Ad

Ad

6 February 2017

ລາວອະນຸຍາດໃຫ້ໄທເຂົ້າມາສຶກສາເຂື່ອນໄຟຟ້າເຊບັ້ງຫຽງ1

           ລັດຖະບານລາວໄດ້ຕົກລົງໃຫ້ບໍລິສັດ ພາວເວີ ໂຮນດິງ ພັບບລີກ (Power Holding Public co.ltd) ຈາກປະເທດໄທເຂົ້າມາສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກເຊບັງຫຽງ 1 ຢູ່ແຂວງສະຫວັນນະເຂດເປັນເວລາ 18 ເດືອນ, ເຊິ່ງໂຄງການດັ່ງກ່າວເປັນລັກສະນະຝາຍນໍ້າລົ້ນ, ຄາດວ່າຈະມີກໍາລັງຕິດຕັ້ງປະມານ 30-50 ເມກາວັດ (MW) ໂດຍຈະມີມູນຄ່າລົງທຶນປະມານ 3 ຕື້ບາດ (ສະກຸນເງິນໄທ) ແລະ ຄາດວ່າການສໍາຫລວດຕົວຈິງຈະມີຂຶ້ນໃນທ້າຍເດືອນກຸມພານີ້.


           ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ ແລະ ສໍາຫລວດໂຄງການດັ່ງກ່າວຈັດຂຶ້ນໃນວັນທີ 2 ກຸມພານີ້, ຢູ່ກະຊວງແຜນການ ແລະ ການລົງທຶນລະຫວ່າງທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ກະນົດທິບ ຈັນພະລັງສີ ປະທານກໍາມະການບໍລິສັດ Power Holding Public co.ltd, ມີທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພະແນກການກ່ຽວຂ້ອງຈາກແຂວງສະຫວັນນະເຂດເຂົ້າຮ່ວມນໍາດ້ວຍ.

No comments:

Post a Comment