Ad

Ad

8 February 2017

ຊຳຊຸງ Galaxy A 2017 ມີຈຳໜ່າຍໃນລາວແລ້ວ

          ທ້າຍອາທິດຜ່ານມານີ້, ຊຳຊຸງ ໄດ້ນຳສະເໜີ ແລະ ເປີດຈຳໜ່າຍໂທລະສັບມືຖືສະມາດໂຟນ Galaxy A 2017, ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີຢ່າງເປັນທາງການ, ຊຶ່ງທ່ານນາງ ສະຣັນຢາ ໄພບູນນຸກູນກິດ ຫົວຫນ້າພະແນກ IT & Mobile Communication ບໍລິສັດລາວ ຊຳຊຸງເອເລັກໂທນິກ ຈຳກັດ ຜູ້ດຽວ ໃຫ້ຮູ້ວ່າ: ໂທລະສັບຮຸ່ນດັ່ງກ່າວ ໄດ້ອອກແບບມາໃຫ້ລຽບງ່າຍ, ແຕ່ຫລູຫລາ ແລະ ກົມກືນລົງຕົວໃນທຸກມຸມມອງ, ພ້ອມຄວາມສາມາດທີ່່ລົ້ນເຫລືອດ້ວຍກ້ອງ ຫນ້າ ແລະ ຫລັງສູງເຖິງ 16 ລ້ານ ເມກາພິກເຊວ, ພ້ອມຄວາມຄົມແຈ້ງໃນການສະແດງຜົນຂອງຈໍ ທີ່ມີສີສັນສົດໃສຂຶ້ນກວ່າເກົ່າ ເຖິງຈະຢູ່ໃນ
ສະພາບທີ່ແສງຫນ້ອຍ ກໍສາມາດບັນທຶກຮູບພາບເລື່ອງລາວຂອງບຸກຄົນໄດ້ຢ່າງຊັດເຈນຄົບທຸກມິຕິ, ສ້າງສັນຄວາມສາມາດທີ່ເພີ່ມຂຶ້ນອີກໃນການຖ່າຍຮູບກັບປຸ່ມກົດຊັດເຕີ້ລອຍ ບໍ່ວ່າຈະຢູ່ມຸມໃດກໍ່ເກັບພາບໄດ້ດັ່ງຕ້ອງການ, ເພີ່ມຄວາມສາມາດອັນໃຫມ່ ໃຫ້ທ່ານສາມາດພົກພາ Galaxy A 2017 ໄປໄດ້ທຸກບ່ອນ ບໍ່ວ່າສະພາບອາກາດແບບໃດ: ຝົນຈະຕົກ ຫລື ຫລິ້ນນ້ຳ ດ້ວຍຄວາມສາມາດກັນນ້ຳກັນຝຸ່ນລະດັບ IP68 ເຮັດໃຫ້ Galaxy A 2017 ປອດໄພ ຫາຍກັງວົນໄປອີກຂັ້ນ.ນອກຈາກນີ້, ທ່ານຍັງສາມາດເກັບຂໍ້ມູນສ່ວນຕົວຂອງທ່ານໄວ້ໃນ ບ່ອນປອດໄພກັບ Secret Folder, ພ້ອມຮອງຮັບຫນ່ວຍຄວາມຈຳທີ່ຂະຫຍາຍໄດ້ສູງ ສຸດເຖິງ256 GBແລະ ຍັງມີ feature Always On Display ທີ່ໃຫ້ທ່ານເບິ່ງເວລາ ແລະ ປະຕິທິນໄດ້ຕະຫລອດເວລາ, ມີຫົວສຽບທີ່ງ່າຍຕໍ່ການໃຊ້ງານທັງ 2 ດ້ານ. ສໍາ ລັບການເຊື່ອມຕໍ່, ພ້ອມດ້ວຍຄວາມບັນຈຸຂອງແບັດເຕີລີໃຫຍ່ຂຶ້ນ ແລະ ຮັບຮອງການ ສາກໄວອີກດ້ວຍ.

ງານເປີດໂຕດັ່ງກ່າວຍັງມີການສະແດງຕ່າງໆເຊັ່ນ: ການນຳສະເໜີປີເຊັນເຕີໜ້າໃໝ່ ສຳລັບມືຖືຮຸ່ນດັ່ງກ່າວການແຂ່ງຂັນຮ້ອງເພງ, ການແຂ່ງຂັນທີມເຕັ້ນ Cover Dance ແມ່ນທີມເຕັ້ນ NDC ແລະ ອື່ນໆອີກ.

No comments:

Post a Comment