Ad

Ad

8 February 2017

ສະພາແຫ່ງຊາດສະຫລຸບວຽກງານບັນດາເຜົ່າປະຈຳປີ 2016


             ຄະນະກຳມາທິການບັນດາເຜົ່າສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບວຽກງານປະຈຳປີ 2016 ຂຶ້ນ ໃນວັນທີ 7-8 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອຕີລາຄາການເຄື່ອນ ໄຫວວຽກງານນັບແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄໝສາມັນເທື່ອທີ 2 ແລະ ແຜນ ການເຄື່ອນໄຫວ ໃນປີ 2017, ພ້ອມຍັງໄດ້ຮັບຟັງລາຍງານສະພາບພົ້ນເດັ່ນໃນການຄຸ້ມຄອງຊັ້ນຄົນ ແລະ ສາສະໜາ, ນະໂຍບາຍກ່ຽວກັບການພັດທະນາຊັບພະຍາກອນຊົນເຜົ່າ, ການພັດທະນາແມ່ຍິງຊົນເຜົ່າ, ຄວາມເປັນມາຂອງການຈັດຊື່ເອີ້ນ ແລະ ຈຳນວນຊົນເຜົ່າຢູ່ລາວ, ວຽກງານການສຶກສາເດັກຊົນເຜົ່າ, ການສຶກສາຮຽນຮ່ວມຂອງເດັກຊົນເຜົ່າອື່ນໆອີກ.

            ທ່ານນາງ ບົວພັນ ລີໄກຢາ ປະທານກຳມາທິການບັນດາເຜົ່າ ກ່າວວ່າ: ກອງປະຊຸມຄັ້ງສຳຄັນນີ້ ຈະຊ່ວຍໃຫ້ບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນຍົກສູງຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານຂອງສະພາແຫ່ງຊາດກວ້າງຂວາງຂຶ້ນຕື່ມ, ໂດຍສະເພາະແມ່ນກົນໄກການພົວພັນປະສານງານລະຫວ່າງກຳມາທິການບັນດາເຜົ່າກັບຂະແໜງການຕ່າງໆມີປະສິດທິຜົນ ແລະ ສອດ ຄ່ອງກັບລະບຽບກົດໝາຍວ່າດ້ວຍສະພາແຫ່ງຊາດ.

No comments:

Post a Comment