Ad

Ad

29 February 2016

ເຜີຍແຜ່ຄວາມສໍາຄັນໂພຊະນາການແຕ່ເລີ່ມຕົ້ນຊີວິດ

           ມະຫາວິທະຍາໄລວິທະຍາສາດສຸຂະພາບລາວ ແລະ ເຄືອຂ່າຍໂພຊະນາການນັບແຕ່ເລີ່ມຕົ້ນຂອງຊີວິດປະເທດໄທ, ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານໂພສະນາການນັບຕັ້ງແຕ່ໄລຍະເລີ່ມຕົ້ນຂອງຊີວິດແມ່ນສິ່ງຈໍາເປັນສໍາລັບການພັດທະນາຂອງເດັກໃນທ້ອງ, ເດັກເກີດໃໝ່ ແລະ ເດັກນ້ອຍ ຂຶ້ນໃນວັນທີ 26 ກຸມພານີ້ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ.
          ກອງປະຊຸມດັ່ງກ່າວມີເປົ້າໝາຍເພື່ອສົ່ງເສີມໃຫ້ແມ່ຍິງທີ່ຖືພາ, ເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍຈົນເຖິງອາຍຸ 5 ປີມີສຸຂະພາບດີ, ຫລີກເວັ້ນຈາກພາວະຂາດສານອາຫານ ແລະ ນໍ້າໜັກເກີນ, ໂດຍ
ສະເພາະນັບແຕ່ມື້ທໍາອິດຂອງການຖືພາຈົນເຖິງມື້ເດັກນ້ອຍເກີດມາໄດ້ອາຍຸ 2 ປີຫລືໜຶ່ງພັນວັນມື້ເລີ່ມຕົ້ນຂອງຊີວິດ, ກ້າວໄປເຖິງການເບິ່ງແຍງສຸຂະພາບຂອງພໍ່ແມ່ກ່ອນການວາງແຜນທີ່ຈະມີລູກຈົນເຖິງເດັກເກີດມາມີອາຍຸໄດ້ 5 ປີ, ເພາະມັນກ່ຽວພັນເຖິງການຮັກສາສຸຂະພາບ, ການກິນຢູ່ທີ່ຕ້ອງໄດ້ໃຫ້ຄວາມສໍາຄັນ, ການວາງແຜນຖືພາ, ການຄວບຄຸມນໍ້າໜັກຂອງແມ່ຖືພາ ແລະ ນອກນັ້ນຍັງຕ້ອງຮັບຮູ້ຂໍ້ມູນຂ່າວສານດ້ານໂພຊະນາການທີ່ຖືກຕ້ອງເປັນຕົ້ນ: ການຈະເລີນເຕີບໃຫຍ່ ແລະ ພັດທະນາການຂອງເດັກຕັ້ງແຕ່ຢູ່ໃນທ້ອງແມ່ ແລະ ພາຍຫລັງເກີດຈະມີວິວັດທະນາການ, ຄວນຈໍາເປັນໄດ້ຮັບສານອາຫານທີ່ຖືກຕ້ອງ, ຖືກປະເພດ, ຖືກປະລິມານ ແລະ ໃນເວລາທີ່ເໝາະສົມຈຶ່ງຈະຖືວ່າເປັນເດັກທີ່ມີໂພຊະນາການດີ, ແຕ່ວ່າເດັກທີ່ຢູ່ໃນທ້ອງແມ່ຂາດໂພຊະນາການ, ຂາດສານອາຫານກໍຈະມີຄວາມສໍາພັນດ້ານຜົນກະທົບໃຫ້ແກ່ເດັກຫລັງເກີດອອກມາຈົນເຕີບໃຫຍ່, ຊຶ່ງອາດຈະກາຍເປັນຜູ້ໃຫຍ່ທີ່ມີພະຍາດອັນຕະລາຍເຊັ່ນ: ພະຍາເບົາຫວານ, ຄວາມດັນເລືອດສູງ, ພະຍາດຫົວໃຈຫລືມີພະຍາດປະຈໍາຕົວອື່ນໆທີ່ຄ່ອຍໆຄຸກຄາມຮ່າງກາຍ ແລະ ສຸຂະພາບຢູ່ຕະຫລອດເວລາ ແລະ ເປັນສາເຫດຂອງການເສຍຊີວິດໄດ້.
          ຄະນະຫລັງມະຫາວິທະຍາໄລມະຫາວິທະຍາໄລວິທະຍາສາດສຸຂະພາບ ໃຫ້ຮູ້ວ່າ: ໃນ
ປັດຈຸບັນພະຍາດຊໍາເຮື້ອຊະນິດບໍ່ຕິດຕໍ່ ເຊັ່ນ: ພະຍາດເບົາຫວານ, ໄຂ່ຫລັງຊ້ຳເຮື້ອ, ຄວາມດັນເລືອດ ສູງ, ພະຍາດຫົວໃຈ ແລະ ອື່ນໆແມ່ນມີທ່າອ່ຽງເພີ່ມຂຶ້ນໃນປະຊາຊົນລາວ, ເຊິ່ງເມື່ອກ່ອນຫລາຍຄົນເຂົ້າໃຈວ່າພະຍາດດັ່ງກ່າວເກີດຈາກການດໍາລົງຊີວິດແບບຜິດໆ ເປັນຕົ້ນ: ການເຮັດວຽກໜັກ, ມີຄວາມຕຶງຄຽດ, ບໍ່ອອກກໍາລັງກາຍ ແລະ ກິນອາຫານທີ່ບໍ່ສົມສ່ວນ, ແຕ່ຜ່ານການສຶກສາຈາກນັກ ວິທະຍາສາດການແພດສາກົນພົບວ່າບັນດາພະຍາດຮ້າຍແຮງດັ່ງກ່າວແມ່ນເກີດຂຶ້ນນັບແຕ່ໃນໄລຍະທີ່ຍັງເປັນຕົວອ່ອນໃນທ້ອງຂອງແມ່ທີ່ຖືພາ ແລະ ເມື່ອຜ່ານເວລາອັນຍາວນານຂອງຊີວິດກ້າວສູ່ໄວກາງ ຄົນບັນຫາທີ່ກໍ່ຕົວຕັ້ງແຕ່ເປັນຕົວອ່ອນໃນທ້ອງແມ່ບວກກັບປັດໃນການດໍາລົງຊີວິດຈຶ່ງມັກສະແດງອາການຂອງພະຍາດເຫລົ່ານັ້ນອອກມາ.
  ຜົນການສຶກສາຄົ້ນຄວ້າພົບວ່າເດັກທີ່ຈະເລີນເຕີບໃຫຍ່ບໍ່ດີໃນທ້ອງແມ່ ແລະ ເກີດອອກມາມີນໍ້າໜັກຫລຸດກວ່າ 2,5 ກິໂລ, ເດັກກຸ່ມນີຈະເປັນຜູ້ໃຫຍ່ທີ່ອາດເປັນພະຍາດເບົາຫວານ, ຄວາມດັນ ເລືອດສູງ, ພະຍາດໄຂ່ຫລັງ ແລະ ຫົວໃຈຫລາຍກວ່າເດັກທີ່ເກີດມານໍ້າໜັກປົກະຕິລະຫວ່າງ 2,5-4 ກິໂລ. ດັ່ງນັ້ນ ຈຶ່ງສະຫລຸບໄດ້ໃນວົງການແພດວ່າການພັດທະນາຊີວິດຕັ້ງແຕ່ເລີ່ມຕົ້ນໃນທ້ອງແມ່ຄືຕົວກໍານົດສຸຂະພາບ ແລະພະຍາດໃນອານາຄົດ.

          ກອງປະຊຸມດັ່ງກ່າວມີວິທະຍາກອນຄະນະແພດມາແລກປ່ຽນຄວາມຮູ້ຈາກມະຫາວິທະຍາໄລວິທະຍາສາດສຸຂະພາບລາວ, ສູນໂພຊະນາການ, ກະຊວງສາທາລະນະສຸກລາວ, ຄະນະແພດສາດສິຣິລາດພະຍາບານມະຫາວິທະຍາໄລມະຫິດົນ, ມະຫາວິທະຍາໄລທໍາມະສາດ, ໂຮງໝໍພຣະມົງກຸດກລ້າວ ແລະ ມະຫາວິທະຍາໄລສົງຂຣານະຄະຣິນແຫ່ງຣາຊະອານາຈັກໄທ, ມີບັນດາແພດໝໍ ແລະ ນັກສຶກສາແພດເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment