Ad

Ad

8 February 2017

ດວງພະຈັນມຸ້ງໝັ້ນສ້າງກຳລັງແຮງງານສູ່ຄຸນນະພາບສາກົນ

ບໍລິສັດ ດວງພະຈັນ ບໍລິການເອກະສານ ແລະ ຈັດຫາງານ ຈຳກັດຜູ້ດຽວ ແມ່ນບໍລິ ສັດໜຶ່ງທີ່ມຸງຫວັງຈະສ້າງກຳລັງແຮງງານລາວໃຫ້ມີຄຸຸນນະພາບ, ໂດຍຕັ້ງເປົ້າຈະສ້າງໂຮງຮຽນສອນວິຊາຊີບກ່ອນຈະສົ່ງແຮງງານລາວອອກນອກປະເທດໃນທຸກໆຄັ້ງ, ເພື່ອສ້າງມູນຄ່າແພີ່ມໃຫ້ກັບແຮງງານລາວໃນຕະ ຫຼາດສາກົນ ແລະ ສາມາດຕອບສະໜອງແຮງງານທີ່ມີຄຸນນະພາບໄດ້ພຽງພໍກັບຄວາມຕ້ອງການຂອງຍຸກການເຊື່ອມໂຍງດັ່ງກ່າວ.
ທ່ານ ດວງພະຈັນ ສີຫາພົນ ອຳນວຍການບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ບໍລິສັດຂອງຕົນ ໄດ້ເປີດໃຫ້
ບໍລິການຢ່າງເປັນທາງການມາແຕ່ປີ 2010, ໂດຍ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ, ພາຍໃຕ້ຮູບແບບການໃຫ້ບໍລິການຈັດຫາງານພາຍໃນ, ຈັດຫາງານສົ່ງອອກໄປຕ່າງປະເທດ, ບໍລິການເອກະສານແຕ່ງງານກັບຄົນຕ່າງປະເທດ, ບໍລິການເອກະສານຕັດ ແລະ ປະສັນຊາດ, ບໍລິການວິຊາທຸລະກິດສໍາລັບນັກລົງທຶນຕ່າງປະເທດ, ບໍລິການໂຄຕ້ານຳໃຊ້ແຮງງານຕ່າງ ປະເທດ, ບໍລິການບັດອະນຸຍາດເຮັດວຽກຢູ່ລາວ ແລະ ບໍລິການບັດ ID Card ພັກເຊົາຢູ່ລາວ, ຜ່ານການດຳເນີນທຸລະກິດມາຮອດດຽວນີ້ ເຫັນວ່າພວກເຮົາສາມາດສະໜອງແຮງງານໄປຕ່າງປະເທດຕາມທີ່ກະຊວງແຮງງານ ແລະ ສະຫວັດດີການໄດ້ເຊັນຮັບຮອງ, ໂດຍຫຼັກກໍຈະມີປະເທດຍີ່ປຸ່ນ ແລະ ປະເທດໄທ, ໃນປີໜຶ່ງໆທາງບໍລິສາມາດສົ່ງແຮງງານໄປໄທປະມານ 300-400 ຄົນ, ສ່ວນສົ່ງໄປປະເທດຍີ່ປຸ່ນໄດ້ 50 ກວ່າຄົນແລ້ວ. ແຕ່ເຖິງຢ່າງໃດກໍຕາມເພື່ອຮັບມືກັບຍຸກແຫ່ງການເຊື່ອມໂຍງນີ້ທາງບໍລິສັດກຳລັງກະກຽມໃນການສ້າງສະມາຄົມ ແລະ ສ້າງໃຫ້ເປັນສູນລວມການບໍລິການແບບປະຕູດຽວ, ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ກຳລັງແຮງງານທີ່ມີຄວາມຕ້ອງການຢາກສະໝັກວຽກ ແລະ ນັກລົງທຶນທີ່ມີຄວາມຕ້ອງການແຮງງານທີ່ມີຄຸນນະພາບ, ພ້ອມນັ້ນ ທາງບໍລິສັດ ຍັງເລັ່ງໃສ່ພັດທະນາສີມືແຮງງານລາວໃຫ້ມີຄຸນນະພາບດີຂຶ້ນ, ເພາະຜ່ານມາແຮງງານລາວສ່ວນຫລາຍແມ່ນເປັນແຮງງານດິບ, ສະນັ້ນ ຈຶ່ງເຮັດໃຫ້ແຮງງານລາວເສຍປຽບ ເມື່ອທຽບໃສ່ແຮງງານຈາກປະເທດອື່ນໆ, ດັ່ງນັ້ນ ເພື່ອເປັນການຍົກສູງແຮງງານທີ່ມີສີມື ແລະ ສາມາດທຽບທັນກັບສາກົນໄດ້ທາງບໍລິສັດ ຈຶ່ງເລັ່ງໃສ່ສ້າງສູນຝຶກວິຊາຊີບໃຫ້ກັບແຮງງານດິບທີ່ຈະສົ່ງອອກໃຫ້ມີສີມືສູງຂຶ້ນແນໃສ່ສ້າງມູນຄ່າແພີ່ມໃຫ້ກັບແຮງງານລາວສູງຂຶ້ນ.

ທ່ານອຳນວຍການບໍລິສັດ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ບໍລິສັດສາມາດສະໜອງແຮງງານໄດ້ຫຼາຍຂຶ້ນ, ພ້ອມທັງສ້າງມູນຄ່າເພີ່ມໃຫ້ແຮງງານລາວສູງຂຶ້ນທາງບໍລິສັດຍັງມີແຜນຈະສ້າງໂຮງຮຽນສອນພາສາຍີ່ປຸ່ນເປັນຂອງບໍລິສັດເອງ, ເພື່ອປູພື້ນຖານໃຫ້ແກ່ແຮງງານທີ່ຈະສົ່ງອອກຕ່າງປະເທດ, ພ້ອມກັນນັ້ນ ກໍຍັງຈະເປີດໂຮງຮຽນສອນນວດ, ຊຶ່ງ ເປັນອີກອາຊີບໜຶ່ງທີ່ຕະຫຼາດແຮງງານພວມຕ້ອງການ, ຄຽງຄູ່ກັນນັ້ນ ກໍຈະປັບປຸງຫ້ອງການໄອທີ ເພື່ອເຮັດແນວໃດໃຫ້ການໂຄສະນາປະຊາ ສຳພັນໃຫ້ກວ້າງຂວາງກວ່າເກົ່າ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ, ປັບປຸງຂອດການບໍລິການໃຫ້ໄວຂຶ້ນ, ຕະຫຼອດຮອດການ ຊອກຫາຕະຫຼາດແຮງງານໃຫ້ກວ້າງຂວາງ. ສຳລັບທ່ານໃດທີ່ຕ້ອງການຢາກແລ່ນ ເອກະສານປະເພດຕ່າງໆ, ຢາກພົວພັນໄປເຮັດວຽກຢູ່ຕ່າງປະເທດ, ຢາກຕັດ ແລະ ປະສັນຊາດ, ວິຊາທຸລະກິດສຳລັບນັກລົງທຶນຕ່າງປະເທດ, ໂຄຕ້ານຳໃຊ້ແຮງງານ ຕ່າງປະເທດ, ເຮັດບັດອະນຸຍາດເຮັດວຽກຢູ່ລາວ ແລະບັດ ID Card ເພື່ອພັກເຊົາຢູ່ລາວ ກໍສາມາດ ປະສານຫາໄດ້ ຊຶ່ງສຳນັກງານຕັ້ງຢູ່ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼື ຈະໂທສອບຖາມລາຍລະອຽດໄດ້ທີ່ 020 55513162; 02022337779.

No comments:

Post a Comment