Ad

Ad

29 February 2016

ລາວ-ຮົງກາລີລົງນາມສັນຍາຮ່ວມມືດ້ານການເງິນ

ເມື່ອບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໄດ້ມີພິທີລົງນາມສັນຍາວ່າດ້ວຍການສ້າງຂອບການຮ່ວມມືດ້ານການເງິນລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຮົງກາລີ, ໂດຍ ທ່ານ ພູເຂົາ ພົມມະວົງສາ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ ແລະ ຝ່າຍຮົງກາລີ ແມ່ນ ທ່ານ ດຣ. ອີສວານ ມິໂກລາ ( Dr. István Mikola ), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເປັນຄູ່ຮ່ວມລົງນາມ. ໃນພິທີດັ່ງກ່າວຝ່າຍລາວຍັງມີ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ ແລະ ພາກສ່ວນກ່ຽວຂ້ອງຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ສັນຍາດັ່ງກ່າວຈະເປັນພື້ນຖານທີ່ສໍາຄັນໃນການສົ່ງເສີມບາດກ້າວຂະຫຍາຍການຮ່ວມມືດ້ານເສດຖະກິດຂອງທັງສອງປະເທດໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມດຽວກັນນັ້ນ ກໍຈະເປັນແມ່ບົດເພື່ອກ່າວໄປສູ່ການລົງນາມໃນສັນຍາການຊ່ວຍເຫຼືອດ້ານອື່ນໆເປັນຕົ້ນແມ່ນດ້ານເງິນກູ້, ດ້ານກະສິກໍາໃນຂົງເຂດວຽກງານລ້ຽງສັດ, ລ້ຽງປາ ແລະ ປຸງແຕ່ງເປັນຜະລິດຕະພັນສະອາດທີ່ມີຄຸນນະພາບ ແລະ ມາດຕະຖານ ຈາກປະເທດ ຮົງກາລີ ທີ່ຈະຊ່ວຍເຫຼືອ ແກ່ ສປປ ລາວ ໃນອານາຄົດອັນໃກ້ນີ້ ໃນຈໍານວນ 30 ລ້ານໂດລາສະຫະລັດ.

ຜົນສໍາເລັດໃນການລົງນາມດັ່ງກ່າວນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມລະຫວ່າງ ສປປ ລາວ ແລະ ຮົງກາລີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ ແລະ ກໍເປັນການສ້າງໂອກາດໃຫມ່ໃຫ້ແກ່ ສປປ ລາວ ເຮົາໃນການເຂົ້າເຖີງແຫຼ່ງທຶນ ແລະ ເຕັກໂນໂລຊີ ເພື່ອການພັດທະ ນາຜະລິດຕະພັນກະສິກໍາດ້ານສະບຽງອາຫານແບບຄົບວົງຈອນທີ່ທັນສະໄໝເພື່ອເພີ່ມປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນລາວໃຫ້ສູງຂຶ້ນ, ສາມາດຕອບສະຫນອງໃຫ້ແກ່ຕະຫລາດພາຍໃນປະເທດໃຫ້ພຽງພໍເພື່ອຫລຸດຜ່ອນການນໍາເຂົ້າ ແລະ ສາມາດສົ່ງອອກພ້ອມທັງສ້າງຄວາມເຂັ້ມແຂງເພື່ອແຂ່ງຂັນດ້ານການຄ້າຢູ່ພາຍໃນກຸ່ມປະເທດປະຊາຄົມອາຊຽນ ຫຼື AEC ແລະ ຄູ່ຮ່ວມມືອາຊຽນ ອື່ນໆ. ພ້ອມດຽວກັນນັ້ນ ກໍຍັງເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການລົບລ້າງຄວາມທຸກຍາກ ແລະ ການບັນລຸເປົ້າໝາຍສະຫະສະວັດຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.

No comments:

Post a Comment