Ad

Ad

7 February 2017

ນະຄອນຫລວງກໍານົດມາດຕະການເຂັ້ມງວດຕໍ່ການປູກກ້ວຍຂອງຊາວຕ່າງປະເທດ

           ເມື່ອທ້າຍອາທິດຜ່ານມາ, ພະແນກກະສິກໍາ-ປ່າໄມ້ນະ ຄອນຫລວງວຽງຈັນ ໄດ້ເຊີນບັນດາຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ຜູ້ປະກອບການປູກກ້ວຍໃນນະຄອນຫລວງວຽງຈັນເຂົ້າຮ່ວມປຶກສາຫາລືເພື່ອກໍານົດມາດຕະການຄຸ້ມຄອງການປູກພືດດັ່ງກ່າວ, ພາຍຫລັງເຫັນວ່າໄລຍະຜ່ານມາໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບແວດລ້ອມ ແລະ ສັງຄົມຍ້ອນຂາດການຄຸ້ມຄອງທີ່ເຂັ້ມງວດ.
          ຂະແໜງປູກຝັງພະແນກດັ່ງກ່າວໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນ, ເປັນເຂດໜຶ່ງທີ່ມີຊາວຈີນໄດ້ເຂົ້າມາລົງທຶນປູກກ້ວຍສົ່ງອອກໄປປະເທດເຂົາເຈົ້ານັບແຕ່ປີ 2014 ເປັນຕົ້ນມາ, ປັດຈຸບັນມີປະມານ 5
ບໍລິສັດລົງທຶນປູກກ້ວຍຢູ່ເມືອງສັງທອງ ແລະ ເມືອງປາກງື່ມ, ຊຶ່ງຜ່ານການກວດກາຂອງຂະແໜງກ່ຽວຂ້ອງເມື່ອບໍ່ດົນມານີ້ພົບວ່າບັນດາບໍລິສັດດັ່ງກ່າວແມ່ນຍັງດໍາເນີນກິດຈະການບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊັ່ນ: ບໍ່ມີໃບອະນຸຍາດລົງທຶນ, ບໍ່ມີໃບປະເມີນຜົນກະທົບສິ່ງແວດລ້ອມ ແລະ ບາງບໍລິສັດບໍ່ມີໃບທະບຽນວິສາຫະກິດ, ທະບຽນອາກອນ ແລະ ອື່ນໆ. ຈາກບັນຫາດັ່ງກ່າວຈຶ່ງກໍໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມມາຄື: ປີ 2015 ເກີດມີສະພາບປາຕາຍເປັນຈໍານວນຫລາຍຢູ່ສາຍນໍ້າຕອນເມືອງສັງທອງ, ເດືອນກັນຍາ 2016 ໄດ້ມີກໍາມະກອນຢູ່ສວນກ້ວຍບ້ານຊຽງແລທ່າເມືອງປາກງື່ມ 5 ຄົນເບື່ອຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ແລະ ຕົ້ນເດືອນມັງກອນ 2017 ນີ້ກໍມີປະຊາຊົນຈໍານວນໜຶ່ງເກີດເປັນຕຸມຄັນຕາມຮ່າງກາຍພາຍຫລັງລົງອາບນໍ້າຢູ່ສາຍນໍ້າຕອນເມືອງສັງທອງ ແລະ ຍັງມີຫລາຍຫາງສຽງຈາກປະຊາຊົນທີ່ໄດ້ຮັບຜົນກະທົບຈາກການປູກກ້ວຍຂອງນັກລົງທຶນຊາວຕ່າງປະເທດດັ່ງກ່າວ.

           ຕໍ່ສິ່ງຫຍໍ້ທໍ້ດັ່ງກ່າວກອງປະຊຸມໄດ້ເປັນເອກະພາບກັນຄື: ໃນຕໍ່ໜ້ານີ້ທຸກໆບໍລິສັດທີ່ດໍາເນີນກິດຈະການປູກກ້ວຍຕ້ອງໄດ້ປະກອບເອກະສານດໍາເນີນທຸລະກິດໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ບັນດາສິ່ງເສດເຫລືອສານເຄມີອັນຕະລາຍຕ່າງໆ ເຊັ່ນ: ພາຊະນະບັນຈຸຢາປາບສັດຕູພືດຕ້ອງໄປທໍາລາຍຖີ້ມດ້ວຍການຝັງດິນໃນເຂດທີ່ອະນຸຍາດເທົ່ານັ້ນ, ຖ້າມີຈໍານວນຫລາຍຕ້ອງນໍາໄປເຜົາຢູ່ບ່ອນທີ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງເພື່ອຮັບປະກັນບໍ່ໃຫ້ເກີດມົນລະພິດ, ຫ້າມນໍາໃຊ້ຢາປາບສັດຕູພືດທີ່ມີບັນຊີຍົກເລິກນໍາໃຊ້ຂອງ ສປປ ລາວ, ນອກຈາກນີ້ຢາປາບສັດຕູພືດລວມເຖິງຝຸ່ນວິທະຍາສາດ, ຝຸ່ນຊີວະພາບທຸກຊະນິດທີ່ນໍາໃຊ້ເຂົ້າໃນການຜະລິດຕ້ອງຂຶ້ນທະບຽນນໍາກົມປູກຝັງ, ພ້ອມທັງກໍານົດຈໍານວນ, ວັນທີເດືອນປີໃນການນໍາເຂົ້າໃຫ້ລະອຽດຊັດເຈນ, ທຸກພື້ນທີ່ການຜະລິດທີ່ພວມນໍາໃຊ້ ຫລື ຫາກໍສໍາເລັດການໃຊ້ຢາປາບສັດຕູພືດຕ້ອງຕິດປ້າຍຫ້າມເຂົ້າ ແລະ ແຈ້ງໜ່ວຍງານກ່ຽວຂ້ອງກ່ອນໃຊ້ທຸກຄັ້ງ, ນອກຈາກນີ້ຢາປາບສັດຕູພືດທີ່ເຫລືອຈາກການນໍາໃຊ້ບໍ່ໃຫ້ໄປຖອກຖີ້ມຊະຊາຍຕາມຫ້ວຍນໍ້າ, ແຫລ່ງນໍ້າ ແລະ ບ່ອນທີ່ມີສັດລ້ຽງເດັດຂາດ, ຜູ້ເປັນກໍາມະກອນສີດຢາດັ່ງ ກ່າວບໍ່ໃຫ້ເຮັດວຽກເກີນ 4 ຊົ່ວໂມງຕໍ່ວັນ ແລະ ຕ້ອງໃສ່ອຸປະກອນຊຸດປ້ອງກັນຄວາມປອດໄພທຸກຄັ້ງ, ໃນກໍລະນີມີການລະເມີດແມ່ນຈະດໍາເນີນມາດຕະການຕ່າງໆນັບແຕ່ຂັ້ນສຶກສາອົບຮົມ, ປັບໃໝ ແລະ ໃຫ້ປິດກິດຈະການຕາມກໍລະນີໜັກເບົາ, ຊຶ່ງພະແນກດັ່ງກ່າວໃຫ້ຮູ້ວ່າການກໍານົດມາດຕະການເຂັ້ມງວດດັ່ງກ່າວກໍເພື່ອຮັບປະກັນໃຫ້ການຜະລິດກະສິກໍາເປັນສີນຄ້າຕ້ອງໃຫ້ເຂົ້າສູ່ມາດຕະຖານອີນຊີ ແລະ ກະສິກໍາທີ່ດີ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ເປັນມິດກັບສິ່ງແວດລ້ອມ.  

No comments:

Post a Comment