Ad

Ad

29 February 2016

ຫ້ອງວ່າການລັດຖະບານຝຶກອົບຮົມເພື່ອກະກຽມໃຫ້ແກ່ບັ້ນເລືອກຕັ້ງ ສສຊ ຊຸດທີ VIII


          ໃນວັນທີ 26 ກຸມພານີ້, ຫ້ອງວ່າການລັດຖະບານ, ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ເອກະສານສຳຄັນ ເພື່ອກະກຽມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນຂັ້ນແຂວງ,ນະຄອນຫລວງ ຊຶ່ງປະກອບມີ:  ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນຳ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງ (ສສຂ); 40 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນັບທັງການເລືອກຕັ້ງ ສສຊ-ສສຂ ເພື່ອໃຫ້ພະນັກງານການນຳຫລັກແຫລ່ງ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນນຳໄປສູ່ການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ທ່ານ ດຣ. ສອນໄຊ ສີພັນດອນ ຫົວໜ້າຫ້ອງວ່າການລັດຖະບານ, ປະທານກອງປະຊຸມໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການເລືອກຕັ້ງຄັ້ງນີ້ ເຊິ່ງເປັນການສືບຕໍ່ສ້າງ ແລະ ບູລະນະລັດປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ. ສະນັ້ນ, ການເລືອກສະມາຊິກສະພາແຫ່ງຊາດ ເຊິ່ງເປັນຕົວແທນແຫ່ງມະນາຈິດ, ສິດ ແລະ ຜົນປະໂຫຍດຂອງປະຊາຊົນຢູ່ໃນສອງສະພາດັ່ງກ່າວແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດ ເຮັດໃຫ້ບັ້ນເລືອກຕັ້ງ ສສຊ-ສສຂ ດຳເນີນໄປດ້ວຍຜົນສຳເລັດຕາມຄາດໝາຍ ຄື: ວັນທີ 20 ມີນານີ້ ທີ່ປະຊຸມຍັງໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ, ສິດ ແລະ ໜ້າທີ່ລວມທັງໂຄງປະກອບຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ພ້ອມທັງຊີ້ໃຫ້ເຫັນຄວາມສຳຄັນຂອງການດຳເນີນກອງປະຊຸມ, ການຮັບຮອງມະຕິ ແລະ ລະບອບວິທີເຮັດວຽກຂອງທັງສອງສະພາ.

ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້ແຈ້ງໃຫ້ຊາບເຖິງສະພາບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 40 ປີຜ່ານມາ ກໍຄືນັບແຕ່ການສະຖາປະນາ ສປປ ລາວ, ເຊິ່ງມີທັງຄວາມສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບທີ່ເປັນປັດໄຈພາໃຫ້ມີຜົນສຳເລັດ ໃນການພັດທະນາປະເທດຊາດໃນທຸກດ້ານ, ໂດຍເສດຖະກິດມະຫາພາກມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນປີ 1981-1985 ສະເລ່ຍ 5,5% ຕໍ່ປີ, ຮອດ ສົກປີ 2014-2015 ເພີ່ມຂຶ້ນສະເລ່ຍ 8%, ລາຍຮັບປະຊາຊົນເພີ່ມຂຶ້ນຈາກ 114 ໂດລາສະຫະລັດ ໃນປີ 1985 ມາເປັນ 1.970 ໃນປີ 2015. 

No comments:

Post a Comment