Ad

Ad

5 August 2016

ລັດຖະບານສັ່ງຢຸດຕິການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ

            ລັດຖະບານໄດ້ມີຄໍາສັ່ງໃຫ້ຢຸດຕິການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດແລ້ວ, ຫລັງຈາກເຫັນວ່າໃນໄລຍະຜ່ານບັນຫາດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ການເກັບລາຍຮັບເຂົ້າງົບປະມານຂອງຊາດຢ່າງມະຫາສານ.
            ບັນຫາດັ່ງກ່າວແມ່ນໄດ້ມີການຖະແຫລ່ງຢ່າງເປັນທາງການຈາກໂຄສົກລັດຖະບານ ທ່ານ ຈະເລີນ ເຢຍປາວເຮີ ໃນວັນທີ 4 ສິງຫານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍກ່າວ ວ່າ: ເລີ່ມແຕ່ນີ້ເປັນຕົ້ນໄປລັດຖະບານຈະບໍ່ອະນຸຍາດຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ ແລະ ສໍາລັບໂຄງການໃດທີ່ໄດ້ຮັບການຍົກເວັ້ນໃນໄລຍະຜ່ານມານັ້ນແມ່ນຈະດໍາເນີນການກວດກາ
ແລະ ເຈລະຈາຄືນໃໝ່ ເພື່ອໃຫ້ທຸກໂຄງການຫັນເຂົ້າສູ່ການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ໂດຍມອບໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງອື່ນໆດໍາເນີນການກວດກາຄືນການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບການຍົກເວັ້ນພາສີ-ອາກອນນໍ້າມັນເຊື້ອໄຟ ແລ້ວລາຍງານໃຫ້ນາຍົກລັດຖະມົນຕີຊາບໂດຍໄວ, ພ້ອມທັງໃຫ້ຮີບຮ້ອນກວດກາ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງກັບການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃຫ້ສອດຄ່ອງໃນການຈັດຕັ້ງປະຕິ ບັດໃຫ້ເປັນເອກະພາບ, ໃຫ້ທຸກກະຊວງ, ອົງການທຽບເທົ່າ ແລະ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງເພີ່ມທະວີເຜີຍແຜ່ຄໍາສັ່ງດັ່ງກ່າວໃຫ້ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ຜູ້ປະກອບການທຸລະກິດທັງພາກລັດ ແລະ ເອກະຊົນ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ ກໍຄືປະຊາຊົນບັນ ດາເຜົ່າໄດ້ເຂົ້າໃຈເລິກເຊິ່ງເຖິງຄວາມສໍາຄັນຈໍາເປັນຂອງການຢຸດຕິການຍົກເວັ້ນດັ່ງກ່າວ, ໂດຍສະເພາະເພື່ອສະກັດກັ້ນການສວຍໃຊ້ສ່ອງຫວ່າງການລັກລອບນໍາເຂົ້ານໍ້າມັນເຊື້ອໄຟມາຂາຍໃນທ້ອງຕະຫລາດໃນທົ່ວປະເທດ, ສົ່ງຜົນເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກຫລາຍຢ່າງ, ທັງເປັນການສູນເສຍລາຍຮັບງົບປະມານຂອງລັດຖະບານເປັນຈໍານວນມະຫາສານ, ດັ່ງປະກົດໃນຕົວເລກການອະ

ນຸມັດຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃນທົ່ວປະເທດໃນໄລຍະຜ່ານມາຮອດເດືອນພຶດສະພາ 2016 ມີທັງໝົດ 1,49 ຕື້ລິດ, ຕົກເປັນມູນຄ່າ 1.495 ຕື້ກີບ. ຈາກຄວາມເສຍຫາຍຫລວງຫລາຍນີ້, ລັດຖະບານຈຶ່ງໃຫ້ຢຸດຕິການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊືອໄຟທຸກປະເພດ ລວມທັງຮັບໃຊ້ໂຄງການຊ່ວຍເຫລືອລ້າ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບນໍາດ້ວຍ.  

No comments:

Post a Comment