Ad

Ad

8 February 2017

ລາວເອົາໃຈໃສ່ປ້ອງກັນພະຍາດໂປລິໂອ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປະເທດລາວເຮົາໄດ້ປະກາດດັບສູນພະຍາດເປ້ຍລ່ອຍ (ໂປລິໂອ) ມາໄດ້ 10 ກວ່າປີແລ້ວ, ແຕ່ພະຍາດດັ່ງກ່າວໄດ້ກັບມາເກີດໃໝ່ຢູ່ບາງທ້ອງຖິ່ນຂອງປະເທດເຮົາໃນ 2015 ຜ່ານມາ, ປັດຈຸບັນການລະບາດຂອງພະຍາດດັ່ງກ່າວກໍສາມາດຄວບຄຸມໄດ້ແລ້ວຍ້ອນບໍ່ພົບເຫັນກໍລະນີເປ້ຍລ່ອຍເກີດຂຶ້ນໃໝ່,ນີ້ກໍຍ້ອນຂະແໜງສາທາລະນະສຸກ, ສຶກສາທິການ ແລະ ກິລາ, ຕະຫລອດຮອດປະຊາຊົນບັນດາເຜົ່າ, ຜູ້ປົກຄອງເດັກ ແລະ ຄູ່ຮ່ວມພັດທະນາດັ່ງ: ອົງການອະນາໄມໂລກ, ອຸຍນິເຊັບ,
US-CDC, Rotarian International of Japan, JICA, KOFIH ແລະ ອື່ນໆ ໄດ້ພ້ອມກັນຈັດຕັ້ງບັ້ນສັກຢາ-ຢອດຢາກັນພະຍາດແຫ່ງຊາດ (ວສຊ) ໂດຍໄດ້ເລີ່ມແຕ່ປີ 2015 ຜ່ານມາຮອດປັດຈຸບັນລວມທັງໝົດ 8 ຮອບ, ໃນນັ້ນ ຮອບທີ 1, 2 ແມ່ນຈັດຢູ່ 3 ແຂວງຄື: ໄຊສົມບູນ, ບໍລິຄຳໄຊ ແລະ ຊຽງຂວາງ ແລະ ນັບແຕ່ຮອບທີ 3 ເປັນຕົ້ນມາແມ່ນໄດ້ຈັດຂຶ້ນໃນທຸກໆແຂວງທົ່ວປະເທດ, ສາມາດຢອດວັກແຊງກັນໂປລີໂອໃຫ້ລູກຫລານອາຍຸລຸ່ມ 15 ປີໄດ້ຢ່າງທົ່ວເຖິງ ແລະ ມີ 67 ເມືອງແມ່ນໄດ້ຢອດໃຫ້ປະຊາຊົນທຸກໆກຸ່ມອາຍຸລວມທັງຜູ້ທີ່ໄດ້ຮັບການຢອດຢາໃນຂະບວນການ ວສຊ ທຸກຮອບຜ່ານມາແມ່ນໄດ້ 13 ລ້ານກວ່າເທື່ອຄົນ, ພ້ອມນີ້ຍັງໄດ້ສືບຕໍ່ຈັດຂະບວນ ວສຊ ຕື່ມອີກ 2 ຄັ້ງໃນທ້າຍປີ 2016 ແລະ ຕົ້ນປີ 2017 ນີ້.ເພື່ອແນ່ໃສ່ເຮັດໃຫ້ ສ ປປ ລາວ ປອດຈາກພະຍາດໂປລີໂອໃນປີ 2020.

No comments:

Post a Comment