Ad

Ad

18 September 2015

ຮອງນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງຈີນ-ອາຊຽນຄັ້ງທີ 12 ທີ່ໜານນິງ

ຕາມການເຊື້ອເຊີນຂອງລັດຖະບານ ສປ ຈີນ, ໃນວັນທີ 16 ກັນຍານີ້, ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ນໍາຄະນະຜູ້ແທນຂັ້ນສູງຂອງລາວໄປຮ່ວມງານວາງສະແດງຈີນ-ອາຊຽນຄັ້ງທີ 12 ຢູ່ເມືອງໜານນິງ ແຂວງກວາງຊີ ສປ ຈີນ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-21 ກັນຍາ 2015 ໃນຫົວຂໍ້ ການສ້າງເສັ້ນທາງສາຍໄໝທາງທະເລແຫ່ງສັດຕະວັດທີ 21, ການສ້າງແຜນແມ່ບົດໃນການຮ່ວມມືທາງທະເລທີ່ເປັນຮູບປະທໍາເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງອາຊຽນ ແລະ ສປ ຈີນ ໃຫ້ນັບມື້ຂະຫຍາຍຕົວສູງຂຶ້ນ.
ງານວາງສະແດງດັ່ງກ່າວແມ່ນງານຂະໜາດໃຫຍ່ຂອງອາຊຽນ-ຈີນໂດຍມີຜູ້ເຂົ້າຮ່ວມເປັນຈໍາຫລາຍໃນແຕ່ລະປີ, ເຊິ່ງເປັນໂອກາດອັນດີໃຫ້ແກ່ປະເທດສະມາຊິກອາຊຽນ ແລະ ສປ ຈີນ ໂຄສະນາສົ່ງເສີມການທ່ອງທ່ຽວ, ການໄປມາຫາສູ່ເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນອາຊຽນ-ສປ ຈີນ ເພື່ອເຜີຍແຜ່ວັດທະນະທໍາອັນດີງາມຂອງແຕ່ລະປະເທດ ແລະ ການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ຄັ້ງນີ້ແມ່ນເປັນການປະກອບສ່ວນສໍາຄັນເຂົ້າໃນການຮ່ວມມືອາຊຽນ-ຈີນ, ເຊິ່ງການນໍາຂອງ ສປປ ລາວ ໄດ້ເຂົ້າຮ່ວມງານເປັນປະຈໍາທຸກປີນັບແຕ່ປີ 2004 ເປັນຕົ້ນມາ. ພ້ອມດຽວກັນນັ້ນ, ຍັງເປັນການເພີ່ມທະວີຮັດແໜ້ນການຮ່ວມມຶລາວ-ຈີນ, ໂດຍສະເພາະດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ.


ໃນໂອກາດເຂົ້າຮ່ວມງານວາງສະແດງດັ່ງກ່າວ, ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຍັງຈະໄປຢ້ຽມຊົມເຂດເສດຖະກິດໜານນິງເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນໃນການພັດທະນາຢູ່ເຂດດັ່ງກ່າວ ແລະ ໄປຢ້ຽມຢາມໂຮງຮຽນ 67 ຊຶ່ງມີປະຫວັດຄວາມເປັນມາທີ່ຍາວນານ ແລະ ມີຄວາມໝາຍສໍາຄັນຕໍ່ກັບ ສປປ ລາວ ໃນການສຶກສາອົບຮົມໃຫ້ແກ່ບັນດາລູກຫລານປະຊາຊົນລາວໃນສະໄໝຕໍ່ສູ້ກູ້ຊາດໄດ້ສຶກສາຮໍ່າຮຽນຢູ່ທີ່ນີ້

No comments:

Post a Comment