Ad

Ad

8 February 2017

ການດື່ມສິ່ງມຶນເມົາເປັນສາເຫດຫຼັກກໍ່ໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ເເລະ ເດັກນ້ອຍ

ໃນກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີ ທາດເຫຼົ້າເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍເມື່ອມໍ່ໆມານີ້, ຮອງປະທານຄະນະກຳມະທິການວັດທະ ນະທຳສັງຄົມສະພາແຫ່ງຊາດໃຫ້ຮູ້ວ່າ: ຈາກຜົນການສຳຫຼວດສະແດງໃຫ້ເຫັນວ່າ: ການດື່ມເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້ານັ້ນພາໃຫ້ເກີດຜົນສະທ້ອນຫຼາຍຢ່າງຕໍ່ຕົນເອງ, ຄອບຄົວ ແລະ ຍັງເປັນໜຶ່ງໃນສາເຫດທີ່ພາໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການເກີດອຸປະຕິເຫດຕາມທ້ອງຖະໜົນ, ການອາລະວາດຕີກັນ ແລະ ການກໍ່ຄວາມບໍ່ສະຫງົບອື່ນໆ, ພ້ອມນັ້ນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າຍັງເປັນສາເຫດຫຼັກທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ເຖິງວ່າຜ່ານມາພາກສ່ວນກ່ຽວຂ້ອງຈະເອົາໃຈໃສ່ໂຄສະນາຜົນຮ້າຍຂອງເຄື່ອງດື່ມດັ່ງ
ກ່າວ, ແຕ່ກໍຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ກົງກັນຂ້າມການໂຄສະນາເຄື່ອງດື່ມທີ່ມີສິ່ງມຶນເມົາຊ້ຳພັດມີລັກສະນະເພີ່ມຂຶ້ນ ແລະ ຍ້ອນເຫັນໄດ້ຄວາມອັນຕະລາຍຈາກເຄື່ອງດື່ມດັ່ງກ່າວ, ພາກສ່ວນກ່ຽວຂ້ອງໄດ້ມີຄວາມພະຍາຍາມໂຄສະນາ, ສຶກສາອົບຮົມ ແລະ ປູກຈິດສຳນຶກໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນ ຕະລາຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ, ແຕ່ໃນຂະນະດຽວກັນການໂຄສະກົດໝາຍດັ່ງກ່າວຍັງມີລັກຊະນະຈຳກັດ, ບໍ່ທັນກ້ວາງຂວາງ, ປະຊາຊົນ ແລະ ຜູ້ປະກອບການຈຳນວນຫຼາຍຍັງບໍ່ທັນຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ, ຈຶ່ງເຮັດໃຫ້ບັນຫາ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ມີສາເຫດມາຈາກເຄື່ອງດື່ມທີ່ມີທາດເຫຼົ້າຍັງມີແຜ່ຫຼາຍ, ຊຶ່ງທັງໜົດນັ້ນລ້ວນແລ້ວແຕ່ແມ່ນສິ່ງທ້າທາຍ ແລະ ຂ້ໍຄົງຄ້າງທີ່ພວກເຮົາໃນສັງຄົມຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂເພື່ອເຮັດແນວໃດໃຫ້ການຈັດຕັ້ງປຕິບັດກົດໝາຍດັ່ງກ່າວມີຄວາມສັກສິດກວ່າເກົ່າ.    

No comments:

Post a Comment