Ad

Ad

7 February 2017

ອາເມລິກາຊ່ວຍຫລຸດຜ່ອນການຂາດສານອາຫານສອງແຂວງພາກກາງລາວ

     ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໄດ້ສະໜອງທຶນຈນວນ 3,7 ລ້ານໂດລາສະຫະລັດ ໃຫ້ໂຄງການເຊື່ອມສານໂພຊະນາການ, ນ້ຳ ແລະ ສຸຂະອະນາໄມ (USAID Nurture) ເພື່ອນຳໃຊ້ເຂົ້າໃນວຽກງານແກ້ໄຂບັນຫາການຂາດສານອາຫານຢູ່ລາວ, ໂດຍສະເພາະປັບປຸງພາວະໂພຊະນາການໃນຄົວເຮືອນ ແລະ ຈັດຕັ້ງປະຕິບັດແຜນງານກ່ຽວກັບນ້ຳ, ສຸຂະພິບານ, ສຸຂະອະນາໄມໃນ 6 ເມືອງຂອງແຂວງສະຫວັນນະເຂດ ແລະ ຄຳມ່ວນ, ຊຶ່ງທ້າຍອາທິດຜ່ານມາ, ໜ່ວຍງານກ່ຽວ ຂ້ອງຂອງລາວກໍໄດ້ມີການລົງນາມສັນຍາກັບອົງການຊ່ວຍເຫລືອເດັກ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວຮ່ວມກັນ.

     ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈລາວ ຣີນາ ບິດເຕີ ມີຄຳເຫັນວ່າ: ອາເມ ລິກາມີຄວາມມຸ່ງໝັ້ນທີ່ຈະຮ່ວມມືຢ່າງໃກ້ຊິດກັບລາວ ເພື່ອປັບປຸງພາວະໂພຊະນາການຂອງແມ່ ແລະ ເດັກ ເພື່ອອະນາຄົດອັນສົດໃສເຂົາເຈົ້າ.
     ໃນຊຸມປີຜ່ານມາ, ສປປ ລາວ ມີຄວາມຄືບໜ້າໃນການແກ້ໄຂບັນຫາຂາດສານອາຫານກໍຕາມ, ແຕ່ອີງຕາມຕົວເລກສູນສະຖິຕິແຫ່ງຊາດໃຫ້ຮູ້ວ່າ: ຢູ່ລາວຍັງມີເດັກນ້ອຍທີ່ຕໍ່າເຕ້ຍກວ່າມາດຕະຖານກວມປະມານ 36%, ຈຳນວນ 26% ແມ່ນເດັກທີ່ມີນ້ຳໜັກຫລຸດ ແລະ ປະມານ 10% ແມ່ນເດັກທີ່ຈ່ອຍຜອມບໍ່ສົມສ່ວນກັບລວງສູງ.

     ໂຄງການ USAID Nurture ເປັນໂຄງການພັດທະນາຂອງລັດຖະບານສະຫະລັດອາເມລິກາ, ມີເປົ້າໝາຍແນໃສ່ປັບປຸງວຽກງານສຸຂະສຶກສາຂອງຜູ້ເປັນແມ່ ໂດຍສະເພາະກ່ຽວກັບຜົນປະໂຫຍດຂອງການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ແລະ ວິທີລ້ຽງດູເດັກອ່ອນ ແລະ ເດັກນ້ອຍຢ່າງຖືກຕ້ອງ ແລະ ເໝາະສົມ. ນອກຈາກນີ້ ຊຸກຍູ້ການເຂົ້າເຖິງການຊົມໃຊ້ສຸຂະພິບານໃຫ້ດີຂຶ້ນ ໂດຍການສະໜອງວິດຖ່າຍ ແລະ ສະບູໃຫ້ປະຊາຊົນຫລາຍກວ່າ 250 ພັນຄົນ.

No comments:

Post a Comment