Ad

Ad

6 February 2017

ລາວຫາລືການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ

ວັນທີ 3 ມັງກອນນີ້, ສູນກາງສະຫະພັນແມ່ຍິງລາວຮ່ວມກັບອົງການຕ້ານສິ່ງມືນເມົາສາກົນ  ( IOGT – NTO MOVEMENT ) ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ນະຄອນ ຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະ ພັນແມ່ຍິງລາວ, ທ່ານ ນາງ ພອນເພັດ ບຸບຜາ ຮອງປະທານຄະນະກຳມະທິການວັດທະນະທຳສັງຄົມສະພາແຫ່ງຊາດ, ມີຜູ້ຕາງໜ້າອົງການຕ້ານສິ່ງມືນເມົາສາກົນ,ພ້ອມດ້ວຍຕົວແທນກະຊວງ, ອົງການ, ສະຖາບັນ ແລະ ສູນອ້ອມຂ້າງເຂ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວກ່າວຕໍ່ທີ່ປະຊຸມວ່າ: ທາດເຫຼົ້າເຖິງວ່າຈະມີຄວາມອັນຕະລາຍແຕ່ກໍຖືກຜະລິດ ແລະ ນຳໃຊ້ເຂົ້າໃນຈຸດປະສົ່ງອື່ນໆຢ່າງແຜ່ຫຼາຍຢູ່ທົ່ວໂລກ, ຊຶ່ງມີທັງຄຸນ ແລະ ໂທດ, ແຕ່ການດື່ມເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້ານັ້ນພາໃຫ້ເກີດຜົນສະທ້ອນຫຼາຍຢ່າງຕໍ່ຕົນເອງ, ຄອບຄົວ ແລະ ຍັງເປັນໜຶ່ງໃນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການເກີດອຸປະຕິເຫດຕາມທ້ອງຖະໜົນ, ການອາລະວາດ ຕີກັນ ແລະ ການກໍ່ຄວາມບໍ່ສະຫງົບອື່ນໆ, ພ້ອມນັ້ນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າຍັງເປັນສາເຫດຫຼັກທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ເຖິງວ່າຜ່ານມາພາກສ່ວນກ່ຽວຂ້ອງຈະເອົາໃຈໃສ່ໂຄສະນາຜົນຮ້າຍຂອງເຄື່ອງດື່ມດັ່ງກ່າວ,ແຕ່ກໍຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ກົງກັນຂ້າມການໂຄສະນາເຄື່ອງດື່ມທີ່ມີສິ່ງມຶນເມົາຊ້ຳພັດມີລັກ ສະນະເພີ່ມຂຶ້ນ ແລະ ຍ້ອນເຫັນໄດ້ຄວາມອັນຕະລາຍຈາກເຄື່ອງດື່ມດັ່ງກ່າວ, ສະຫະພັນແມ່ຍິງລາວໃນນາມຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າ,ໄດ້ມີຄວາມພະຍາຍາມໂຄສະນາເຜີຍແຜ່, ສຶກສາອົບຮົມ, ປຸກລະດົມ ແລະ ປູກຈິດສຳນຶກໃຫ້ທົ່ວສັງ ຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ, ລວມທັງສິ່ງເສບຕິດ ອື່ນໆ ແລະ ໄດ້ຮ່ວມມືກັບຫຼາຍພາກສ່ວນຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າພາຍຫຼັງຖືກຮັບຮອງເອົາໃນປີ 2014 ເປັນຕົ້ນມາ.

ຮອງປະທານສູນກາງສະຫະພັນແມ່ຍິງລາວກ່າວວ່າ: ການຈັດຕັ້ງປຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ,ໂດຍສະເພາະແມ່ນການໂຄສະນາແຜ່ເຜີຍຍັງມີລັກຊະນະຈຳກັດ, ບໍ່ທັນກ້ວາງຂວາງ,ປະຊາຊົນ ແລະ ຜູ້ປະກອບການຈຳນວນຫຼາຍຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ຈຶ່ງເຮັດໃຫ້ບັນຫາ ແລະ ປກົດການຫຍໍ້ທໍ້ຕ່າງໆທີ່ມີສາເຫດມາຈາກເຄື່ອງດື່ມທີ່ມີທາດເຫຼົ້າຍັງມີແຜ່ຫຼາຍ, ດັ່ງ ນັ້ນສູນກາງສະຫະພັນແມ່ຍິງລາວຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ, ເພື່ອປຶກສາຫາລື ແລກປ່ຽນຄຳຄິດເຫັນໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ນັບມື້ກວ້າງຂວາງ, ທັງເປັນການປຸກລະດົມໃຫ້ທົ່ວສັງຄົມໄດ້ຮັບຮູ້ເຖິງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງເສບຕິດອື່ນໆ ແລະ ກ້າວໄປສູ່ການຫັນປ່ຽນພຶດຕິກຳໃນການຫຼຸດຜ່ອນການດື່ມສິ່ງມຶນເມົາ, ຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ພ້ອມນັ້ນຍັງຈະໄດ້ຮັບຟັງການມີສ່ວນຮ່ວມຂອງສະຫະພັນແມ່ຍິງກ່ອນມີກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ເນື້ອໃນຫຼັກຂອງກົດໝາຍດັ່ງກ່າວ ແລະ ບົດຮຽນຂອງສາກົນໃນການຄວບຄຸມເຄື່ອງດື່ມດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າກອງປະຊຸມຄັ້ງນີ້ຈະຊ່ວຍເພີ່ມຄວາມຮັບຮູ້ ແລະ ການປະສານງານໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ.

No comments:

Post a Comment