Ad

Ad

29 February 2016

ຫາລືກະກຽມເນື້ອໃນໃຫ້ແກ່ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ


           ວັນທີ 25 ກຸມພານີ້, ໄດ້ມີກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນຄັ້ງທີ 3 ຢູ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອາຊຽນ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອປຶກສາຫາລືກະກຽມເນື້ອໃນໃຫ້ແກ່ກອງປະຊຸມລະດັບເຈົ້າໜ້າທີອາວຸໂສ (SOM) ແລະ ກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ (AMM Retreat) ທີ່ໄດ້ຈັດຂຶ້ນໃນວັນທີ 26-27 ກຸມພານີ້ ຢູ່ນະຄອນຫລວງວຽງຈັນ.

          ອີງຕາມປະເພນີປະຕິບັດກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນຈະດຳເນີນໄປ 2 ຄັ້ງຕໍ່ເດືອນ ແລະ ສ່ວນໃຫຍ່ແມ່ນຈັດຢູ່ນະຄອນຫລວງຈາກາຕາ, ປະເທດອິນໂດເນເຊຍ, ໃນນາມເປັນກົນໄກໜຶ່ງຂອງອາຊຽນ, ຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນແມ່ນເຮັດ 4 ໜ້າທີ່ຫລັກຂອງຕົນເປັນຕົ້ນ: ເປັນຜູ້ຊ່ວຍໃຫ້ແກ່ກອງປະຊຸມລະດັບຫົວໜ້າເຈົ້າໜ້າທີ່ອາວຸໂສ, ລະດັບລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີຂະແໜງການກ່ຽວຂ້ອງນອກນັ້ນ, ຍັງເຮັດໜ້າທີ່ເປັນຈຸດປະສານງານຢູ່ລະດັບພາກພື້ນກັບກອງເລຂາອາຊຽນແຫ່ງຊາດ, ກະຊວງ, ຂະແໜງການຕະຫລອດຮອດທ້ອງຖິ່ນທີ່ກ່ຽວຂ້ອງຂອງແຕ່ລະປະເທດສະມາຊິກອາຊຽນ, ເພີ່ມທະວີການພົວພັນຮ່ວມມື ແລະ ລະດົມຂົນຂວາຍທຶນຮອນຈາກບັນດາປະເທດຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກ, ລົງເລິກວຽກຕິດຕາມ-ກວດກາ ການຄຸ້ມຄອງບໍລິຫານສຳນັກງານກອງເລຂາອາຊຽນຢູ່ຈາກາຕາ, ອິນໂດເນເຊຍ.

          ຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນປະກອບດ້ວຍບັນດາຜູ້ຕາງໜ້າຖາວອນໃນລະດັບເອກອັກຄະລັດຖະທູດຈຳນວນ 10 ທ່ານ, ເຊິ່ງຖືກແຕ່ງຕັ້ງ ແລະ ເປັນຕົວແທນໃຫ້ແຕ່ລະປະເທດສະມາຊິກອາຊຽນ, ໂດຍມີສຳນັກງານຕັ້ງຢູ່ຈາກາຕາ, ອິນໂດເນເຊຍ.

No comments:

Post a Comment