Ad

Ad

8 January 2016

ສານ​ຕັດສິນ​ຈຳ​ຄຸກກວ່າ 14 ປີ​​ຖານຄາດ​ຕະກຳ​ເມຍ​ເກົ່າ

ຂ່າວ-ພາບ : ຫນັງສືພິມ ປກສ
ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ​ໃນວັນທີ 6 ມັງກອນນີ້, ສານດັ່ງກ່າວໄດ້ຕັດສິນລົງໂທດ ທ້າວ ຄຳມິ ອາຍຸ 34 ປີ,​ ຢູ່ບ້ານໂພນ​​​ແກ້ວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໃຫ້ຈຳຄຸກ 14 ປີກັບ 6 ​ເດືອນ, ປັບໃໝ່ 2 ລ້ານກີບ, ພ້ອມທັງຊົດໃຊ້ເງິນໃຫ້ໂຈດທາງແພງຈຳນວນ 90 ​ລ້ານກວ່າກີບໃນຖານຄາດຕະກຳນາງ ໄມແກ້ວ (​ເມຍເກົ່າ)ອາຍຸ 32 ປີ, ຢູຸ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ້າວ ຄຳມິງ ສາລະພາບວ່າ: ​ໃນເດືອນກຸມພາປີ 2015 ຕົນໄດ້ສ້າງຄອບຄົວກັບນາງໄມແກ້ວ (ຜູ້ຕາຍ) ​ແລະ ໄດ້ຢູ່ກິນນຳກັນມາ​​ເປັນເວລາ 5​ ​ເດືອນແລ້ວໄດ້ຢ່າຮ້າງ​​ຍ້ອນຄວາມບໍ່ເຂົ້າໃຈເຊິ່ງກັນແລະ ກັນ,​
ແຕ່ທັງສອງຍັງມີການພົວພັນນຳກັນຢູ່, ຈົນຮອດວັນທີ 14 ກັນຍາ 2015 ກໍເກີດມີການຜິດຖຽງກັນອີກຍ້ອນຜົວເກົ່າຂອງນາງ ໄມ​​ແກ້ວ ໂທມາ​​​ບອກ​​ໃຫ້ນາງ ໄມແກ້ວ ໄປຫາຈຶ່ງເຮັດໃຫ້ຈຳເລີຍເກີດຄວາມໂມໂຫແລ້ວລົງມືບີບຄໍນາງ ໄມແກ້ວ ຈົນ​​ເສຍຊີວິດຄາທີ່, ມາຮອດວັນທີ 16 ກັນຍາ ຈຶ່ງຖືກເຈົ້າໜ້າທີ່ເມືອງໄຊທານີຈັບຕົວມາດຳເນີນຄະດີ. ຈຳເລີຍຍັງສາລະພາບອີກວ່າ: ຜ່ານມາເຄີຍກໍ່ເຫດຄາດຕະກຳເມຍຢູ່ປະເທດໄທ ​​ແລະ ຖືກສານຂອງປະເທດໄທຕັດສິນໃຫ້ຈຳຄຸກ 5 ປີແຕ່ສົ່ງມາປະຕິບັດໂທດຢູ່ລາວ, ຜ່ານການປະຕິບັດໂທດໄດ້ພຽງ 3 ປີກໍຖືກປ່ອຍຕົວໃນເຕົ້ນປີ 2014 ກ່ອນຈະມາກໍ່ເຫດໃນຄັ້ງນີ້.

No comments:

Post a Comment