Ad

Ad

7 January 2016

ນະຄອນຫລວງເລ່ັງປະດັບປະດາຕົວເມືອງເພື່ອຄ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ເປັນຂະບວນຟົດຟື້ນ

ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຄະນະກຳມະການປະດັບປະດາ ແລະ ອະນາໄມຕົວເມືອງນະຄອນຫຼວງວຽງຈັນເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ຖະແຫລງຕໍ່ສືມວນຊົນເມື່ອມໍ່ໆມານີ້ວ່າ: ນອກຈາກທຸກພາກສ່ວນຈະຕ້ອງໄດ້ເອົາໃຈໃສ່ຮັກສາອະນາໄມ ແລະ ປະດັບປະດາຕົວເມືອງ, ກໍຄືເຂດຮັບຜິດຊອບຂອງຕົ້ນແລ້ວ,ນັບແຕ່ວັນທີ 9 ມັງກອນນີ້ເປັນຕົ້ນໄປໃຫ້ແຕ່ລະສຳນັກງານອົງການທັງພາກລັດ ແລະ ເອກະຊົນຕິດປ້າຍຄຳຂວັນ ແລະ ທຸງພັກ ທຸງຊາດ ທຸງທິວຕ່າງໆເພື່ອຄ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກໃຫ້ເປັນ
ຂະບວນຟົດຟື້ນຊຶ່ງທາງຄະນະກຳມະການໄດ້ກຳນົດຄຳຂັວນໄວ້ 10 ຄຳຂວັນດ້ວຍກັນຄື: (1) ພັກປະຊາຊົນປະຕິວັດລາວມີກຽດສະຫງ່າໝັ້ນຍືນ, (2) ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາຕະຫຼອດໄປ, (3) ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວໝັ້ນຍືນ, (4) ຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກຢ່າງສຸດໃຈ,(5) ອອກແຮງແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ ຂອງພັກ , (6) ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, (7) ອອກແຮງຜັນຂະຫຍາຍວຽກງານ 3 ສ້າງເຂ້າສູ່ລົງເລິກໃນທົ່ວປະເທດ,(8) ເດັດດ່ຽວປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ,ເອກະລາດ,ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, (9) ເຊີດຊູນ້ຳໃຈເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງສູ້ຊົນເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ,(10) ສ້າງລັດເຮົາ-ລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຫ້ເຂັ້ມແຂງ ແລະ ໝັກແໜ້ນ, ພ້ອມນັ້ນກໍໃຫ້ສຳນັກ ງານອົງການ ແລະ ບ້ານເຮືອນປະຊາຊົນທີ່ຢູ່ແຄມທາງເອົາໃຈໃສ່ການປະດັບປະດາຕົກແຕ່ງໃຫ້ມີສີສັນງົດງາມກວ່າເກ່ົາພ້ອມທັງປ່ຽນຖ່າຍທຸງທີ່ເກົ່າແກ່ຊຸດໂຊມຄືນໃໝ່ ເພື່ສະແດງເຖິງຄວາມໝັ້ນຄົງເຂັ້ມ ແຂງ ແລະ ຮັ່ງມີຜາສຸກພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວຕະຫຼາດ 60 ປີຜ່ານ ມາ.

No comments:

Post a Comment