Ad

Ad

7 February 2017

ທະນາຄານຮ່ວມທຸລະກິດລາວ-ຫວຽດໝູນລາງວັນມອບໂຊກໃຫ້ລູກຄ້າປີ 2016

  ໃນວັນທີ 4 ກຸມພານີ້, ຢູ່ທີ່ສຳນັກງານໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ (Lao-Viet Bank), ນະຄອນຫລວງວຽງ ຈັນ, ໄດ້ຈັດພິທີໝູນລາງວັນລາຍການເງິນຝາກລຸ້ນຊັບຮັບໂຊກປີ 2016 ງວດທີ 2 ຊຶ່ງລາງວັນທີ 1 ແມ່ນລົດໃຫຍ່ໂຕໂຍຕາ ອໍນິວ ຟໍຈູນເນີ (Toyota Allnew Fortuner), ລາງວັນທີ 2 ລົດຈັກຮອນດາຄລິກໄອ (Honda Click i), ລາງວັນທີ 3 ໂທລະ ພາບຊໍາຊຸງ 55 ນີ້ວ 5 ລາງວັນ, ລາງວັນທີ 4 ໂທລະສັບມືຖືໄອໂຟນ 7 ຈໍານວນ 10 ລາງວັນ, ລາງວັນທີ 5 ແມ່ນບັນຊີເງິນຝາກທະນາຄານມູນຄ່າ 3
ລ້ານກີບຈໍານວນ 20 ລາງວັນ ແລະ ລາງ ວັນອື່ນໆ, ຊຶ່ງລວມມີມູນຄ່າທັງໝົດ 1,2 ຕື້ກີບ.
           ທ່ານຮອງຜູ້ອໍານວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ ບົວວັນ ສີມະລີວົງ ໃຫ້ຮູ້ວ່າ: ໂດຍສຸມໃສ່ພັດທະນາໃຫ້ເປັນທະນາຄານທີ່ມີເຕັກໂນໂລຊີທັນສະໄໝ, ໃນໄລຍະຜ່ານມາພວກເຮົາໄດ້ສືບຕໍ່ສຸມໃສ່ຄົ້ນຄວ້າພັດທະນາຫລາຍຜະລິດຕະພັນບໍລິການເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ນັບມື້ສູງຂຶ້ນ ເຊັ່ນ: ເງິນຝາກປະຈຳຈ່າຍດອກເບ້ຍເປັນງວດ, ເງິນຝາກປະຈຳຈ່າຍດອກເບ້ຍລ່ວງໜ້າ, ເງິນຝາກສະສົມເພື່ອອະນາຄົດລູກຫລານ, ເງິນຝາກສະສົມເພື່ອບຳນານ, ເງິນຝາກຊີງລາງວັນ ກໍຄືເງິນຝາກລຸ້ນຊັບຮັບໂຊກຂອງພວກເຮົາ. ປີນີ້ກໍແມ່ນປີທີ 4 ທີ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ຈັດຕັ້ງປະຕິບັດກິດຈະກໍາເງິນຝາກລຸ້ນຊັບຮັບໂຊກ ເພື່ອສ້າງໂອກາດຄືນກໍາໄລໃຫ້ລູກຄ້າ ແລະ ເຫັນວ່າສາມາດດຶງດູດປະຊາຊົນ, ບັນດາພໍ່ຄ້າຊາວຂາຍເຂົ້າຮ່ວມຝາກເງິນໃນໂຄງການດັ່ງກ່າວໄດ້ຢ່າງຫລວງຫລາຍ, ເຮັດໃຫ້ກິດຈະກໍານີ້ກາຍເປັນຜະລິດຕະພັນເງິນຝາກທີ່ນິຍົມຊົມຊອບຂອງລູກຄ້າກໍຄືພໍ່ແມ່ປະຊາຊົນໄດ້ເປັນຢ່າງດີ.

           ເຂົ້າຮ່ວມໃນພິທີໝູນລາງວັນມອບໂຊກຄັ້ງນີ້ມີທ່ານເຈົ້າເມືອງຈັນທະບູລີ, ຜູ້ຕາງໜ້າຈາກ ປກສ ນະຄອນຫລວງວຽງຈັນ, ທະນາຄານແຫ່ງ ສປປ ລາວ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL), ພ້ອມດ້ວຍສື່ມວນຊົນ ແລະ ລູກຄ້າເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment