Ad

Ad

8 January 2016

ອພບ ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ປະຊາຊົນ​ເລື່ອງ​ຄວາມ​ສະອາດ​ຂອງ​ຕົວ​ເມືອງ​ນະຄອນຫລວງ​ວຽງ​ຈັນ

         ​ໃນວັນທີ 7 ມັງກອນນີ້, ທ່ານ ຄຳປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາບໍລິຫານຕົວເມືອງ (ອພບ) ​ໄດ້ອອກມາຕອບຂໍ້ຂ້ອງໃຈຂອງປະຊາຊົນຜ່ານໂທລະສັບສາຍດ່ວນໃນໄລຍະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ຜ່ານມາ ກ່ຽວກັບຄວາມສະອາດຂອງຕົວເມືອງຫລວງວຽງຈັນວ່າ: ຕໍ່ກັບບັນຫານີ້ແມ່ນມີຫລາຍສາເຫດທີ່ພາໃຫ້ຕົວເມືອງບໍ່ມີຄວາມສະອາດ ສິ່ງຫລັກໆແມ່ນເກີດມາຈາກການພັດທະນາໂຄງລ່າງຂອງຕົວເມືອງ, ການຖົມດິນເພື່ອປຸກສ້າງທີ່ຢູ່ອາໄສ, ສຳນັກງານອົງການຂອງລັດ, ການກໍ່ສ້າງເສັ້ນທາງ, ການຂົນສົ່ງດິນ-ຊາຍແລະ ການພັດທະນາອື່ນໆນັບທັງພາກລັດແລະເອກະຊົນ, ຂາດເຂີນກຳລັງໃນການປັດກວາດແຕ່ລະເສັ້ນທາງບວກກັບສະ ຖານທີ່ດູດນ້ຳມາຮັບໃຊ້ໃນການລ້າງເສັ້ນທາງແມ່ນມີຄວາມຫຍຸ້ງຍາກຫລາຍ ບໍ່ມີຈຸດນ້ຳທີ່ຖາວອນ, ງົບປະມານມາຮັບໃຊ້ແມ່ນມີຈຳນວນຈຳກັດ. ພ້ອມນີ້ ປະຊາຊົນທີ່ອາໄສຢູ່ຕາມແຄມທາງຍັງຂາດຄວາມເປັນເຈົ້າການໃນການຮັກສາຄວາມສະອາດຢູ່ໜ້າເຮືອນຕົນເອງແລະ ຍັງມີປາກົດການຖິ້ມຂີ້ເຫຍື້ອຊະຊາຍມີຫລາຍ.


        ທ່ານຮອງປະທານ ອພບ ຊີ້ແຈງວ່າ: ​ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນແມ່ນມີບາງຮູບການແລະ ວິທີການ ຄືອົງການປົກຄອງນະຄອນຫລວງວຽງຈັນໄດ້ອອກມະຕິຕົກລົງກ່ຽວກັບແຜນວຽກແລະ ມາດຕະການຈັດຕັ້ງໂຄງການວຽງຈັນສະອາດຮອດປີ 2020 ອັນເປັນປຶ້ມຄູ່ມືໜຶ່ງທີ່ໃຫ້ພວກເຮົາໃນການຈັດຕັ້ງປະຕິບັດການຮັກສາຄວາມສະອາດຂອງຕົວເມືອງ, ​ໄດ້ນຳໃຊ້ກົນຈັກເຂົ້າໃນການລ້າງ, ການດູດຝຸ່ນຢູ່ 21 ​ເສັ້ນທາງ ມີຄວາມຍາວທັງໝົດ 90.200 ກວ່າແມັດເຊິ່ງບາງເສັ້ນທາງແມ່ນລ້າງແລະ ດູດຝຸ່ນອາທິດລະເທື່ອ, ບາງເສັ້ນທາງສອງອາທິດຕໍ່ເທື່ອເລີ່ແຕ່ 18:00 ​ໂມງເປັນຕົ້ນໄປ, ບາງກໍລະນີຕ້ອງໄດ້ລ້າງກາງເວັນແລະ ດູດຝຸ່ນແຕ່ 24:00 ​ໂມງເປັນຕົ້ນໄປແລະໄດ້ນຳໃຊ້ແຮງງານຄົນເຂົ້າໃນການປັດກວາດ, ​ເກັບຂີ້ເຫຍື້ອ, ລ່ວງຄອງລະບາຍນ້ຳແລະເສຍຫຍ້າແຄມທາງຜູ້ໜຶ່ງຮັບຜິດຊອບປະມານ 800 ​ແມັດ. ​ແຕ່ຄຽງຄູ່ກັນນີ້ ກໍຂໍຮຽກຮ້ອງໃຫ້ທຸກສະຖານທີ່ການກໍ່ສ້າງບໍ່ວ່າພາກລັດແລະເອກະຊົນ ຕ້ອງມີຈຸດອະນາໄມຕີນລົດກ່ອນອອກສະຖານທີ່ກໍ່ສ້າງເພື່ອຫລຸດຜ່ອນຄວາມເປື້ອນເປິະ. ຖ້າຫາກຜູ້ໃດບໍ່ປະຕິບັດຕ້ອງໃຊ້ມາດຕະການເດັດຂາດ, ​ເຊັ່ນດຽວກັນ ສຳນັກງານອົງການຂອງລັດ, ບໍລິສັດຫ້າງຮ້ານແລະເຮືອນປະຊາຊົນທີ່ຢູ່ຕິດແຄມທາງຕ້ອງເຂົ້າຮ່ວມໃນການເຮັດສັນຍາແລະ ຈັດຕັ້ງປະຕິບັດສັນຍາຮັກສາຄວາມສະອາດຂອງເສັ້ນທາງເຂດຕົນຮັບຜິດຊອບ​​ໃຫ້ດີ, ​ເບື້ອງລັດຕ້ອງສະໜອງງົບປະມານເຂົ້າໃນການຮັກສາຄວາມສະອາດຂອງຕົວເມືອງໃຫ້ພຽງພໍແລະ ຕ້ອງສ້າງສະຖານທີ່ດູດນ້ຳໃຫ້ໄດ້ມາດຕະຖານເພື່ອຫົດສວນ, ລ້າງທາງໃຫ້ພຽງພໍ.

No comments:

Post a Comment