Ad

Ad

8 January 2016

ເລີ່​ມກໍ່ສ້າງ​ສະຖາ​ນີລົດ​ເມທັນ​ສະ​ໄໝ​ນະຄອນຫລວງ​ວຽງ​ຈັນ​ແລ້ວ

         
 ປັດຈຸບັນ​ການກໍ່ສ້າງ​ສະຖານີລົດເມສາທາລະນະທີ່ທັນສະໄໝ ​​ໃນ​ນະຄອນຫລວງ​ວຽງ​ຈັນ ຢູ່ໃນ​ໄລຍະ​ວຽກ​ດິນ ແລະ ເຈາະເສົາ​ເຂັມສອງ​ໜ້າ​ວຽກນີ້ ​ຈະ​ສຳເລັດ​ໃນກາງ​ເດືອນ​ມັງກອນນີ້ ​ແລະ ຄາດວ່າໂຄງການດັ່ງກ່າວຈະໃຊ້​ເວລາ​ການ​ກໍ່ສ້າງ​ເປັນ​ເວລາ 3 ປີ​ ​​ໂດຍ​ການ​ລົງທຶນ​ຂອງ​ບໍລິສັດ​ຈິດ​ຈະ​ເລີ​ນກໍ່ສ້າງ.
ທ່ານ ຄຳ​ພູນ ເຕ​ເມ​ລາດ ຜູ້ອຳນວຍ​ການ​ ລັດ​ວິ​ສາ​ຫະ​ກິດ​ລົດເມນະຄອນຫລວງ​ວຽງ​ຈັນ ໄດ້​ໃຫ້ສຳພາດ​ໃນ​ວັນ​ທີ 6 ມັງກອນນີ້ ວ່າ: ໂຄງການ​ກໍ່ສ້າງ​ສະຖາ​ນີ​ລົດເມ ນະຄອນຫລວງ​ວຽງຈັນ ໂດຍການ​ອອກ​
ແບບຂອງ​ບໍລິສັດ NIKKEN SEKKEI ຍີ່ປຸ່ນ, ໂດຍ​ແມ່ນ ບໍລິສັດ ຈິດ​ຈະເລີນ​ກໍ່ສ້າງ ຈຳກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ແລະ ສຳ​ປະທານ ​ໃນ​ໄລຍະ ເວລາ 70 ປີ ດ້ວຍ​ມູນ​ຄ່າ​ການລົງທຶນ 47,5 ລ້ານ​ໂດ​ລາ​ສະຫະລັດ ຫລື ປະມານ 370 ຕື້​ກີບ. ​ໂຄງການ​ດັ່ງກ່າວ​ເປັນ​ອາຄານ 12 ຊັ້ນ ​ໂດຍ​ແບ່ງ​ອອກ​ເປັນ 2 ສ່ວນ ຄື: ສ່ວນ​ໜຶ່ງຈະເປັນບ່ອນ​ຈອດ​ລົດ​ທົ່ວ​ໄປ; ສ່ວນ​ທີ 2 ຈະເປັນ​ສະຖານີ​ຈອດ​ລົດເມ, ຊັ້ນ 2 ຈະ​ເປັນ​ຫ້ອງການ​ບໍລິການ​ຂອງລັດ​ວິ​ສາ​ຫະ​ກິດ​ລົດເມ, ​ຮ້ານ​ຊັບ​ພະ​ສິນຄ້າ ແລະ ​ຫ້ອງການ​ໃຫ້​ເຊົ່າ ສ່ວນ​ຊັ້ນ​ດາດ​ຟ້າ ຈະ​ສ້າງ​ເປັນ​ຮ້ານ​ອາຫານ ແລະ ເປັນ​ບ່ອນ​ຊົມ​ທິວ​ທັດຕົວ​ເມືອງ​​ຫລວງ​ວຽງ​ຈັນ.

​ໂຄງການ​ນີ້ ຍັງ​ຈະ​ສ້າງ​ຂົວ​ຂ້າມ​ເຊື່ອມ​ຕໍ່​ລະຫວ່າງ​ສະຖານີ​ລົດເມ​ ກັບ​ຕະຫລາດເຊົ້າ​ ເພື່ອ​ເຮັດ​ໃຫ້ການ​ໄປມາ​ຂອງ​ປະຊາຊົນ ​ມີ​ຄວາມ​ສະດວກ, ພ້ອມ​ຈະ​ມີ​ການ​ປັບປຸງ​ສະຖານທີ່ ແລະ ເສັ້ນທາງຢູ່​​ບໍລິເວນ​ສະຖານີ ​ໃຫ້​ມີ​ຄວາມ​ສວຍ​ງາມ ດ້ວຍການ​ປະດັບ​ປະດາ ແລະ ປູກ​ຕົ້ນໄມ້. ໂດຍ​ລວມ​ແລ້ວ ສະຖານີລົດເມ​​ດັ່ງກ່າວຈະ​ມີ​ຄວາມ​ສະດວກ​ຫລາຍ​ຢ່າງໃນ​ການ​ບໍລິການ​ຜູ້ໂດຍສານ​ສາຍພາຍ​ໃນ, ຕ່າງປະເທດ ແລະ ຮັບປະກັນ​ຄວາມ​ປອດ​ໄພ. 

No comments:

Post a Comment