Ad

Ad

7 January 2016

ຮອງເຈົ້າຄອງນະຄອນຫລວງຮຽກຮ້ອງທົ່ວສັງຄົມສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີບັນຍາກາດຟົດຟື້ນ

        ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ຈະໄຂຂຶ້ນໃນມໍ່ໆນີ້, ສະນັ້ນ ເພື່ອເປັນການຄໍານັບຮັບຕ້ອນ ແລະ ຊົມເຊີຍກອງປະຊຸມສໍາຄັນດັ່ງກ່າວ, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ແກ້ວພິລາວັນ ອາໄພລາດ ຈຶ່ງອອກມາຮຽກຮ້ອງທົ່ວສັງຄົມຈົ່ງພ້ອມກັນສ້າງກິດຈະກໍາຕ່າງໆຢ່າງເປັນຂະບວນຟົດຟື້ນເປັນຕົ້ນ: ສືບຕໍ່ໂຄສະນາ-ປາຖະກະຖາຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກກໍຄືມູນເຊື້ອແຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ, ຈັດຕັ້ງສໍາມະນາຖາມ-ຕອບວິທະຍາສາດໃຫ້ກວ້າງຂວາງເລິກເຊິ່ງ, ສ້າງໃຫ້ມີຂະບວນການສີລະປະ-ວັນນະຄະດີ ແລະ ການແຂ່ງຂັນກິລາປະເພດຕ່າງໆໃຫ້ກວ້າງ ຂວາງ, ຮອບດ້ານ, ໃນນັ້ນອັນສໍາຄັນແມ່ນເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ເດັດຂາດບໍ່ໃຫ້ມີເຫດການໃດໆເກີດຂຶ້ນທີ່ຈະກະທົບຕໍ່ຊີວິດ ແລະ ຊັບສີນຂອງພົນລະເມືອງໃນຊ່ວງໄລຍະນີ,
ທຸກພາກສ່ວນຕ້ອງເປັນເຈົ້າການໃນການຮັກສາອານາໄມທໍາຄວາມສະອາດຈົບງາມ, ປະດັບປະດາຕົບແຕ່ງຕິດທຸງພັກ, ທຸງຊາດ, ທຸງທິວ, ຄໍາຂວັນ ແລະ ຕິດຕັ້ງໄຟປະດັບ, ໄຟສະຫວ່າງ ແລະ ບັນດາກິດຈະກໍາການກໍ່ສ້າງຕ່າງໆຕ້ອງຮັບປະກັນບໍ່ໃຫ້ເສັ້ນທາງເປີະເປື້ອນ, ຮົກເຮື້ອເດັດ ຂາດ. ສໍາລັບສະຖານບັນເທິງຕ້ອງປິດການບໍລິການໃນເວລາ 23:30 ໂມງ, ນອກຈາກນີ້ກໍໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ມີການຫັນປ່ຽນເປັນຕົ້ນ: ບັນຫາຢາເສບຕິດ, ປຸ້ນຈີ້-ຊິງຊັບ, ກຸ່ມແກ້ງນັກເລງອັນຕະພານໃຫ້ຫລຸດລົງຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ມີຜົນສໍາເລັດຢ່າງຈົບງາມ. 

No comments:

Post a Comment