Ad

Ad

6 January 2016

ນະຄອນຫລວງວຽງຈັນເລັ່ງປະດັບປະດາຕົວເມືອງຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ວັນທີ 5 ມັງກອນນີ້, ທີ່ຫ້ອງວ່າການນະຄອນຫລວງວຽງຈັນ, ທ່ານ ແກ້ວພິລາ ວັນອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຖະແຫລງກ່ຽວກັບຄວາມພ້ອມຂອງນະຄອນຫລວງວຽງຈັນ ໃນການກະກຽມຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ທີ່ຈະມີຂຶ້ນໃນທ້າຍເດືອນມັງກອນນີ້ວ່າ: ປັດຈຸບັນນະຄອນຫລວງວຽງຈັນ ໄດ້ເລັ່ງເອົາໃຈໃສ່ວຽກປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບເປັນຕົ້ນການປ້ອງກັນອັກຄີໄພ, ວຽກງານອະນາໄມຮັກສາຄວາມສະອາດຈົບງາມໃນຂົງເຂດບໍລິເວນທີ່ຕົນຮັບຜິດຊອບ, ປຸກລະດົມປະຊາຊົນປະກອບສ່ວນເຂົ້າຮ່ວມຂະບວນການອອກ
ແຮງງານວັນເສົາແດງບໍລິເວນ ທີ່ຕົນຮັບຜິດຊອບໃຫ້ມີຄວາມສະອາດສວຍງາມ; ດ້ານວຽກງານຕົບແຕ່ງປະດັບປະດາທຸງຊາດ, ທຸງພັກ, ທຸງທິວ ແລະ ວຽກງານຕິດຕັ້ງປະດັບປະດາໄຟເອ້ທາງ, ໄຟສະຫວ່າງ ແລະ ຕິດປ້າຍຄຳຂວັນຕາມໜ້າບ້ານ, ທາງຮ່ອມ, ທາງຊອຍແມ່ນຈະໃຫ້ສຳເລັດກ່ອວັນທີ 14 ມັງກອນ,ຂະນະດຽວກັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີການຄຸ້ມຄອງບັນດາຮ້ານກິນດື່ມ, ຮ້ານບັນເທິງ ແລະ ການໃນຕົວ ເມືອງຕອນກາງຄືນເລີ່ມແຕ່ເວລາ 11:30 ໂມງເປັນຕົ້ນໄປຕ້ອງໃຫ້ປິດບໍລິການ, ເວັ້ນເສຍແຕ່ກໍລະນີມີການເຈັບເປັນ ແລະ ວຽກງານທາງລັດຖະການເທົ່ານັ້ນ, ພ້ອມທັງເອົາໃຈໃສ່ຕ້ານ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ ມີການຫັນປ່ຽນຄື: ບັນຫາຢາເສບຕິດ, ການລັກຊັບ, ການປຸ້ນຈີ້, ຊີງຊັບພົນລະເມືອງ, ບັນ ຫາກຸ່ມແກ້ງນັກເລງອັນຕະພານ, ສ້າງສຽງເນືອງນັນລົບກວນບ້ານເມືອງ, ການແກ້ໄຂສະຖານທີ່ຈຸດ ມົ້ວຕ່າງໆໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ສ້າງສະຕິເປັນເຈົ້າການໃນທົ່ວສັງຄົມໃຫ້ມີສະຕິເຄົາລົບລະບຽບກົດໝາຍ, ປະຕິບັດສິດ ແລະ ພັນທະຂອງພົນລະເມືອງໃຫ້ຖືກຕ້ອງ, ມີສະຕິສູງຕໍ່ກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ ພ້ອມທັງຫັນມາເຊີດຊູນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເສີມຂະຫຍາຍເປັນເຈົ້າຕົນເອງ, ມີຄວາມເສຍສະ ຫລະ ແລະ ປະກອບສ່ວນເຂົ້າໃນວຽກງານທີ່ການຈັດຕັ້ງວາງອອກເພື່ອຮັບປະກັນໃຫ້ການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ມີຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້.

No comments:

Post a Comment