Ad

Ad

8 January 2016

ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 20 ມີນາ 2016 ນີ້


        ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງລະດັບຊາດເພື່ອກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ​ແລະ ສະພາປະຊາຊົນຂັ້ນແຂວງ, ​ໄດ້ຈັດຂຶ້ນໃນເຊົ້າຂອງວັນທີ 7 ມັງກອນນີ້, ຢູ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ, ມີທ່ານປະທານ​, ຮອງປະທານສະພາແຫ່ງຊາດ, ລັດຖະມົນຕີວ່າການ, ຊ່ວຍວ່າການຈາກກະຊວງຕ່າງໆເຂົ້າຮ່ວມນຳດ້ວຍເພື່ອຮອງຮັບການເລືອກຕັ້ງດັ່ງກ່າວຄາດວ່າຈະມີຂຶ້ນໃນວັນທີ 20 ມີນາ 2016 ທີ່ຈະມາເຖິງນີ້.
         ໃນກອງປະຊຸມທ່ານ ສົມພັນແພງຄຳມີ ຮອງປະທານສະພາແຫ່ງຊາດໄດ້ຂຶ້ນຜ່ານຮ່າງຂໍ້ກຳນົດກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ, ຮ່າງທິດທາງວຽກງານຂອງຄະນະກຳມະການດັ່ງກ່າວເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ​ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງແລະ ຮ່າງ​​ແຜນງົບປະມານຮັບໃຊ້ການເລືອກຕັ້ງຄັ້ງນີ້. ຜູ້ແທນໃນກອງປະຊຸມຍັງໄດ້ຄົ້ນຄວ້າແລະປຶກສາຫາລືກ່ຽວກັບ​​ເອກກະສານທີ່ຈະຮັບໃຊ້ການຝຶກອົບຮົມໃນບັ້ນເລືອກຕັ້ງຊຸດທີ VIII ​ແລະ ສະມາຊິກສະພາແຫ່ງຊາດຂັ້ນແຂວງ, ການແບ່ງຄວາມຮັບຜິດຊອບໃຫ້ກຳມະການຂອງຄະນະກຳມະການເລືອກຕັ້ງລະດັບຊາດແລະ ຄະນະປະຈຳ​ ​ແລະຜ່ານຮ່າງມະຕິຕົກລົງຂອງຄະນະກຳມະການເລືອກຕັ້ງລະດັບຊາດວ່າດ້ວຍການແຕ່ງຕັ້ງຜູ້ປະຈຳການ​ ​ແລະ ບັນດາອະນຸກຳມະການຊ່ວຍວຽກຂອງຄະນະກຳມະການເລືອກຕັ້ງດັ່ງກ່າວ.

        ຄະນະກຳມະການເລືອກຕັ້ງລະດັບຊາດຕົກລົງ: ​ແຕ່ງຕັ້ງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດເປັນຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດແລະໄດ້ແຕ່ງຕັ້ງອະນຸກຳມະການຊ່ວຍວຽກຂອງຄະນະກຳມະການ​​ເລືອກຕັ້ງລະດັບຊາດ ປະກອບມີ: ທ່ານ ສົມພັນແພງຄຳມີ ຮອງປະທານສະພາແຫ່ງຊາດເປັນຫົວໜ້າ, ທ່ານ ດຣ. ສອນໄຊ ສີພັນດອນ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານເປັນຮອງແລະ ​​ແຕ່ງຕັ້ງທ່ານ ດຣ. ກຸແກ້ວ ອັກຄະມົນຕີ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ທ່ານ ດຣ. ອຸ່ນແກ້ວ ວຸທິລາດຫົວໜ້າຄະນະເລຂາທິການສະພາແຫ່ງຊາດ, ທ່ານ ດຣ. ວິໄລວົງ ບຸດດາຄຳ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ທ່ານພົງສະເໜ່ ຍຸຕິທຳ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດແລະ ທ່ານ ສຸບັນ ສະວະບຸດ ຮອງຄະນະເລຂາທິການສະພາແຫ່ງຊາດເປັນກຳມະການ.

No comments:

Post a Comment