Ad

Ad

18 September 2015

ຜົນການເຂົ້າຮ່ວມກອງປະຊຸມສາກົນໃນຫົວຂໍ້ “ການເຝິກຝົນອົບຮົມໃຫ້ພັກມີລະບຽບວິໄນ ແລະ ຄວາມຮັບຜິດຊອບຂອງພັກ ” ທີ່ນະຄອນຫລວງປັກກິ່ງ

      ຄະນະຜູ້ແທນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳພາໂດຍທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມສຸກເສີນ ໃນຫົວຂໍ້ການເຝິກຝົນອົບຮົມໃຫ້ພັກ ມີລະບຽບວິໄນ: ຄວາມຮັບຜິດຊອບຂອງພັກ (To Discipline the Party: Responsibility of the Party)” ທີ່ນະຄອນຫລວງປັກກິ່ງ ສປ ຈີນ ລະຫວ່າງວັນທີ 8-10 ກັນຍາ 2015 ໂດຍມີຄະນະຜູ້ແທນ ພັກກອມມູນິດຈາກບັນດາປະເທດຕ່າງໆເຊັ່ນ: ແມັກຊິກ, ອາຟຣິກາໃຕ້, ໂມຊຳບິກ, ບົດສະວານາ, ເອທີ ໂອເປຍ, ອີຕາລີ, ລູມານີ, ຣັດເຊຍ, ເຢຍລະມັນ, ຝຣັ່ງ, ອັງກິດ, ດານມາກ, ອິດສະລາແອນ, ເນປານ, ປາກິດສະຖານ, ອິນເດຍ, ອົດສະຕຣາລີ…, ໃນນັ້ນ ມີຜູ້ແທນອາວຸໂສຈຳນວນໜຶ່ງເຊັ່ນ: ທ່ານ Armando Guebuza ອະດີດປະທານາທິບໍດີໂມຊຳບິກ, ທ່ານ Festus Mogae ປະທານາທິບໍດີຄົນທີ 3 ບົດສະວານາ, ທ່ານ Thabo Mbeki ອະດີດປະທານາທິບໍດີອາຟຣິກາໃຕ້, ທ່ານ Kevin Rudd ເຄີຍດຳລົງຕຳແໜ່ງ 2 ຄັ້ງ ເປັນນາຍົກ ລັດຖະມົນຕີອົດສະຕຣາລີ ແລະ ອະດີດຜູ້ນຳພັກແຮງງານອົດສະ ຕຣາລີ, ທ່ານ Massimo D’Alema ປະທານາທິບໍດີຄົນທີ 52 ຂອງອີຕາລີ.

      ກອງປະຊຸມດັ່ງກ່າວໄດ້ແບ່ງເປັນ 4 ກຸ່ມສົນທະນາ ເຊິ່ງເນື້ອໃນໃນການຄົ້ນຄວ້າສ່ວນໃຫຍ່ແມ່ນ ກ່ຽວກັບການສ້າງຄວາມເຂັ້ມແຂງພາຍໃນພັກໃຫ້ມີຄວາມຍືນຍົງ, ຕ້ານການສໍ້ລາດບັງຫລວງ, ແນວທາງ ທິດທາງຂອງພັກກຳອຳນາດ ທັບມ້າງການສໍ້ລາດບັງຫລວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ກົດລະບຽບຕ່າງໆ ຂອງພັກວາງອອກ ເຊັ່ນກົດໝາຍແຫ່ງລັດ ແລະ ລະບຽບວິໄນຂອງພັກ, ການຮ່ວມມືສາກົນເພື່ອປ້ອງກັນ ແລະ ການຕໍ່ສູ້ກັບການສໍ້ບາດບັງຫລວງ.
      ຜູ້ເຂົ້າຮ່ວມກອງປະຊຸມເທື່ອນີ້ຍັງໄດ້ຮັບຟັງ ແລະ ແລກປ່ຽນຄຳຄິດຄຳເຫັນລະຫວ່າງຄະນະຈັດຕັ້ງ ກອງປະຊຸມຮ່ວມກັບບັນດາຂະບວນການພັກກອມມູນິດໃນສາກົນ ກ່ຽວກັບການກໍ່ສ້າງພັກທີ່ກຳອຳນາດໃຫ້ ເຂັ້ມແຂງ ມີລະບຽບວິໄນຢ່າງເຄັ່ງຄັດ ເພື່ອຕໍ່ສູ້ ແລະ ຕ້ານການສໍ້ລາດບັງຫລວງທີ່ຈະນຳມາເຊິ່ງຄວາມ ເຊື່ອມເສຍ ແລະ ລົ້ມລະລາຍມາໃຫ້ແກ່ພັກກຳອຳນາດ. ພ້ອມດຽວກັນນັ້ນ ກໍຕ້ອງໄດ້ມີການຮ່ວມມືກັນ ບໍ່ວ່າໃນພາກພື້ນ ກໍຄືໃນເວທີສາກົນຕ້ານການສໍ້ລາດບັງຫລວງ ເພື່ອຮັກສາຄວາມເຂັ້ມແຂງຂອງພັກກຳອຳ ນາດໃຫ້ມີຄວາມຍືນຍົງ. ຫົວໜ້າຄະນະຜູ້ແທນລາວເຮົາ ກໍໄດ້ອ່ານບົດປະກອບຄຳເຫັນຕໍ່ການສົນທະນາທີ 1 ກ່ຽວກັບວິທີທາງຕ່າງໆໃນການຕ້ານການສໍ້ລາດບັງຫລວງ.

     ໃນໂອກາດດັ່ງກ່າວນີ້, ທ່ານ Wang Qi Shan ຜູ້ຕາງໜ້າກົມການເມືອງພັກກອມມູນິດຈີນ ກໍໄດ້ ຕ້ອນຮັບຄະນະຜູ້ແທນປະເທດຕ່າງໆເຂົ້າຢ້ຽມຄຳນັບ ແລະ ໄດ້ໃຫ້ການໂອ້ລົມກ່ຽວກັບບາງບົດຮຽນຂອງ ການຕໍ່ສູ້ກັບການສໍ້ລາດບັງຫລວງຂອງ ສປ ຈີນ ໃຫ້ຄະນະຜູ້ແທນໄດ້ຮັບຊາບ ໂດຍໄດ້ເນັ້ນໜັກວ່າ: ການຕ້ານການສໍ້ລາດບັງຫລວງຢູ່ ສປ ຈີນ ບໍ່ແມ່ນຂະບວນການຊົ່ວຄາວໃດໜຶ່ງ ຫາກແມ່ນໜ້າວຽກໃຫຍ່ ທີ່ສຳຄັນອັນດັບໜຶ່ງຂອງພັກກອມມູນິດຈີນທີ່ຈະສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ ຍາວນານ ຄຽງຄູ່ກັບການກຳ ອຳນາດຂອງພັກ.

No comments:

Post a Comment