະ ອື່ນໆ) ແຕ່ບໍ່ຄວນລືມອັນເກົ່າ. ພາສາຕ່າງປະເທດນີ້ ລາວເຮົາ ຍັງຕ້ອງບຸກບືນຕື່ມໃຫ້ຮູ້ເລິກໆ, ໃຊ້ການໃຫ້ໄດ້ແທ້ໆຫາກບໍ່ແມ່ນຄືໄດ້ເປືອກນອກຊື່ໆບາດຊິເອົາແທ້ໆພັດຫົດຮ້າຍກວ່າເຕົ່າ.

No comments:

Post a Comment