Ad

Ad

8 January 2016

ບຣູ​ໄນ​ມອບ​ເງິນ 3 ​ແສນ​ໂດລາ​ສະໜັບ​ສະໜູນລາວ​ໃນ​ການ​ກະກຽມ​ຄວາມ​ພ້ອມ​ການເປັນ​ປະທານ​ອາ​ຊຽນ

ວັນທີ 7 ມັງກອນນີ້, ທ່ານ Haji Emran bahar ​ເອກອັກຄະລັດຖະທູດ ບຣູໄນ ດາຣູຊາລາມ ປະຈຳລາວ, ​ໄດ້ຕາງໜ້າໃຫ້ລັດຖະບານຂອງຕົນມອບເງິນຈຳນວນ 3 ​ແສນໂດລາສະຫະລັດໃຫ້ແກ່ກອງເລຂາອາຊຽນແຫ່ງຊາດລາວ, ​ເພື່ອສະໜັບສະໜູນໃຫ້ແກ່ລາວໃນການກະກຽມຄວາມພ້ອມດ້ານຕ່າງໆໃນການເປັນປະທານອາຊຽນປີ 2016 ນີ້, ຊຶ່ງພິທີມອບຮັບໄດ້ມີຂື້ນທີ່ນະຄອນຫຼວງວຽງຈັນ,ໂດຍທ່ານ ສະເຫຼີໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທັງເປັນຫົວໜ້າອະນຸກຳມະການກອງເລຂາອາຊຽນເພື່ອກະກຽມແລະ ດຳເນີນການເປັນປະທານອາຊຽນຂອງລາວເປັນຜູ້ຮັບ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນຳດ້ວຍ.


​​        ໃນໂອກາດນີ້ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄດ້ສະແດງຄວາມຂອບໃຈຢ່າງເລິກ​​​ເຊິ່ງຕໍ່ການສະໜັບສະໜູນດັ່ງກ່າວແລະ ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະ ກັນລະຫວ່າງລັດຖະບານລາວ-ບຣູໄນ, ຊຶ່ງເປັນການປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໄດ້ເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment