Ad

Ad

29 February 2016

ລົງນາມບັນບົດທຶກຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດກິດຈະກຳທາງດ້ານສາທາລະນະສຸກປະຈຳດ່ານເຂົ້າ-ອອກສະໜາມບິນວັດໄຕ

 ໃນວັນທີ 26 ກຸມພານີ້, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ລົງນາມບັນບົດທຶກຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດກິດຈະກຳທາງດ້ານສາທາລະນະສຸກ ປະຈຳດ່ານເຂົ້າ-ອອກ ສະໜາມບິນວັດໄຕ, ຂຶ້ນທີ່ ສະໜາມບິນວັດໄຕ, ນະຄອນຫຼວງວຽງຈັນ, ລະຫວ່າງທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ແລະ ທ່ານ ດຣ ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ມີບັນດາຜູ້ຕາງໜ້າກົມກອງອ້ອມຂ້າງຂອງສອງກະຊວງເຂົ້າຮ່ວມເປັນສັກຂີພິຍານ.

          ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ໃຫ້ຮູ້ວ່າ: ເພື່ອປະຕິບັດພັນທະຕາມກົດລະບຽບສາທາລະນະສຸກສາກົນ ແລະ ໃຫ້ສອດຄ່ອງກັບກົດໝາຍການບິນ ແລະ ບັນດາຂໍ້ກຳນົດກົດລະບຽບຂອງອົງການການບິນພົນລະເຮືອນສາກົນ, ເຮັດໃຫ້ວຽກງານປະສານງານຮ່ວມມືຂອງສອງຂະ ແໜງການດັ່ງກ່າວໃນການເຝົ້າລະວັງ, ກວດກາ ແລະ ຄົ້ນຫາພະຍາດແຕ່ຫົວທີເພື່ອຕອບໂຕ້ໃຫ້ທັນເວລາ, ຊຶ່ງໄລຍະຜ່ານມາ ຈຸດຜ່ານດ່ານເຂົ້າ-ອອກສະໜາມບິນສາກົນໃນທົ່ວປະເທດເຫັນວ່າເປັນຈຸດທີ່ມີຜູ້ໂດຍ ສານເຂົ້າ-ອອກ ເປັນຈຳນວນຫຼວງຫຼາຍ ແລະ ນັບມື້ເພີ່ມຂຶ້ນ. ດັ່ງນັ້ນຈຶ່ງມີຄວາມສ່ຽງຕໍ່ການເກີດພະຍາດຕິດຕໍ່ຢູ່ໃນໂລກກໍ່ຄືໃນຂົງເຂດພາກພື້ນເຊັ່ນ: ພະຍາດ ຊາຣສ, ໄຂ້ວັດສັກປີກ, ອີໂບລາ, ເມີສ, ຊີກາ ແລະ ພະຍາດອື່ນໆ ກໍ່ຈະສາມາດແຜ່ລະບາດໄດ້, ຖ້າປັດສະຈາກມາດຕະການ ໃນການກັ່ນຕອງ ແລະ ຄົ້ນຫາຄົນເຈັບແຕ່ຫົວທີ ແລະ ອີກຢ່າງໜຶ່ງກໍ່ເພື່ອອຳນວຍຄວາມສະດວກໃຫ້ ແກ່ໜ່ວຍງານສາທາລະນະສຸກ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ເຄື່ອນໄຫວຕາມພາລະບົດບາດວິຊາເພາະຂອງຕົນ.

ສະນັ້ນ, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ແລະ ກົມການບິນພົນລະເຮືອນກະຊວງໂຍ ທາທິການ ແລະ ຂົນສົ່ງ ຈຶ່ງໄດ້ສ້າງບົດບັນທຶກຄວາມເຂົ້າໃຈຂຶ້ນເພື່ອປະສານງານ, ຮ່ວມມືໃນການສະ ກັດກັ້ນ ການແຜ່ລະບາດຂອງພະຍາດທີ່ອາດຈະຖືກນຳມາຂອງຜູ້ໂດຍສານທີ່ເດີນທາງມາແຕ່ຕ່າງປະເທດເຂົ້າມາໃນ ສປປ ລາວ.

No comments:

Post a Comment