#
ວິເສດ ສະແຫວງສຶກສາ
ມື້ນີ້ຜູ້ຂຽນຮີບໂຮມເອົາມາດຕະການຂອງບາງປະເທດໃນການຈຳກັດເຄື່ອງດື່ມ
ແລະ ອາ ຫານການກິນທີ່ເປັນສະນວນກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຂອງພົນລະເມືອງ. ຂໍເລີ່ມຈາກປະເທດຍີ່ປຸ່ນກ່ອນ.
ປະເທດນີ້ຂຶ້ນຊື່ລືຊາເລື່ອງກິນປາ ກໍຄືອາຫານທະເລທຸກຊະນິດ ແລະ ນິຍົມກັນທີ່ສຸດກໍແມ່ນກິນດິບ
ເຮັດໃຫ້ປະເທດຍີ່ປຸ່ນມີຊື່ນ້ອຍຫ້ອຍກົ້ນວ່າ “ປະເທດປາດິບ”
ແລະ ຢູ່ລາວພວກເຮົາເມື່ອເວົ້າເຖິງຮ້ານອາຫານຍີ່ປຸ່ນກໍມັກຈະນຶກພາບເຫັນຈານປາດິບກັບແຈ່ວວາຊາບິ,
ສ່ວນເຍື່ອງອື່ນໆນັ້ນມາຕາມຫລັງ. ແຕ່ແລ້ວ, ໃຜຕິດຕາມຂ່າວກ່ຽວກັບຍີ່ປຸ່ນກໍອາດຊາບວ່າ: ໃນປີ 2012 ທາງການຍີ່ປຸ່ນໄດ້ສັ່ງຫ້າມຮ້ານອາຫານບໍລິການຕັບງົວດິບ
ເນື່ອງຈາກວ່າມີກໍລະນີເບື່ອອາຫານປະເພດນີ້ໃນປີ 2011. ໃນທ້າຍເດືອນພຶດສະພາປີ 2015 ກໍມີຂ່າວຈາກຍີ່ປຸ່ນວ່າທາງການຂອງປະເທດນີ້ຈະສັ່ງຫ້າມຮ້ານອາຫານທຸກຮ້ານບໍລິການເຍື່ອງອາຫານທີ່ເຮັດດ້ວຍຊີ້ນ
ແລະ ຕັບໝູດິບ. ພ້ອມດຽວກັນ ກໍໄດ້ຮຽກຮ້ອງພວກມັກດິບທັງຫລາຍຢຸດກິນຊີ້ນ ແລະ ຕັບໝູດິບໆແດງໆ.
ເຫດຜົນທີ່ສັ່ງຫ້າມກໍເພາະທາງກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ
ເຫັນວ່າຊີ້ນ ແລະ ເຄື່ອງໃນໝູດິບນັ້ນອາດປົນເປື້ອນດ້ວຍໄວຣັສຕັບ
ປະເພດອີ (Hepatitis-E
Virus) ທີ່ເປັນອັນຕະລາຍຕໍ່ຕັບ. ຄຳສັ່ງໄດ້ລະບຸລະອຽດວ່າ: ຄວນຮັບປະທານຊີ້ນໝູສຸກຜ່ານການຂ້າເຊື້ອເປັນເວລາຢ່າງໜ້ອຍ
30 ນາທີ ດ້ວຍຄວາມຮ້ອນລະຫວ່າງ 63-75 ອົງສາ. ຮ້ານອາຫານ ກໍຄືຜູ້ປະກອບການດ້ານອາຫານທີ່ລະເມີດຄຳສັ່ງຈະມີໂທດຈຳຄຸກສູງສຸດສອງປີ
ຫລື ປັບໄໝເປັນເງິນສູງສຸດ 2 ລ້ານເຢັນ (1 ໂດລາສະຫະລັດ ແລກໄດ້ 79,34 ເຢັນ - ອັດຕາແລກປ່ຽນປີ
2012). ຄົນຍີ່ປຸ່ນທີ່ມີໄວຣັສຕັບອັກເສບ E ໄດ້ເພີ່ມຂຶ້ນຈາກ
55 ຄົນ ໃນປີ 2011 ເປັນ 146 ຄົນ ໃນປີ 2014. ຮານອາຫານບໍລິການຊີ້ນໝູດິບໃນຍີ່ປຸ່ນໄດ້ເພີ່ມຂຶ້ນເປັນ
190 ຮ້ານໃນກາງປີ 2013 ຈາກ 80 ຮ້ານໃນທ້າຍປີ 2012. ຢູ່ປະເທດເມັກຊິກ (ເມັກຊິໂກ) ບັນຫາຄົນຕຸ້ຍທີ່ມີນ້ຳໜັກເກີນຄວາມພໍດີໄດ້ກາຍເປັນສິ່ງທ້າທາຍເລື່ອງສຸຂະພາບທີ່ທາງການຕ້ອງໄດ້ແກ້ໄຂຢ່າງເອົາຈິງເອົາຈັງອີ່ຫລີ.
ຄນເມັກຊິກອາຍຸໃນເກນຜູ້ໃຫຍ່ຈຳນວນປະມານ 70% ເປັນພະຍາດຕຸ້ຍອຸ້ຍລຸ້ຍ, ສ່ວນເດັກນ້ອຍຕຸ້ຍນັ້ນກວມອັດຕາ 30%. ສາເຫດນ້ຳໜັກໂຕເກີນກຳນົດແມ່ນຍ້ອນອາ ຫານທີ່ມີແຄລໍຣີສູງ
(alorie) ນ້ຳຫວານປະເພດນ້ຳອັດລົມ ແລະ ອາຫານປີ້ງ-ຈືນ. ຕາມການຄາດຄະເນ
ຖ້າຂາດມາດຕະການແກ້ໄຂພະຍາດຕຸ້ຍແຕ່ດຽວນີ້, ພາຍໃນປີ 2017 ລັດຖະບານເມັກຊິກຈະເສຍເງິນຄ່າໃຊ້ຈ່າຍດ້ານສຸຂະພາບທີ່ເກີດຈາກພະຍາດຕຸ້ຍເຖິງ
11.700 ລ້ານໂດລາສະຫະລັດ. ຍ້ອນແນວນີ້ເອງ ນັບແຕ່ກາງປີ 2014 ເປັນຕົ້ນມາ, ທາງການປະເທດເມັກຊິກຈຶ່ງໄດ້ສັ່ງຫ້າມໂຄສະນາອາຫານ ແລະ ເຄື່ອງດື່ມທີ່ເຮັດໃຫ້ນ້ຳໜັກຄົນເພີ່ມຂຶ້ນ.
ເວລາທີ່ກຳນົດຫ້າມໂຄສະນານັ້ນມີດັ່ງນີ້: ຄືແຕ່ 14:30-21:30 ໂມງ ສຳລັບຊ່ອງໂທລະພາບ ແລະ
ໂທລະພາບລະບົບສາຍ (ເຄເບິນ) ໃນວັນລັດຖະການ ສຳລັບວັນເສົາ-ອາທິດນັ້ນກຳນົດຫ້າມໂຄສະນາແຕ່
7:00-19:30 ໂມງ ລວມທັງການຫ້າມໂຄສະນາຕາມໂຮງສາຍຮູບເງົາ. ມາດຕະການຫ້າມດັ່ງກ່າວຈະເຮັດບໍລິມາດການໂຄສະນາອາຫານແຄລໍຣີສູງ
ແລະ ນ້ຳອັດລົມຫາຍໄປຈາກລາຍການໂທລະພາບເຖິງ 40%. ເຊັ່ນດຽວກັບປະເທດເມັກຊິກ, ປະເທດອາຣັບບີຊາອຸດິດ (ຊາອຸດິອາຣາເບຍ) ກໍໄດ້ສັ່ງຫ້າມການໂຄສະນາເຄື່ອງດື່ມ
ແຕ່ເປັນເຄື່ອງດື່ມປະເພດເພີ່ມກຳລັງ ຍ້ອນເຫັນວ່າມັນມີຜົນກະທົບບໍ່ດີຕໍ່ສຸຂະພາບ. ນອກຈາກຫ້າມໂຄສະນາຜ່ານສື່ສິ່ງພິມ,
ສື່ເອເລັກໂຕຣນິກ ແລະ ໂທລະພາບແລ້ວ, ທາງການຍັງຫ້າມຂາຍເຄື່ອງດື່ມຊະນິດນີ້ໃນສະຖານທີ່ການສຶກສາ,
ສະໂມສອນກິລາຂອງລັດ ແລະ ເອກະຊົນ. ບໍລິສັດເຄື່ອງດື່ມເພີ່ມກຳລັງຕ້ອງຕິດປ້າຍຄຳເຕືອນສຸຂະພາບໃສ່ຜະລິດຕະພັນຈຶ່ງຈະມີສິດຈຳໜ່າຍ.
ຈຸດທີ່ໜ້າສົນໃຈທີ່ສຸດກໍຄືພ້ອມກັບການສັ່ງຫ້າມໂຄສະນາເຄື່ອງດື່ມເພີ່ມກຳລັງແລ້ວ,
ບໍລິສັດເຄື່ອງດື່ມຊະນິດນີ້ຍັງບໍ່ມີສິດເປັນຜູ້ສະໜັບສະໜູນງານສັງຄົມ,
ວັດທະນະທຳ ແລະ ງານກິລາອີກຕໍ່ໄປ.
No comments:
Post a Comment