Ad

Ad

29 February 2016

ຢ່າເຊື່ອມໂຍງແນວບໍ່ແນວ ( ຄໍລຳບັນຫາຈານແຍ່ )

ໂດຍ : ວິເສດ ສະແຫວງສິກສາ
 ເຂົາວ່າ ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນຫລົງມັນລືມ”. ດັ່ງນັ້ນ ໃນມື້ນີ້ຈຶ່ງຈະທົບທວນຫວນຄືນເລື່ອງທີ່ແຍ່ໄປແລ້ວແຕ່ເຫິງແຕ່ນານມາເພື່ອພວກເຮົາ ໂດຍສະເພາະພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ. ຄໍລຳ ບັນຫາຈານແຍ່ນີ້ດຳເນີນມາໄດ້ 15 ປີແລ້ວ, ແນ່ນອນຫລາຍບັນຫາທີ່ໄດ້ຍົກມາແຍ່ໃນຈຳນວນກວ່າ 700 ບົດນັ້ນ ກໍເຫືອດຫາຍໄປ ແຕ່ຄົງບໍ່ເປັນຍ້ອນ ການແຍ່ຂອງຈານແຍ່ ແລະ ອີກຫລາຍບັນຫາກໍຍັງເຫັນຕຳຕາຢູ່ຄືເກົ່າ. ເຂົາວ່າການແກ້ໄຂທຸກບັນຫາຕ້ອງອີງໃສ່ຄວາມສາມາດ ແລະ ເງື່ອນໄຂຕົວຈິງຈະເອົາໄຟລົນກົ້ນກັນກໍຄົງເປັນໄປບໍ່ໄດ້. ຈານແຍ່ ແລະ ເຈົ້າຂອງຄົມປາກກາປະເພດວິຈານທັງຫລາຍຕ່າງກໍເຂົ້າໃຈບັນຫານີ້ໄດ້ດີແຕ່ສິ່ງໜຶ່ງທີ່ຂໍນຳກໍຄືຢ່າເຮັດແບບ ບຸນບ້ານເຮົາຄ່ອຍຫລິ້ນຄ່ອຍກິນດຽວນີ້ພວກເຮົາຢູ່ຍຸກເຊື່ອມໂຍງແລ້ວຍຸກແຫ່ງການແຂ່ງຂັນກັນຢ່າງຂຸ້ນຂ້ຽວ, ຖ້າພວກເຮົາຍັງຢຶດຖືຄ່ານິຍົມ ບຸນບ້ານເຮົາ...ຢູ່ຄືເກົ່າບໍ່ດົນກໍຄົງໄດ້ກັ້ງໂກບເບິ່ງປະເທດອື່ນເຂົາໄປ.
ສິ່ງທີ່ຕ້ອງການທົບທວນຄືນໃນມື້ນີ້ກໍຄືຊື່ເອີ້ນກ່ຽວກັບມາດຖານວັດແທກບໍ່ວ່າຈະເປັນການແທກຂະໜາດ ຫລື ນ້ຳ
ໜັກກໍຕາມ ເພາະຈານແຍ່ ແລະ ຫລາຍຄົນຍັງສັບສົນບໍ່ຮູ້ຈະໃຊ້ຫລັກການ ຫລື ມາດຖານໃດແທ້ແນ່ນອນ. ຂໍຍົກຕົວຢ່າງຄຳວ່າ ແມັດມົນທົນກັບ ຕະລາງ ແມັດນີ້ກໍເຮັດໃຫ້ມີຄວາມສັບສົນບໍ່ແມ່ນຂອງໜ້ອຍໃນບາງເອກະສານທີ່ບັນທຶກເນື້ອທີ່ດິນກໍບອກວ່າມີເນື້ອທີ່ 800 ແມັດມົນທົນ ແຕ່ອີກບາງສະບັບພັດໃຊ້ຄໍາວ່າ 800 ຕະ ລາງແມັດ ຫລື ຖ້າຫລາຍໄປກວ່ານັ້ນ ບາງຄົນຂໍຂຽນວ່າ 10 ກິໂລ ແມັດມົນທົນ ແຕ່ບາງເອກະສານພັດວ່າ 10 ຕະລາງກິໂລແມັດ ຫລື ກິໂລຕະລາງແມັດ. ຈານແຍ່ຢາກໃຫ້ກຳນົດແນ່ນອນວ່າຈະໃຊ້ແບບໃດແທ້ ບໍ່ຄວນປົນເປ. ຈຳໄດ້ວ່າແຕ່ໃດໆມາພວກເຮົາເຄີຍໃຊ້ຄຳວ່າ ແມັດມົນທົນສ່ວນຕະລາງແມັດນັ້ນເບື້ອງໄທກຳນົດໃຊ້. ຈານແຍ່ເອງບໍ່ຕິບໍ່ຮິວ່າຊິເອີ້ນຕາມໃຜ ແຕ່ຕ້ອງໃຫ້ຄຳນຶງເຖິງ 2 ຈຸດ ຄືຕ້ອງເປັນເອກະພາບ ແລະ ຕ້ອງຢຶດຖືມາດຖານການວັດແທກທີ່ພວກເຮົາເຄີຍໃຊ້ມາແລ້ວ ບໍ່ຊັ້ນມັນຈະສັບສົນກັບເອກະສານກ່ຽວກັບການວັດແທກທີ່ມີມາແລ້ວ. ນອກຈາກ ແມັດມົນທົນແລ້ວກໍຍັງມີມາດຖານການວັດແທກອື່ນໆອີກທີ່ພາໃຫ້ງົງເຊັ່ນຄຳວ່າ ຟຸດ”, “ຟິດ”, “ນິ້ວ”. ເຊັ່ນເວລາຂີ່ຍົນພວກເຮົາຈະໄດ້ຍິນສຽງປະກາດວ່າເຄື່ອງບິນພວກເຮົາຢູ່ໃນລະດັບຄວາມສູງເທົ່ານັ້ນຟຸດເທົ່ານັ້ນຟິດ, ຈານແຍ່ຢາກຖາມວ່າແມ່ນປະກາດໃຫ້ໃຜຟັງ ? ຍົນລາວພວກເຮົາເອງ ແລະ ຄົນຂີ່ສ່ວນໃຫຍ່ກໍແມ່ນໂດຍສານລາວເຫດໃດບໍ່ບອກວ່າຍົນຢູ່ໃນລະດັບສູງເທົ່ານັ້ນເທົ່ານີ້ ແມັດ ຫລື ກິໂລ ແມັດ. ເວລາປະກາດເປັນອັງກິດຖ້າຢ້ານຄົນຊາດອື່ນບໍ່ເຂົ້າໃຈກໍຄວນສະເໜີທັງສອງມາດຖານວັດແທກ ເຊັ່ນເຄື່ອງບິນພວກເຮົາຢູ່ໃນລະດັບຄວາມສູງເທົ່ານັ້ນແມັດເທົ່າກັບ ..... ຟິດ/ຟຸດ. ບໍ່ພຽງ ແຕ່ເລື່ອງ ຟຸດ”, “ຟິດດອກທີ່ຄົນລາວສ່ວນໃຫຍ່ສັບສົນ. ຄຳວ່າ ໄມກໍເຊັ່ນດຽວກັນ ເຊັ່ນເສັ້ນທາງບິນ, ເສັ້ນທາງລົດຍາວເທົ່ານັ້ນ ເທົ່ານີ້ໄມ. ຖ້າເວົ້າເລື່ອງຂະໜາດໜ້າຈໍໂທລະທັດກໍນິຍົມເວົ້າວ່າກວ້າງເທົ່ານັ້ນເທົ່ານີ້ນິ້ວ.

ອ່ານມາຮອດນີ້ ບາງຄົນກໍອາດຄິດວ່າຈານແຍ່ຫົວເກົ່າເຕົ່າລ້ານປີ, ບໍ່ຍອມປັບໂຕໃຫ້ທັນສະໄໝນຳເພິ່ນ ຍາມໃດກໍຊົມກະໂທງຢູ່ບ່ອນເກົ່າ. ຈານແຍ່ເຄີຍໄປເຮັດວຽກ ແລະ ທ່ອງທ່ຽວຢູ່ບັນດາປະເທດໃກ້ຄຽງເລື້ອຍໆ, ພວກເພິ່ນກໍຢູ່ໃນຍຸກເຊື່ອມໂຍງຄືກັນ ແຕ່ກໍມີຫລາຍຢ່າງທີ່ພວກເພິ່ນສະຫງວນໄວ້ບໍ່ຍອມເອົາໄປເຊື່ອມໂຍງເພາະຖ້າອັນໃດກໍເອົາໄປເຊື່ອມໝົດມັນອາດຈະພາໃຫ້ສັບສົນ. ກຳປູເຈຍ ເອີ້ນຊື່ປະເທດຕ່າງໆຕາມພາສາ ຝຣັ່ງເປັນສ່ວນໃຫຍ່, ຮອດສູ່ມື້ນີ້ ພວກເພິ່ນກໍຍັງຄົງເດີມ ເຊັ່ນອັງກິດ ເພິ່ນກໍເອີ້ນວ່າ ອັງກະແລ”, ຍີ່ປຸ່ນ ເພິ່ນກໍເອີ້ນວ່າ ຢາປົງແລະ ກໍມີ ບາງຊື່ເພິ່ນກໍເອີ້ນເປັນພາສາກຳປູເຈຍເອງ. ຫວຽດນາມ ເອີ້ນປະເທດ ຝຣັ່ງວ່າ ຝາບ”, ເອີ້ນສະຫະລັດ ອາເມລິກາວ່າ ໝີ”, ເອີ້ນເຢຍລະມັນວ່າ ດຶກເພິ່ນກໍຢຶດຖືຄືເກົ່າບໍ່ ເຫັນວ່າຊິເສຍຫາຍຫຍັງ ແລະ ກໍບໍ່ເຫັນວ່າບັນດາປະເທດທີ່ຫວຽດນາມເອີ້ນຊື່ຜ້ຽນໃຫ້ຊິຄຽດຊິຂົມຫຍັງ. ຫວ່າງແລ້ວນີ້ ຈານແຍ່ໄດ້ຍິນຈາກປາກທ່ານຜູ້ນຳລາວຂັ້ນຫົວແຖວທ່ານໜຶ່ງບອກວ່າ ຄົນລາວເຮົາຈຳນວນບໍ່ໜ້ອຍຂາດສະຕິໄປໃຊ້ຄຳວ່າ ລອຍກະໂທງແທນຄຳວ່າ ໄຫລເຮືອໄຟທ່ານວ່າລອຍກະໂທງໃນພາສາລາວນັ້ນບໍ່ມີ ມີແຕ່ຄຳວ່າ ໄຫລ ຫລື ລ່ອງກະໂທງຄືເຮັດ ກະໂທງເພື່ອໄຫລສະເດາະເຄາະເຂັນເວນຮ້າຍເທົ່ານັ້ນ. ເລື່ອງນີ້ຂໍໃຫ້ທຸກຄົນຊ່ວຍກັນຄິດແລ້ວລົງມືປ່ຽນ ແປງຢ່າງຈິງຈັງເທາະ.

No comments:

Post a Comment