Ad

Ad

7 January 2016

ໄຟຟ້າລາວມອບເງິນອຸປະຖຳການຈັດພິມປຶ້ມຮູບພາບສະຫລອງວັນຊາດຄົບຮອບ 40 ປີ

    ໃນວັນທີ 5 ມັງກອນຜ່ານມາ, ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງວຽງຈັນ, ທ່ານ ສີສະຫວາດ ທິຣະວົງ ອໍານວຍການໃຫຍ່ລັດວິສາຫະກິດດັ່ງກ່າວໄດ້ມອບເງິນຈໍານວນ 100 ລ້ານກີບໃຫ້ທ່ານ ສູນທອນ ຄັນທະວົງ ອໍານວຍການສຳນັກຂ່າວສານປະເທດລາວ ເພື່ອເປັນການສະໜັບສະໜູນການຈັດພິມປຶ້ມປະມວນຮູບພາບພິທີສະເຫລີມສະຫລອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ.
    ໃນໂອກາດດັ່ງກ່າວ, ອຳນວຍການສຳນັກຂ່າວສານປະເທດລາວ, ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດວິສາຫະກິດໄຟຟ້າລາວທີ່ໄດ້ໃຫ້ການສະໜັບສະໜູນໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າ
ໃນການໂຄສະນາເຜີຍແຜ່ຜົນສຳເລັດຂອງການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ທັງເປັນການສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ຈະໄຂຂຶ້ນໃນມໍ່ໆນີ້.

    ລັດວິສາຫະກິດໄຟຟ້າລາວ, ແມ່ນຫົວໜ່ວຍທຸລະກິດຂອງລັດທີ່ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງນະໂຍລາຍຂອງພັກ, ກົດໝາຍຂອງລັດ ແລະ ຕາມກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຕ່າງປະເທດໃຫ້ພຽງພໍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມທີ່ພັກ ແລະ ລັດມອບໝາຍໃຫ້, ໂດຍສະເພາະສົ່ງກະແສໄຟຟ້າອອກນອກປະເທດ ເພື່ອສ້າງລາຍຮັບເປັນເງິນຕາໃຫ້ແກ່ປະເທດຊາດ.

No comments:

Post a Comment