Ad

Ad

6 January 2016

ຍົກລະດັບຄວາມຮູ້ດ້ານຕັດຫຍິບໃຫ້ຄູ-ອາຈານພັດທະນາສີມືແຮງງານ

     ແຕ່ໃນວັນທີ 5-8 ມັງກອນນີ້, ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ນະຄອນຫລວງວຽງຈັນ, ໄດ້ຈັດຝຶກອົບຮົມໄລຍະສັ້ນໃຫ້ກັບຄູ-ອາຈານ ທີ່ມາຈາກສູນພັດທະນາ ສີມືແຮງງານ ແຂວງອຸດົມໄຊ, ຈຳປາສັກ, ບໍ່ແກ້ວ, ສູນຝຶກອົບຮົມວິຊາຊີບ ແມ່ຍິງຫ້ວຍຫົງ ແລະ ສູນພັດທະນາສີມືຕັດຫຍິບ, ໂດຍການເປັນປະທານຂອງທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ.

    ເພື່ອຍົກລະດັບດ້ານວິຊາການໃຫ້ຄູພັດທະນາສີມືແຮງງານຂະແໜງຕັດຫຍິບຂອງບັນດາສູນພັດທະ ນາສີມືແຮງງານທີ່ຂື້ນກັບຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄວາມຮູ້ຄວາມສາ ມາດ ແລະ ຄວາມຊຳນານງານໃນຂະແໜງດັ່ງກ່າວສູງຂຶ້ນ, ເຮັດໃຫ້ການຝຶກ ແລະ ພັດທະນາສີມືແຮງງານມີ
ຄຸນນະພາບ ແລະ ປະລິມານ. ປັດຈຸບັນການແຂ່ງຂັນທາງການຄ້າສາກົນນັບມື້ນັບສູງຂື້ນ, ພ້ອມດຽວກັນນານາຊາດກໍ່ຮຽກຮ້ອງໃຫ້ມີການຮ່ວມມືທາງດ້ານເສດຖະກິດໃນຂອບການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນການເປີດກວ້າງການຄ້າເສລີ, ການສ້າງຕະຫລາດຮ່ວມ ແລະ ປະຊາຄົມເສດຖະກິດ ນັ້ນກໍຄືການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ທີ່ໄດ້ເລີ່ມຂື້ນ ທ້າຍປີ 2015 ຜ່ານມານີ້, ຊື່ງມີເປົ້າໝາຍເພື່ອສ້າງໃຫ້ອາຊຽນເປັນຕະຫລາດ ແລະ ຖານການຜະລິດດຽວ, ເປີດກວ້າງການຄ້າ, ການບໍລິການ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ມີການເຄື່ອນຍ້າຍແຮງງານທີ່ມີສີມື, ຕະຫລາດແຮງງານຂອງອາຊຽນມີຂະໜາດໃຫຍ່ຂຶ້ນເຮັດໃຫ້ຜູ້ອອກ ແຮງງານມີສະຖານທີ່ເລືອກເຮັດວຽກໄດ້ຫລາຍຂຶ້ນມີໂອກາດໄດ້ຮັບຄ່າແຮງງານສູງຂຶ້ນ. ເມື່ອແຮງງານມີສີມືສູງຂຶ້ນຈະເຮັດໃຫ້ຜົນຜະລິດສູງຂຶ້ນ ແລະ ຄ່າແຮງງານທີ່ສູງຂຶ້ນຕາມ. ແຕ່ໃນປັດຈຸບັນລະດັບສີມືແຮງງານລາວ ແມ່ນຍັງຕ່ຳຖ້າທຽບໃສ່ກັບບັນດາປະເທດສະມາຊິກອາຊຽນດ້ວຍກັນ, ກົນໄກການຄຸ້ມຄອງການພັດທະນາສີມືແຮງງານຍັງບໍ່ທັນເປັນລະບົບເອກະພາບ, ການພັດທະນາສີມືແຮງ ງານໄລຍະສັ້ນ ແລະ ໄລຍະຍາວ ຍັງບໍ່ທັນຕິດພັນກັບຄວາມຕ້ອງການຂອງຕະຫລາດ ແຮງງານ ແລະ ຄຸນນະພາບຍັງຕ່ຳເຮັດໃຫ້ເກີດມີບັນຫາການຂາດແຄນແຮງງານ ແລະ ແຮງງານເຫລືອບໍ່ພໍ, ງົບປະ ມານການລົງທຶນເຂົ້າໃສ່ວຽກງານພັດທະນາສີມືແຮງງານບໍ່ພຽງພໍ. ເມື່ອຕະຫລາດແຮງງານມີການປັບຕົວສູງຂຶ້ນຈະສົ່ງຜົນກະທົບຕໍ່ແຮງງານລາວທີ່ມີລະດັບຄວາມຮູ້, ຄວາມສາມາດ, ປະສົບການຕ່ຳບໍ່ສາມາດເຂົ້າສູ່ຕະຫລາດແຮງງານ ຫລື ຖືກປົດປ່ອຍອອກ, ເຮັດໃຫ້ສູນເສຍໂອກາດການມີວຽກເຮັດງານທຳ ແລະ ບໍ່ສາມາດຊອກຫາວຽກເຮັດງານທຳທີ່ສອດຄ່ອງກັບວຸດທິວິຊາຊີບຂອງຕົນເອງ ແລະ ກ້າວໄປສູ່ການສົ່ງຜົນສະທ້ອນຕໍ່ການພັດທະນາປະເທດຊາດໂດຍລວມ.
    
ການຝຶກອົບຮົມປະກອບມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບການຕັດຫຍິບເສື້ອຍິງຄໍໄທເລີ (ເສື້ອແວ໋ດ) ແລະ ຕັດຫຍິບເສື້ອເຊີດຊາຍ (ຄໍເຊີດຊາຟາລີ).

No comments:

Post a Comment