Ad

Ad

7 February 2017

ເຂື່ອນໄຟຟ້າໄຊຍະບູລີຈະສຳເລັດການກໍ່ສ້າງໃນປີ 2019

          ແຫລ່ງຂ່າວສໍານັກຂ່າວສານແຫ່ງປະເທດລາວໃຫ້ຮູ້ວ່າ: ມາ ຮອດປັດຈຸບັນໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳໄຊຍະບູລີມີຄວາມຄືບໜ້າຫລາຍກວ່າ 73% ແລະ ຈະສຳເລັດໃນປີ 2019 ຕາມຄາດໝາຍວາງໄວ້.
          ບໍລິສັດ ໄຊຍະບູລີພາວເວີ ຈຳກັດໄດ້ເປີດເຜີຍໃຫ້ຮູ້ວ່າ: ໂຄງ ການໄຟຟ້າພະລັງງານນ້ຳໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2012 ເປັນຕົ້ນມາລວມມູນຄ່າການລົງທຶນທັງໝົດ ຫລາຍກວ່າ 3 ຕື້ໂດລາສະຫະລັດ, ມີເຄື່ອງຈັກ
ຜະລິດໄຟຟ້າ 8 ເຄື່ອງ, ມີກຳລັງຕິດຕັ້ງທັງໝົດ 1.285 ເມກາວັດໃນນັ້ນ ມີເຄື່ອງຜະລິດໄຟຟ້າຂະໜາດ 175 ເມກາວັດ ຈຳນວນ 7 ຊຸດ, ເພື່ອສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ ໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງຜະລິດໄຟຟ້າ 60 ເມກາວັດ 1 ຊຸດ ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 115 ກິໂລໂວນ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ. 

   ໂຄງການດັ່ງກ່າວ, ເປັນໂຄງການໄຟຟ້າພະລັງງານແບບລະບົບນ້ຳໄຫລຜ່ານທີ່ບໍ່ມີການເກັບກັກນ້ຳ, ຊຶ່ງບໍສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຮ້າຍແຮງ ພຽງແຕ່ໄດ້ຈັດສັນ ແລະ ຍົກຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບຈຳນວນ 458 ຄອບຄົວໃນ 19 ບ້ານ ທີ່ຢູ່ແຄມສອງຝັ່ງຂອງ ລະຫວ່າງແຂວງໄຊຍະບູລີ ແລະ ແຂວງຫລວງພະບາງໄປອາໃສຢູ່ແຫ່ງໃໝ່ດ້ວຍຄວາມປອດໄພ.

No comments:

Post a Comment