Ad

Ad

29 February 2016

ສື່ມວນຊົນລາວສຳເລັດການຍົກລະດັບການເຂົ້າເຖິງວຽກງານສື່

          ນັກຂ່າວ, ນັກຈັດລາຍການທີ່ມາຈາກໜັງສືພິມ, ວິທະຍຸ ແລະ ໂທລະພາບ ຫລາຍກວ່າ 20 ທ່ານ ໄດ້ຮັບໃບຢັ້ງຢືນຈາກສະຖາບັນອາຊີເພື່ອການພັດທະນາສື່ກະຈາຍສຽງ ແລະ ພາບ (AIBD), ພາຍຫລັງສຳເລັດການຝຶກອົບຮົມຍົກລະດັບກ່ຽວກັບການເຂົ້າໃຈໃນວຽກງານສື່ ທີ່ຈັດຂຶ້ນຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ (ວສລ) ແລະ ໄດ້ອັດລົງໃນຕອນແລງວັນທີ 24 ກຸມພານີ້, ພາຍຫລັງດຳເນີນມາ 3 ວັນ.

          ການອົບຮົມດັ່ງກ່າວແມ່ນໄດ້ຈັດຂຶ້ນຫລັງເຫັນວ່າບັນດາຜູ້ບໍລິໂພກສື່ໃນຍຸກປັດຈຸບັນ ໄດ້ຮັບການບຸກລຸກດ້ວຍຂໍ້ມູນຂ່າວສານອັນຫລາກຫລາຍຈາກສື່ສັງຄົມອອນລາຍ, ສະນັ້ນ ມັນຈຶ່ງມີຄວາມຈຳເປັນໃຫ້
ແກ່ນັກຈັດລາຍການ ແລະ ຜູ້ຜະລິດສື່ທັງຫລາຍມີຄວາມເຂົ້າໃຈ ແລະ ຮັບຮູ້ພາລະບົດບາດໜ້າທີ່ຂອງຕົນໃນການປະກອບສ່ວນກະຕຸກຊຸກຍູ້ຜູ້ບໍລິໂພກສື່ຂອງຕົນຮູ້ຈັກປະເມີນ, ວິເຄາະ ແລະ ຮັບມືກັບບັນດາເນື້ອໃນຈາກສື່ສັງຄົມອອນລາຍດ້ວຍຄວາມເໝາະສົມ, ມີຈັນຍາບັນ ແລະ ຮູ້ຈັກເລືອກເຟັ້ນຮັບເອົາແຕ່ເນື້ອຫາສາລະທີ່ມີປະໂຫຍດໃຫ້ກັບຕົນເອງ.

No comments:

Post a Comment