Ad

Ad

7 January 2016

ລາຄາສິນຄ້າຕາມທ້ອງຕະຫຼາດຫລາຍຢ່າງຫລຸດລົງ

        ຜ່ານການລົງຕິດຕາມສະພາບລາຄາສິນຄ້າໃນທ້ອງຕະຫຼາດໃຫຍ່ໃນຕົວເມືອງຂອງນັກຂ່າວໜັງສືພິມ ລາວພັດທະນາໃນວັນທີ 5 ມັງກອນນີ້, ເຫັນວ່າສິນຄ້າປະເພດເຄື່ອງບໍລິໂພກຫລາຍຢ່າງມີລາຄາຫຼຸດ ລົງເປັນປົກ ກະຕິເຊັ່ນ: ຜັກບົ້ງ 3-4 ພັນກີບຕໍ່ກິໂລ, ຜັກສະ ຫລັດ 4-5 ພັນກີບຕໍ່ກິໂລ, ຜັກກາດ3-4 ພັນກີບຕໍ່ກິໂລ, ໝາກເຜັດ 16-18 ພັນກີບຕໍ່ ກິໂລ, ໝາກເຂືອ 5-6 ພັນກີບຕໍ່ກິໂລ, ກະລຳ່ປີ 3-4 ພັນກີບຕໍ່ກິໂລໝາກເລັ່ນ ແລະ ຜັກອື່ນໆ ກໍມີລາຄາຫລຸດຕ່ຳລົງ, ສ່ວນຊີ້ນປາຕ່າງໆເຊັ່ນ: ຊີ້ນງົວ, ຊີ້ນໝູ, ເປັດ-ໄກ່, ປານິນ ກໍເຫັນວ່າມີລາຄາຫຼຸດລົງຈາກທີ່ຜ່ານມາປະມານ 3-4 ພັນກີບ. ຊາວຄ້າຂາຍຈຳນວນໜຶ່ງໃຫ້ຮູ້ວ່າ: ໃນໄລຍະນີ້ລາຄາສິນຄ້າບໍລິໂພກຈະຫລຸດຕ່ຳລົງເປັນປົກກະຕິຕາມກົນໄກຕະຫຼາດ, ເນື່ອງຈາກວ່າເປັນລະດູເໝາະສົມແກ່ການຜະລິດ ແລະ ປູກພືດຜັກຊະນິດຕ່າງໆ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍ.

No comments:

Post a Comment