Ad

Ad

8 February 2017

ຈະຄຸ້ມຄອງລາຄາສິນຄ້າເພື່ອຮອງຮັບການເພີ່ມຂຶ້ນຂອງດັດສະນີເງິນເດືອນແນວໃດ

ວັນທີ 07 ກຸມພາ 2017 ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກ່ຽວກັບມາດຕະການຄຸ້ມຄອງລາຄາສິນຄ້າ ເພື່ອຮອງຮັບການເພີ່ມຂຶ້ນຂອງດັດສະນີເງິນເດືອນປີ 2017 ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ແລະ ເມືອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.


ໃນກອງປະຊຸມທ່ານຫົວໜ້າພະແນກລາຄາ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ທ້າຍເດືອນພະຈິກ 2016 ຜ່ານມາ, ກົມການຄ້າພາຍໃນໄດ້ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຕ່າງໆ ເພື່ອແບ່ງຈຸລົງຕິດຕາມ ແລະ ຄວບຄຸມລາຄາສິນຄ້າຢູ່ 5 ຕົວເມືອງເປົ້າໝາຍຄື: ເມືອງສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ພ້ອມແນະນຳໃຫ້ຜູ້ປະກອບການບໍ່ໃຫ້ຂຶ້ນລາຄາສິນຄ້າໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເວົ້າສະເພາະແມ່ນເພື່ອຮອງຮັບການເພີ່ມຂຶ້ນຂອງດັດຊະນີເງິນເດືອນໃນປີ 2017 ໂດຍເນັ້ນໃສ່ລົງຕິດຕາມຢູ່ ບັນດາຮ້ານຂາຍຍ່ອຍໃນທ້ອງຕະຫຼາດ, ບໍລິສັດຂາອອກ-ຂາເຂົ້າ ແລະ ຫ້າງຮ້ານທົ່ວໄປ, ໂດຍໄດ້ເຮັດບົດບັນທຶກກັບເຈົ້າຂອງ ແລະ ພະນັກງານຈັດສັນຕະຫຼາດ, ບໍລິສັດຂາອອກ -ຂາເຂົ້າ ແລະ ຫ້າງຮ້ານຕ່າງໆ ເພື່ອບໍ່ໃຫ້ຜູ້ປະກອບການດັ່ງກ່າວສວຍໂອກາດຂຶ້ນລາຄາສິນຄ້າໂດຍພະລາການໃນໄລຍະການເພີ່ມຂຶ້ນຂອງດັດຊະນີເງິນຂອງພະນັກງານລັດ ໃນກໍລະນີທີ່ຈະປັບລາຄາຂຶ້ນຕ້ອງໄດ້ຮັບອະນຸມັດ ຫຼື ຮັບຮູ້ຈາກພະແນກອຸດສາ ຫະກຳ ແລະ ການຄ້າເຊັ່ນ:ຊີ້ນໝູແມ່ນບໍ່ໃຫ້ຂາຍເກີນ 35 ພັນກີບຕໍ່ກິໂລ ແລະ ຕໍ່າສຸດບໍ່ເກີນ 33 ພັນກີບຕໍ່ກິໂລ ສຳລັບ ສິນຄ້າອຸປະໂພກ ແລະ ບໍລິໂພກທົ່ວໄປ ແມ່ນໃຫ້ຕິດລາຄາສິນຄ້າທີ່ຈຳໜ່າຍເປັນເງິນກີບ ແລະ ໄດ້ອະທິບາຍເຖິງວິທີການຕິດເສະຫຼາກສິນຄ້າເປັນພາສາລາວຂອງບໍລິສັດນຳເຂົ້າບໍ່ໃຫ້ສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.ໃນຕົ້ນເດືອນມັງກອນ 2017 ທີ່ຜ່ານມາ ແຕ່ລະຈຸຢູ່ແຕ່ລະເມືອງກໍຄືພະແນກອຸດສາຫະກຳ ແລະ ການຄ້າ ແມ່ນໄດ້ສຶບຕໍ່ໃນການຕິດຕາມກວດກາ ພ້ອມທັງປະຕິບັດລະບຽບການຕໍ່ຜູ້ຝ່າຝືນ ພ້ອມຍັງໄດ້ຄົ້ນຄວ້າຕິດລາຄາສິນຄ້າ (ບັນຊີ ກ) ຈຳນວນ 169 ລາຍ ການ ແລະ ລາຍການບໍລິການທີ່ຕ້ອງຕິດລາຄາ(ບັນຊີ ຂ) ຈຳນວນ 45 ລາຍການ ແລະ ໄດ້ອອກແຈ້ງການກ່ຽວກັບການຕິດລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ພາກສ່ວນກ່ຽວຂ້ອງຮັບຊາບເພື່ອຈັດຕັ້ງປະຕິບັດ.

No comments:

Post a Comment