Ad

Ad

7 February 2017

ທົ່ວປະເທດປັກດຳນາແຊງສຳເລັດແລ້ວ 53% ຂອງເນື້ອທີ່ທັງໝົດ

ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການປັກດຳເຂົ້ານາແຊງຂອງກະສິກອນ ທົ່ວປະເທດມາຮອດປັດຈຸບັນສາມາດປັກດຳສຳເລັດແລ້ວຫຼາຍກວ່າ 47 ພັນເຮັກຕາ, ເທົ່າກັບ 53  % ຂອງເນື້ອທີ່ແຜນການ 95 ພັນເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາ ແຂວງພາກກາງ, ສ່ວນຂະແໜງ ກະສິກຳກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ ສົ່ງເສີມການນຳໃຊ້ເຕັກນິກກະເສດສຸມ ແລະ ວິທະຍາການຕ່າງໆເພື່ອຍົກສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້ ແລະ
ຄາດວ່າການປັກດຳຈະສຳເລັດ ຕາມແຜນ 100 ໃນທ້າຍເດືອນກຸມພານີ້, ຄຽງຄູ່ກັບການປັກດຳເຂົ້ານາແຊງກະສິກຳທ້ອງຖິ່ນຕ່າງໆຍັງໄດ້ສຸມໃສ່ປູກພືດລະດູແລ້ງຢ່າງເປັນຂະບວນກວ້າງຂວາງ,ໂດຍສະເພາະແມ່ນພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດກົມປູກຝັ່ງໃຫ້ຮູ້ອີກວ່າ : ປັດຈຸນັນຂະແໜງການຂອງຕົນຍັງໄດ້ຊຸກຍູ້ທ້ອງຖິ່ນຕ່າງໆໃຫ້ເອົາໃຈໃສ່ບົວລະບັດຮັກສາ ແລະ ປົວແປງລະບົບຊົນລະປະທານ, ເພື່ອຮັບປະກັນໃຫ້ແກ່ການສະໜອງນ້ຳຮັບໃຊ້ການຜລິດລະດູແລ້ງໃຫ້ພຽງພໍ.

No comments:

Post a Comment