Ad

Ad

7 January 2016

ໃນໄລຍະນີ້ ອາກາດຈະໜາວຕອນກາງຄືນ ແລະ ຈະຮ້ອນຫລາຍຕອນກາງເວັນ

     ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນຍັງສືບຕໍ່ມີກຳລັງແຮງປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສ ລົມຕາເວັນຕົກສ່ຽງເໜືອ ແລະ ລົມຕາເວັນອອກສ່ຽງເໜືອພັດປົກຄຸມພາກກາງຫາພາກໃຕ້, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດຍັງເຢັນຫາໜາວເຢັນໃນຕອນກາງຄືນຢູ່ໃນແຕ່ລະພາກ ແລະ ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ໄຊສົມບູນ ແລະ ພູພຽງບໍລະເວນປາກຊ່ອງອາກາດໜາວເຢັນຫລາຍພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຂວງພາກກາງ.

     ພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 23-25 ອົງສາ; ພາກເໜືອດ້ານຕາ ເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນ ຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 28-30 ອົງສາ.
     ນະຄອນຫລວງວຽງຈັນ: ອາກາດເຢັນຫາໜາວເຢັນໃນຕອນເຊົ້າ ແລະ ມີໝອກໜາ ປົກຫຸ້ມຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ, ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງຖິ່ນແຂວງຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 30-32 ອົງສາ, ສ່ວນແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 22-24 ອົງສາ.

     ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 32-34 ອົງສາ, ສ່ວນເຂດພູພຽງບໍລະເວນປາກຊ່ອງ: ອາກາດໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 6-8 ອົງສາ ແລະ ສູງສຸດ 25-27 ອົງສາ.

No comments:

Post a Comment