Ad

Ad

6 January 2016

ຜົນສຳເລັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນ 5 ປີຜ່ານມາ

ໃນໄລຍະ 5 ປີຜ່ານມາເຫັນວ່າບັນດາຂະແໜງການ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຫັນລົງສູ່ຮາກຖານເພື່ອສຸມໃສ່ການສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ ແລະ 4 ຄາດໝາຍ, ປະຕິບັດວຽກງານ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ໂດຍໄດ້ເຮັດທົດລອງຢູ່ 51 ເມືອງ ແລະ 108 ບ້ານເປົ້າໝາຍ, ຊຶ່ງຜົນສຳເລັດອັນພົ້ນເດັ່ນແມ່ນໄດ້ສະແດງອອກຄື: ການຫັນລົງຮາກຖານໄດ້ເປັນຂະບວນການແຂງແຮງກວ່າເກົ່າ, ມາຮອດປັດຈຸບັນໄດ້ມີພະນັກງານລົງເຮັດວຽກກໍ່ສ້າງພື້ນຖານການເມືອງປະຈຳຢູ່ບ້ານແລະກຸ່ມບ້ານຈຳນວນ 8.685 ຄົນ, ໃນນັ້ນພະນັກງານຂັ້ນສູນກາງ 1.065 ຄົນ, ແຂວງ 1.196 ຄົນ,ເມືອງ 6.424 ຄົນແລະນັກສຶກສາຈຳນວນໜຶ່ງ, ລະບົບການເມືອງຢູ່ຂັ້ນບ້ານ ແລະ ກຸ່ມບ້ານໄດ້ຮັບການປັບປຸງໜັກແໜ້ນເຂັ້ມແຂງເທື່ອລະກ້າວ.

ບ້ານທີ່ມີລະບົບການຈັດຕັ້ງໜັກແໜ້ນມີໜ່ວຍພັກແຂງຮູ້ນຳພາຮອບດ້ານເພີ່ມຂຶ້ນ 72%, ບ້ານໄດ້ຮັບການຢັ້ງຢືນເປັນບ້ານປກຊກວມເຖິງ 82,38%, ບ້ານປອດຢາເສບຕິດກວມ 69% ແລະ ບ້ານປອດຄະດີກວມ 66,2% ຂອງຈຳນວນບ້ານທັງໝົດໃນຂອບເຂດທົ່ວປະເທດ, ໄດ້ສຸມໃສ່ການກໍ່ສ້າງໂຄງລ່າງພື້ນຖານເສດຖະກິດຢູ່ຮາກຖານຄື: ເສັ້ນທາງເຂົ້າໄປຫາເມືອງ, ບ້ານຕໍ່ບ້ານ ແລະ ມາຮອດປັດຈຸບັນໄດ້ມີເສັ້ນທາງເຂົ້າຫາບ້ານກວມເອົາ 84,2% ຂອງຈຳນວນບ້ານທັງໝົດ, ທຽບໃສ່ຄາດ    ໝາຍທີ່ວາງໄວ້ໃນປີ 2015 ເຫັນວ່າມີຄວາມເປັນໄປໄດ້ສູງທີ່ຈະມີທາງເຂົ້າເຖິງທຸກບ້ານທີ່ມີເງື່ອນໄຂ, ໄດ້ສຳເລັດການປັບປຸງ ແລະ ກໍ່ສ້າງເສັ້ນທາງລົດເຂົ້າຫາ 6 ເມືອງເຊັ່ນ: ເມືອງກະລຶມ, ດັກຈຶ້ງ, ສະໝ້ວຍ, ໄຊຈຳພອນ, ໄຊສະຖານ ແລະ ໂພນທອງ, ພ້ອມກັນນັ້ນກໍໄດ້ສືບຕໍ່ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳສະອາດລົງສູ່ຊົນນະບົດບ່ອນຫ່າງໄກສອກຫລີກ ແລະ ທຸກຍາກ.
ຈາກຜົນຂອງການປະເມີນຄວາມທຸກຍາກ ແລະ ມາດຖານບ້ານພັດທະນາເຫັນວ່າບ້ານທີ່ໄດ້ປະກາດໃຫ້ເປັນບ້ານສຳເລັດການສຶກສາພາກບັງຄັບ(ຈົບຊັ້ນປະຖົມ) ເພີ່ມຂຶ້ນຈາກ 80% ໃນປີ 2011 ມາເປັນ 98,3% ຂອງຈຳນວນບ້ານທັງໝົດໃນປີ 2014 ແລະ ປະກາດບ້ານແບບຢ່າງດ້ານສາທາລະນະສຸກເພີ່ມຂຶ້ນຈາກ 24,5% ໃນປີ 2011 ມາເປັນ 54,57% ຂອງຈຳນວນບ້ານທັງໝົດໃນປີ 2014, ການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ, ການພັດທະນາຕາມຊາຍແດນ ແລະ ຈຸດສຸມຕ່າງໆຂອງລັດຖະບານໄດ້ເຮັດໃຫ້ຫລາຍຄອບຄົວໃນເຂດດັ່ງກ່າວມີການຫັນອາຊີບຈາກການຖາງປ່າເຮັດໄຮ່ປູກເຂົ້າມາຜະລິດເປັນສິນຄ້າຕາມທ່າແຮງຂອງທ້ອງຖິ່ນຕົນ, ມີບ່ອນທຳມາຫາກິນຖາວອນອາຊີບໝັ້ນທ່ຽງ, ມີການຫັນປ່ຽນແບບແຜນການທຳມາຫາກິນແບບເກົ່າທີ່ຂຶ້ນກັບທຳມະຊາດມານຳໃຊ້ເຕັກນິກ-ວິທະຍາສາດເຮັດໃຫ້ການແກ້ໄຂຄວາມທຸກຍາກ, ການສ້າງບ້ານພັດທະນາ, ການພັດທະນາຈຸດສຸມ ແລະ ຕົວເມືອງໃໝ່ໄດ້ມີຄວາມຄືບໜ້າຫລາຍດ້ານ.
ສັງລວມແລ້ວໃນໄລຍະ 5 ປີຜ່ານມາເຫັນວ່າວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໄດ້ມີຜົນສຳເລັດຫລາຍດ້ານ ແລະ ຕາມຜົນການປະເມີນຄວາມທຸກຍາກປີ 2014 (ຕາມດຳລັດວ່າດ້ວຍມາດຖານຄວາມທຸກຍາກ ແລະ ມາດຖານການພັດທະນາໄລຍະ 2012-2015 ສະບັບເລກທີ 309/ນຍ) ເຫັນວ່າມີຄອບຄົວທຸກຍາກຍັງເຫລືອ 92.328 ຄອບຄົວ, ບ້ານທຸກຍາກຍັງເຫລືອຈຳນວນ 1.966 ບ້ານເທົ່າກັບ 23,09% ຂອງຈຳນວນບ້ານທັງໝົດທົ່ວປະເທດ, ເຖິງຢ່າງໃດກໍຕາມ, ຈາກຜົນການສຳຫລວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນຄັ້ງທີ 5 (LECS5) ເຫັນ

ໄດ້ວ່າອັດຕາສ່ວນຄວາມທຸກຍາກໄດ້ຫລຸດລົງ 27,6% ໃນສົກປີ 2007-2008 (LECS4) ມາເປັນ 23,2% ໃນສົກປີ 2012-2013, ຄາດວ່າໃນປີ 2015 ຈະຍັງເຫລືອປະມານ 17,9%. ອັດຕາຄົວເຮືອນທຸກຍາກຫລຸດລົງຈາກ 22,2% ໃນສົກປີ 2007-2008 (LECS4) ມາເປັນ 16% ໃນສົກປີ 2012-2013 ເຊິ່ງເຫັນວ່າມີຄວາມທ້າທາຍຫລາຍທີ່ຈະບັນລຸຄາດໝາຍເຮັດໃຫ້ອັດຕາຄົວເຮືອນທຸກຍາກຫລຸດລົງຕໍ່າກວ່າ 10% ໃນປີ 2015ເຖິງຢ່າງໃດກໍຕາມ, ຖ້າສືບຕໍ່ສຸມໃສ່ແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມຕ່າງໆຂອງລັດຖະບານຢ່າງຕໍ່ເນື່ອງ ແລະ ມີມາດຕະການຊຸກຍູ້ສົ່ງເສີມທີ່ແຂງແຮງ ແລະ ເໝາະສົມກວ່າເກົ່າກໍອາດຈະສາມາດບັນລຸໄດ້ຕາມເປົ້າໝາຍສູ້ຊົນໃນປີ 2015.

No comments:

Post a Comment