Ad

Ad

7 February 2017

ລາຄາສິນຄ້າບໍລິໂພກໃນນະຄອນຫຼວງວຽງຈັນຢູ່ໃນເກນປົກກະຕິດີ


        ຜ່ານການລົງຕິດຕາມສະພາບລາຄາສິນຄ້ານັບແຕ່ໄລຍະສະ ຫຼອງປີໃໝ່ສາກົນ 2017  ແລະ ປີໃໝ່ປະຈຳຊາດຂອງຊາວຫວຽດ ນາມ ແລະ ຊາວຈີນມານີ້ຢູ່ຕາມທ້ອງຕະຫຼາດໃນນະຄອນຫຼວງວຽງ ຈັນຄື: ຕະຫຼາດໂພນສະຫວ່າງ, ຕະຫຼາດສະພານທອງຕະຫຼາດຂົວດິນ ແລະ ແຫ່ງອື່ນໆເຫັນວ່າສິນຄ້າປະເພດເຄື່ອງບໍລິໂພກຫລາຍຢ່າງແມ່ນຢູ່ໃນເກນປົກກະຕິເຊັນ: ຊີ້ນງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລ, ຊີ້ນໝູ 30-35 ພັນກີບ/ກິໂລ, ເປັດ-ໄກ່ 40-45 ພັນກີບ/ກິໂລ, ປານິນກະຊັງ 16-18 ພັນກີບ/ກິໂລ, ສ່ວນລາຄາພືດຜັກຕ່າງໆບາງຊະນິດມີລາຄາຫຼຸດລົງຫຼືເພີ່ມຂນກໍພຽງປະມານ 1 - 2 ພັນກີບ. ຕາມລະດູການຂອງມັນຄື: ຜັກກາດຂາວ, ຜັກບົ້ງ, ຜັກຫົ່ມ, ຜັກຫອມ, ໝາກເຜັດ, ໝາກນາວ ແລະ ອື່ນໆ, ຂະນະທີ່ຊາວຄ້າຂາຍກໍຍອມຮັບວ່າ: ນັບແຕ່ປີໃໝ່ມານີ້ລາຄາສິນຄ້າບໍລິໂພກແມ່ນຢູ່ໃນເກນປົກກະຕິດີຕາມກົນໄກຕະຫຼາດ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄວບຄຸມລາຄາສິນຄ້າຢ່າງເຂັ້ມງວດຂອງພາກສ່ວນກ່ຽວຂ້ອງ, ເຖິງວ່າຈະເປັນວັນສຳຄັນທີ່ມີຄວາມຕ້ອງການສິນຄ້າຂອງຜູ້ບໍລິໂພກຫຼາຍຂຶ້ນ, ແຕ່ກໍສາມາດຕອບສະໜອງໄດ້ພຽງພໍ ແລະ ຮັບປະກັນໃຫ້ລາຄາບໍ່ມີການເໜັງຕີງສູງ, ແຕ່ຄຽງຄູ່ກັນປີນີ້ພາກສ່ວນກ່ຽວຂ້ອງກໍຄວນຈະສືບຕໍ່ຕິດຕາມ ແລະ ຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນປົກກະຕິເພື່ອສະກັດກັ້ນການສວຍໂອກາດທີ່ອາດຈະເກີດຂຶ້ນຮັບປະກັນໃຫ້ປະລິມານ ແລະ ລາຄາສິນຄ້າຢູ່ໃນຄວາມຍຸຕິທຳ.     

No comments:

Post a Comment