Ad

Ad

7 January 2016

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຜົນສຳເລັດຫລາຍດ້ານໃນການຈັດຕັ້ງປະຕິບັດມະຕິ IX ຂອງພັກ

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຢຶດໝັ້ນທັດສະນະຂອງພັກທີ່ວ່າ: ແຮງງານເປັນຜູ້ສ້າງປະຫວັດສາດ ແລະ ແຮງງານມີບົດບາດຕັດສິນການຄົງຕົວ ແລະ ການຂະຫຍາຍຕົວຂອງປະເທດຊາດ, ສະນັ້ນ ນັບແຕ່ມື້ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ໃຫ້ຄວາມສຳຄັນ ແລະ ກຳນົດທັດສະນະກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແຕ່ຫົວທີ, ເຊິ່ງໄດ້ກາຍເປັນພື້ນຖານແນວຄິດທິດສະດີຂອງພັກ ແລະ ຖືກກຳນົດເຂົ້າໃນແນວທາງດຳເນີນງານຂອງພັກທັງໄດ້ຮັບການປັບປຸງບູລະນະໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະ ຊາຊົນປະຕິວັດລາວ ໄດ້ກຳນົດທັດສະນະກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມໄວ້ວ່າ: ສຸມໃສ່
ພັດທະນາ ແລະ ສ້າງກຳລັງແຮງງານລາວໃຫ້ມີສີມື, ມີຄວາມຮູ້, ຄວາມສາມາດ, ຄວາມຊຳນານ, ມີທັດສະນະຄະຕິ ແລະ ລະບຽບວິໄນ, ມີວຽກເຮັດງານທຳທີ່ເໝາະສົມ; ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງຄຸ້ມຄອງ ແລະ ໄດ້ຮັບສະຫວັດດີການດີກວ່າເກົ່າ; ປະຕິບັດນະໂຍບາຍກະຕັນຍູຮູ້ບຸນຄຸນຕໍ່ຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ ໃຫ້ທົ່ວເຖິງ; ໃຫ້ຄວາມສຳຄັນເປັນພິເສດຕໍ່ການປະຕິບັດລະບອບປະກັນສັງຄົມສຳລັບຊາວຜູ້ອອກແຮງງານໃຫ້ທົ່ວເຖິງດ້ວຍການສ້າງກົນໄກລະບຽບການບໍລິຫານ ທີ່ມີປະສິດທິພາບ ແລະ ມີການເຂົ້າຮ່ວມຂອງຜູ້ອອກແຮງງານ ແລະ ຜູ້ປະກອບການຢ່າງເປັນເຈົ້າການ ແລະ ກ້ວາງຂວາງ, ຕ້ອງພັດທະນາ ແລະ ຂະຫຍາຍຂອບເຂດການປົກຄຸມປະກັນສັງຄົມ ແລະ ປະກັນສຸຂະພາບໃຫ້ກວມເອົາ 50% ຂອງພົນລະເມືອງໃນປີ 2015, ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມໃນການເບິ່ງແຍງຊ່ວຍເຫລືອຜູ້ດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ”, ນັ້ນກໍເນື່ອງຈາກການຈັດຕັ້ງປະຕິບັດມະຕິ 9 ຂອງພັກ, ເພື່ອໃຫ້ມີຜົນສຳເລັດຕາມມາ ແລະ ໃນຂະນະດຽວກັນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ສຸມໃສ່ສ້າງວຽກງານຄຸ້ມຄອງແຮງງານ, ໂດຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານພາຍໃນປະເທດຫລາຍຂຶ້ນກວ່າເກົ່າເປັນຕົ້ນໃຫ້ຄຳປຶກສາດ້ານກົດໝາຍໃຫ້ຜູ້ອອກ ແຮງງານ ແລະ ລະ ບຽບການກ່ຽວກັບການຈ້າງງານ, ສັນຍາແຮງງານ, ຊົ່ວໂມງເຮັດວຽກ, ການຈ່າຍເງິນ ຊົດເຊີຍໃນເວລາຍົກເລິກສັນຍາແຮງງານ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຢູ່ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຕ່າງໆ, ໄກ່ເກ່ຍຂໍ້ຂັດແຍ່ງແຮງງານ, ລົງກວດການກົດໝາຍດ້ານແຮງງານ, ພ້ອມເອົາໃຈໃສ່ປັບປຸງ ການຈັດຕັ້ງ ແລະ ພັດທະນາບຸກຄະລາກອນທີ່ເຮັດວຽກງານກວດກາແຮງງານຢ່າງຕໍ່ເນື່ອງ, ສ່ວນ ດ້ານວຽກງານປະກັນສັງຄົມ ກໍມີຜົນສຳເລັດ ໂດຍພື້ນຖານ, ແຕ່ຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສຶບຕໍ່ແກ້ໄຂ, ເນື່ອງຈາກ ກຳລັງແຮງງານໃນຂົງເຂດອຸດສາຫະກຳ ແລະ ກໍ່ສ້າງໄດ້ເພີ່ມຂຶ້ນຈາກ 8,3% ໃນປີ 2010 ມາເປັນ 11,4% ໃນປີ 2015, ຂົງເຂດບໍລິການ ເພີ່ມຂຶ້ນຈາກ 20,4% ໃນປີ 2010 ມາເປັນ 23,3% ໃນປີ 2015.

No comments:

Post a Comment