Ad

Ad

6 January 2016

ການ​ເຊື່ອມ​ຈອດດ້ານພື້ນຖານໂຄງລ່າງຂອງອາຊຽນ

           ​ໃນປີ 2015 ​ໂຄງການເຊື່ອມຕໍ່ດ້ານພະລັງງານໄດ້ເຊື່ອມຕໍ່ລະຫວ່າງແຂວງກາລີມັນຕັນຕາເວັນຕົກຂອງອິນໂດເນເຊຍກັບລັດຊາຣາວັກຂອງມາເລເຊຍພາຍໃນປີ 2020, ​ໂຄງການທາງລົດໄຟສິງກະໂປ-ຄຸນໝິງຈະເຊື່ອມຜ່ານປະເທດສິງກະໂປ, ມາເລເຊຍ, ​ໄທ, ກຳປູເຈຍ, ຫວຽດນາມແລະມຽນມາ.
ການເຊື່ອມຕໍ່ດັ່ງກ່າວຂ້າງເທິງນັ້ນແມ່ນເສັ້ນທາງເຊື່ອມຕໍ່ທີ່ສຳຄັນໃນການສ້າງປະຊາຄົມອາຊຽນທັງດ້ານພື້ນຖານໂຄງລ່າງແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນແລະ ການພົວພັນດ້ານວັດທະນະທຳຫລືການຄ້າ. ສິ່ງດັ່ງກ່າວນັ້ນແມ່ນມີຄວາມສຳຄັນໃນການເພີ່ມທະວີແລະສົ່ງເສີມໃຫ້ອາຊຽນເປັນພາກພື້ນທີ່ພົ້ນເດັ່ນດ້ານການດຳເນີນທຸລະກິດແລະ ການເຊື່ອມໂຍງກັນຂອງ 10 ປະເທດສະມາຊິກແລະ ປະຊາຊົນຂອງອາຊຽນ.

ການເຊື່ອມຕໍ່ພາຍໃນອາຊຽນທັງຫລາຍເຫລົ່ານີ້ແມ່ນໄດ້ປະຕິບັດຕາມແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ​​ເຊິ່ງຜູ້ນຳຂອງບັນດາປະເທດສະມາຊິກອາຊຽນໄດ້ຮັບຮອງເອົາເປັນແຜນປະຕິບັດງານແຕ່ປີ 2011 ຫາ 2015 ​ເພື່ອການເຊື່ອມໂຍງອາຊຽນທີ່ມີຄວາມໃກ້ຊິດຫລາຍຂຶ້ນກວ່າເກົ່າ. ​ແຜນແມ່ບົດດັ່ງກ່າວໄດ້ກຳນົດເອົາ 3 ປະເພດການເຊື່ອມຈອດໄດ້ແກ່ການສົ່ງເສີມການພັດທະ ນາດ້ານພື້ນຖານໂຄງລ່າງ (ການເຊື່ອມຈອດດ້ານພື້ນຖານໂຄງລ່າງ), ປະສິດທິພາບຂອງລະບຽບຫລັກການ, ກົນໄກແລະ ຂັ້ນຕອນຕ່າງໆ (ການເຊື່ອມຈອດດ້ານລະບຽບຫລັກການ) ​ແລະເພີ່ມທະວີບົດບາດຂອງປະຊາຊົນດ້ວຍການເປີດກວ້າງກາລະໂອກາດຕ່າງໆ (ການໄປມາຫາສູ່ຂອງປະຊາ ຊົນ). ບັນດາແຜນການຮ່ວມມືຂອງອະນຸພາກພື້ນເຊັ່ນ: ​ເຂດພັດທະນາອາຊຽນຕາເວັນອອກທີ່ລວມມີບຣູໄນ-ອິນໂດເນເຊຍ-ມາເລເຊຍ-ຟີລິບປິນ (BIMP-EAGA), ສາມຫລ່ຽມພັດທະນາອິນໂດເນເຊຍ-ມາເລເຊຍ-​ໄທ (IMT-GT) ​ແລະ ການຮ່ວມມືຂອງບັນດາປະເທດລຸ່ມແມ່ນ້ຳຂອງ (GMS) ລ້ວນແຕ່ມີບົດບາດສຳຄັນໃນການເລັ່ງລັດການສ້າງປະຊາຄົມອາຊຽນ.
            ​ໂຄງການເຊື່ອມຈອດດ້ານພື້ນຖານໂຄງລ່າງໄດ້ກວມເອົາຂໍ້ລິເລີ່ມຕ່າງໆເພື່ອອຳນວຍຄວາມສະດວກການໄຫລວຽນຂອງສິນຄ້າ, ການບໍລິການແລະການໄປມາຫາສູ່ຂອງປະຊາຊົນຢູ່​​ໃນພາກພື້ນ. ​ໂຄງການເຫລົ່ານີ້ລວມມີເຄື່ືອຂ່າຍທາງດ່ວນອາຊຽນ, ການກຳນົດ 47 ທ່າເຮືອງທາງທະເລ, ສາຍສົ່ງອິນເຕເນັດຄວາໄມສູງອາຊຽນແລະ ຕາໜ່າງເຄືອຂ່າຍພະລັງງານໄຟຟ້າອາຊຽນ, ​ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ສົ່ງເສີມການເຊື່ອມຈອດຜ່ານຊາຍແດນແລະ ນຳມາເຊິ່ງຜົນປະໂຫຍ​ ​ເຊັ່ນການພັດທະນາຄວາມສາມາດແຂ່ງຂັນຂອງເຄືອຂ່າຍການຜະລິດໃນພາກພື້ນ, ການໄຫລວຽນຂອງສິນຄ້າ, ການບໍລິການແລະ ການລົງທຶນດີກວ່າເກົ່າແລະ ການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ.
ສັນຍາວ່າດ້ວຍການອຳນວຍຄວາມສະດວກການຂົນສົ່ງສາມສະບັບໂດຍສະເພາະສັນຍາອາຊຽນໃນຂອບວຽກຂອງການອຳນວຍຄວາມສະດວກການສົ່ງຜ່ານສິນຄ້າ, ອຳນວຍຄວາມສະດວກການຂົນສົ່ງຂ້າມປະເທດແລະ ການຂົນສົ່ງຫລາຍຮູບແບບລ້ວນແຕ່ປະກອບສ່ວນເຂົ້າໃນການເຊື່ອມຈອດດ້ານພື້ນຖານໂຄງລ່າງແນໃສ່ຫລຸດຜ່ອນຕົ້ນທຶນແລະ ສົ່ງເສີມການເຄື່ອນຍ້າຍຂອງຍານພາ ຫະນະ, ຜະລິດຕະພັນ, ການບໍລິການຜ່ານຊາຍແດນ. ຕົວຢ່າງໃນປີ 2015 ສປປ ລາວແລະ ຫວຽດນາມໄດ້ເປີດນຳໃຊ້ການກວດສິນຄ້າຈຸດດຽວຢ່າງເປັນທາງການທີ່ຈຸດກວດຊາຍແດນລາວບາ-​ແດນສະ ຫວັນເພື່ອເປັນການອຳນວຍຄວາມສະດວກດ້ານການຄ້າຂອງສອງປະເທດແລະ ຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ.
ປະເທດສະມາຊິກອາຊຽນກຳລັງເຮັດໃຫ້ການເຄື່ອນຍ້າຍຂອງສິນຄ້າສະດວກຂຶ້ນກວ່າເກົ່າຢູ່ພາຍໃນປະເທດແລະ ອອກສູ່ປະເທດສະມາຊິກອື່ນໂດຍຜ່ານລະບົບເຂົ້າ-ອອກປະຕູດຽວ. ​ໃນຕົ້ນປີ 2016 ນີ້, ການບໍລິການເຂົ້າ-ອອກຜ່ານປະຕູດຽວຈະຖືກຈັດຕັ້ງປະຕິບັດລະຫວ່າງປະເທດສະມາຊິກທີ່ມີຄວາມພ້ອມໃນວຽກງານດັ່ງກ່າວ. ອາຊຽນກຳລັງຊຸກຍູ້ໃຫ້ມີການບໍລິການເຂົ້າ-ອອກຜ່ານປະຕູດຽວໃນການຂົນສົ່ງສິນຄ້າທາງອາກາດແລະ ການບໍລິການເຂົ້າ-ອອກຜ່ານປະຕູດຽວໃນການຂົນສົ່ງສິນຄ້າທາງນ້ຳເພື່ອບັນລຸເປົ້າໝາຍການເປັນຕະຫລາດແລະ ຖານການຜະລິດໜຶ່ງດຽວ, ສືບຕໍ່ເປີດກວ້າງດ້ານການລົງທຶນຢ່າງແຂງແຮງພາຍໃນແລະ ພາຍນອກພາກພື້ນ.
ມາດຕະການເຊື່ອຈອດດ້ານລະບຽບຫລັກການເຊິ່ງລວມທັງການອຳນວຍຄວາມສະດວກດ້ານການຄ້າເຊັ່ນ: ສາງເກັບສິນຄ້າອາຊຽນແລະ ສາງເກັບສິນຄ້າແຫ່ງຊາດ. ອາຊຽນຍັງສືບຕໍ່ຫລຸດຜ່ອນບັນດາສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີເພື່ອສົ່ງເສີມການຄ້າແລະ ການລົງທຶນຂອງອາຊຽນໃຫ້ມີມາດຕະຖານເປັນອັນໜຶ່ງອັນດຽວກັນແລະ ມີຄວາມສອດຄ່ອງກັນຂອງຂັ້ນຕອນການກວດກາລະຫວ່າງປະເທດສະມາຊິກອາຊຽນ.
ການປັບປຸງການເຊື່ອມຕໍ່ເພື່ອສ້າງໃຫ້ອາຊຽນເປັນປະຊາຄົມຕາມທິດຂອງປະຊາຊົນແລະ ປະຊາຊົນເປັນແກນກາງລວມມີບັນດາຂໍ້ລິເລີ່ແລະ ກາລະໂອກາດທີ່ໃຫ້ປະຊາຊົນອາຊຽນໄດ້ຮຽນຮູ້ວັດທະນະທຳແລະ ຄວາມເປັນກັນເອງເພື່ອສ້າງເປັນໂອກາດໃຫ້ເຂົາເຈົ້າຮູ້ຈັກກັນດີຂຶ້ນ. ບັນດາຂໍ້ລິເລີ່ໃນການສົ່ງເສີມໄປມາຫາສູ່ກັນສະດວກສະບາຍກວ່າເກົ່າໂດຍຜ່ານການຫລຸດຜ່ອນຂັ້ນຕອນການອອກວີຊາ, ສັນຍາຫລາຍຝ່າຍວ່າດ້ວຍການເປີດເສລີດ້ານການບໍລິການທາງອາກາດກໍຄືສັນຍາຮັບຮູ້ເຊິ່ງກັນແລະ ກັນ, ຂໍ້ລິເລີ່ມດ້ານການສຶກສາເຊັ່ນ: ການແລກປ່ຽນນັກສຶກສາ, ​ໂຄງການ​​ແລກປ່ຽນນັກສຶກສາອາຊຽນແລະ ຫລັກສູດການສຶກສາກ່ຽວກັບອາຊຽນແນໃສ່ສົ່ງເສີມເອກະລັກຂອງພາກພື້ນອາຊຽນ. ຕົວຢ່າງບັນດາປະເທດສະມາຊິກອາຊຽນກຳລັງສົ່ງເສີມການນຳໃຊ້ຫລັກສູດການຮຽນ-ການສອນອາຊຽນສຳລັບໂຮງຮຽນຊັ້ນປະຖົມແລະ ມັດທະຍົມຕອນຕົ້ນເພື່ອເພີ່ມເສີມໃຫ້ແກ່ປຶ້ມຮຽນທີ່ມີໃນປັດຈຸບັນກ່ຽວກັບອາຊຽນ.
ປັດຈຸບັນອາຊຽນກຳລັງຮ່າງວາລະການເຊື່ອມຈອດອາຊຽນຫລັງປີ 2015 ອາຊຽນຈະມີການທົບທວນແລະ ກຳນົດມາດຕະການຕ່າງໆເພື່ອລະດົມຊັບພະຍາກອນລວມທັງການຊອກຫາແຫລ່ງທຶນໃໝ່ແລະ ການເສີມສ້າງຄວາມເຂັ້ມແຂງຂອງກົນໄກລະບຽບຫລັກການ, ການບໍລິຫານແລະ ການປະສານງານກັບພາກສ່ວນກ່ຽວຂ້ອງລວມທັງພາກທຸລະກິດ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະ ບານແລະອົງການຈັດຕັ້ງທາງສັງຄົມ.

     ​     ເວົ້າລວມແລ້ວ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ດ້ານລະບຽບຫລັກການແລະ ການໄປມາຫາສູ່ຂອງປະຊາຊົນຈະສົ່ງເສີມການເຕີບໃຫຍ່ທາງເສດຖະກິດ, ຮັດແຄບຄວາມແຕກໂຕນດ້ານການພັດທະນາ, ພັດທະນາຄວາມສາມາດໃນການແຂ່ງຂັນຂອງພາກພື້ນແລະ ຮັດແໜ້ນການພົວພັນຂອງປະຊາຊົນທັງພາຍໃນແລະ ນອກອາຊຽນ. ການເຊື່ອມຈອດຢ່າງມີສີສັນແລະເຂັ້ມແຂງຂອງອາຊຽນເປັນສິ່ງຈຳເປັນເພື່ອໃຫ້ອາຊຽນກ້າໄປສູ່ການເປັນພາກພື້ນທີ່ມີຄວາມສາມາດແຂ່ງຂັນແລະເຂັ້ມແຂງ, ມີການເຊື່ອມໂຍງກັບເສດຖະກິດສາກົນຢ່າງໝັ້ນຄົງ.

No comments:

Post a Comment