Ad

Ad

29 February 2016

ມອບ-ຮັບໂຄງການກໍ່ສ້າງຫໍວາງສະແດງຫໍຫລັກເມືອງວຽງຈັນ

ພິທີມອບ-ຮັບ ໂຄງການກໍ່ສ້າງຫໍວາງສະແດງຫໍຫລັກເມືອງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 26 ກຸມພານີ້ ລະຫວ່າງບໍລິສັດເພັດຕະພາບກໍ່ສ້າງເຄຫາ ແລະ ຂົວທາງຈໍາກັດ (ເປັນຜູ້ຮັບເໝົາ) ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ເຈົ້າຂອງໂຄງການ), ເປັນກຽດເຂົ້າຮ່ວມມີ ທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບົວສອນ ບຸບຜາວັນ ປະທານກິຕິມະສັກ ໂຄງການກໍ່ສ້າງຫໍຫລັກເມືອງວຽງຈັນ, ທ່ານ ໝູນແກ້ວ ອໍລະບູນ ປະທານຄະນະກໍາມະການຮັບຜິດຊອບໂຄງການກໍ່ສ້າງຫໍວາງສະແດງຫລັກເມືອງວຽງຈັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.


ທ່ານ ດຣ.ບຸນທ່ຽງ ສິຣິປະພັນ ຫົວໜ້າກົມມໍລະດົກກະຊວງ ຖວທ ໃຫ້ຮູ້ວ່າ: ຫໍວາງສະແດງຫໍຫລັກເມືອງວຽງຈັນ, ໄດ້ເລີ່ມລົງມືການກໍ່ສ້າງແຕ່ເດືອນກຸມພາປີ 2013, ໂດຍແມ່ນບໍລິສັດເພັດຕະພາບກໍ່ສ້າງເຄຫາ ແລະ ຂົວທາງຈໍາກັດ ເປັນຜູ້ຮັບເໝົາ ແລະ ບໍລິສັດປັນຍາສໍາຫລວດອອກແບບ-ກໍ່ສ້າງເຄຫາສະຖານຈໍາກັດ ເປັນຜູ້ອອກແບບ ລວມມູນຄ່າຫລາຍກວ່າ 7 ຕື້ກີບ. ເປັນອາຄານສູງ 2 ຊັ້ນ ເຊິ່ງຈະໄດ້ນໍາໃຊ້ເປັນຫໍພິພິທະພັນເມືອງວຽງຈັນ, ເພື່ອວາງສະແດງຂໍ້ມູນ ແລະ ວັດຖຸພັນຕ່າງໆ ທີ່ຄົ້ນພົບຢູ່ຕາມເສັ້ນທາງ A1 ນະຄອນຫລວງວຽງຈັນ ແລະ ທັງເປັນບ່ອນຈັດວາງສະແດງວັດຖຸທີ່ກ່ຽວຂ້ອງກັບເສົາຫລັກເມືອງວຽງຈັນ, ເປັນບ່ອນສຶກສາຄົ້ນຄວ້າໃຫ້ແກ່ນັກຄົ້ນຄວ້າ, ນັກສຶກສາ ແລະ ນັກຮຽນຮູ້ເພື່ອເກັບກໍາຂໍ້ມູນທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ຮີດຄອງປະເພນີ, ການດໍາລົງຊີວິດຂອງຄົນວຽງຈັນໃນເມື່ອກ່ອນ. ພ້ອມນີ້, ຍັງເປັນສະຖານທີ່ໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດເຂົ້າມາທ່ຽວຊົມສຶກສາຄົ້ນຄວ້າອີກດ້ວຍ.

No comments:

Post a Comment