Ad

Ad

7 January 2016

5 ປີຜ່ານມາການຜະລິດເປັນສີນຄ້າມີບາດກ້າວຂະຫຍາຍຕົວ

5 ປີຜ່ານມາ, ການຜະລິດເປັນສີນຄ້າຂອງລາວ, ໄດ້ຂະຫຍາຍຕົວດີສົມຄວນ ແລະ ອັນພົ້ນເດັ່ນກວ່າໝູ່ແມ່ນ 10 ປະເພດພືດບູລິມະສິດທີ່ເປັນປາຍແຫລມແມ່ນປະຕິບັດໄດ້ລື່ນແຜນການວາງໄວ້, ຍ້ອນມີຕະຫລາດຮອງຮັບ, ລາຄາກໍເປັນທີ່ພໍໃຈຂອງຊາວກະສິກອນ, ທັງໄດ້ຮັບການຊຸກຍູ້ສົ່ງເສີມຈາກພາກລັດ ແລະ ຜູ້ປະກອບການລວມທັງບັນດາບໍລິສັດຜູ້ລົງທຶນຕ່າງໆໃນຂົງເຂດກະສິກໍາ ແລະ ອຸດສະຫະກໍາປຸງແຕ່ງຜົນຜະລິດກະສິກໍາເປັນຕົ້ນ: ການຜະລິດກາເຟໄດ້ເພີ່ມຂຶ້ນ 52 ພັນກວ່າໂຕນໃນສົກປີ 2010-2011 ມາເປັນ 99 ພັນກວ່າໂຕນໃນສົກປີ 2014-2015 ລື່ນແຜນການປະມານ 80%, ຊຶ່ງປູກຫລາຍກວ່າໝຸ່ແມ່ນຢູ່ແຂວງຈໍາປາສັກ, ສາລະວັນ ແລະ ເຊກອງ, ສາລີອາຫານສັດເພີ່ມຂຶ້ນຈາກ 917 ພັນໂຕນມາເປັນ 1,1
ລ້ານໂຕນ, ລື່ນແຜນການ 94%, ປູກຫລາຍກວ່າໝູ່ແມ່ນແຂວງໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ບໍ່ແກ້ວ, ມັນຕົ້ນເພີ່ມຂຶ້ນຈາກ 743 ພັນໂຕນມາເປັນ 1,5 ລ້ານໂຕນ ລື່ນແຜນການຫລາຍເທົ່າຕົວ, ປູກຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ບໍລິຄໍາໄຊ, ອ້ອຍເພີ່ມຂຶ້ນຈາກ 1,22 ລ້ານໂຕນ ມາເປັນ 1,75 ລ້ານໂຕນ, ປູກຫລາຍກວ່າໝູ່ແມ່ນຢູ່ແຂວງສະຫວັນນະເຂດ ແລະ ບໍລິຄໍາໄຊ, ຢາສູບຈາກ 81 ພັນໂຕນຫລຸດລົງເປັນ 64 ພັນໂຕນ, ປູກຫລາຍກວ່າໝູ່ແມ່ນຢູ່ແຂວງຈໍາປາສັກ, ສະຫວັນນະເຂດ, ບໍລິຄໍາໄຊ, ຄໍາມ່ວນ, ຫລວງພະບາງ ແລະ ແຂວງວຽງຈັນ, ຝ້າຍເພີ່ມຂຶ້ນຈາກ 1.840 ໂຕນມາເປັນ 22 ພັນໂຕນ, ໝາກເດືອຍເພີ່ມຂຶ້ນຈາກ 103 ພັນໂຕນມາເປັນ180 ພັນໂຕນ, ນອກຈາກນີ້ພືດຕະກູນຖົ່ວເຊັ່ນ: ຖົ່ວເຫລືອງ, ຖົ່ວດິນກໍເພີ່ມຂຶ້ນ, ສ່ວນການປູກຢາງພາລາມາຮອດປັດຈຸບັນທົ່ວປະເທດມີເນື້ອທີ່ຫລາຍກວ່າ 248 ພັນເຮັກຕາ.

    ສໍາລັບການລ້ຽງສັດເປັນສີນຄ້າກໍເຫັນວ່າມີການຫັນໄປສູ່ການລ້ຽງແບບອຸດສະຫະກໍາ, ໂດຍມີການນໍາໃຊ້ແນວພັນປັບປຸງເຊັ່ນ: ໝູ, ໄກ່, ປາ, ງົວ ແລະ ການລ້ຽງສັດແຕ່ລະປະເພດກໍມີຫລາຍຮູບແບບເປັນຕົ້ນ: ລ້ຽງແບບເປັນຟາມ ແລະ ອື່ນໆເພື່ອສະໜອງໃຫ້ແກ່ຕະຫລາດພາຍໃນ ແລະ ສົ່ງອອກຕ່າງປະເທດ, ແນວໃດກໍຕາມ, ເຖິງວ່າສີນຄ້າກະສິກໍາທີ່ຜະລິດໄດ້ມີບໍລິມາດເພີ່ມຂຶ້ນກໍຕາມແຕ່ສ່ວນໃຫຍ່ຍັງເປັນວັດຖຸດິບບໍ່ທັນມີການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ, ສະນັ້ນ ໃນຕໍ່ໜ້າຕ້ອງໄດ້ອອກແຮງຂົນຂວາຍໃຫ້ນັກທຸລະກິດມາລົງທຶນເພື່ອປຸ່ງແຕ່ຜະລິດຕະພັນກະສິກໍາໃຫ້ນັບມື້ມີຄວາມຫລາກຫລາຍ.

No comments:

Post a Comment