Ad

Ad

8 August 2016

ສາທາລະນະສຸກເນັ້ນໃຫ້ຜູ້ປະກອບການໂຮງງານນ້ຳດື່ມ, ນ້ຳກ້ອນ, ໂຮງແຮມ, ຮ້ານອາຫານເອົາໃຈໃສ່ປ້ອງກັນເຊື່ອໄວຣັດຕັບອັກເສບ A

          ເນື່ອງຈາກມີການລະບາດຂອງພະຍາດຕັບອັບເສບ A ຢູ່ແຂວງຊຽງຂວາງໃນໄລຍະຜ່ານມາ ຈົນເຖິງປັດ ຈຸບັນ ແລະ ໄດ້ມີຄົນເຈັບພະຍາດດັ່ງກ່າວເຂົ້າມາປິ່ນປົວຢູ່ນະຄອນຫຼວງວຽງຈັນຈຳນວນໜຶ່ງ, ເພາະພະ ຍາດດັ່ງກ່າວແມ່ນມີການຕິດແປດກັນຜ່ານທາງອາຫານການກິນ ແລະ ການສຳຜັດກັບອາຈົມ, ນ້ຳຍ່ຽວ, ນ້ຳມູກ, ນ້ຳລາຍຂອງຄົນເຈັບ ແລະ ຕ້ອງແຍກເຄື່ອງໃຊ້ສະເພາະໃຫ້ກັບຄົນເຈັບ.ດັ່ງນັ້ນສາທາລະນະສຸກ ນະຄອນລວງຈຶ່ງເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ສິດເພື່ອສະກັດກັ້ນບໍ່ໃຫ້ລະບາດຢູ່ນະຄອນຫຼວງຢ່າງເດັດຂາດ,ໂດຍໄດ້ໄດ້ອອກຄຳສັ່ງແນະນຳໃຫ້ຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍຕ່າງໆໃນນະຄອນຫຼວງວຽງຈັນເອົາໃຈໃສ່ເຝົ້າລະວັງ ແລະ ສະກັ້ນພະ ຍາດດັ່ງກ່າວໃຫ້ມີປະສິດທິພາບ,ພ້ອມກັນນັ້ນກໍໄດ້ອອກແຈ້ງການລະບັບເລກທີ 1058 / ສທວ ລົງວັນທີ 27 ກໍລະກົດ 2016 ເຖິງຜູ້ປະກອບການໂຮງງານນ້ຳດື່ມ,ນ້ຳກ້ອນ,ໂຮງແຮມ,ຮ້ານອາຫານໃນນະຄອນ ຫຼວງວຽງຈັນເອົາໃຈໃສ່ປ້ອງກັນເຊື່ອໄວຣັດຕັບອັກເສບ A ຢ່າງເຂັ້ມງວດຄື:

           1. ພະຍາດອັກເສບຕັບ A ແມ່ນຕິດແປດງ່າຍ ແຕ່ບໍ່ມີຄວາມຮຸນແຮງ ອັດຕາການຕາຍມີພຽງ 0,3%. ສະນັ້ນ ບໍ່ຄວນວິຕົກກັງວົນ ແຕ່ຕ້ອງມີມາດຕະການຄຸມເຂັ້ມ ໂດຍການສ້າງຄວາມເຂົ້າໃຈໃຫ້ກັບອຳນາດການປົກຄອງ, ຊຸມຊົນໃຫ້ມີສ່ວນຮ່ວມໃນດ້ານສຸຂະອະນາໄມສ່ວນບຸກຄົນໃຫ້ຫລາຍຂຶ້ນ (ກິນອາຫານທີ່ຍັງມີຄວາມຮ້ອນ ຕັກແກງຕ້ອງໃຊ້ບ່ວງ ຫລື ຈອງກາງ ລ້າງມືໃສ່ສະບູທຸກຄັ້ງກ່ອນຮັບປະທານອາຫານ ແລະ ຫລັງໃຊ້ຫ້ອງນ້ຳ).
           2. ໃຫ້ຜູ້ປະກອບການໂຮງງານນ້ຳດື່ມ, ນ້ຳກ້ອນ, ຮ້ານອາຫານ ໄດ້ມີການກວດສຸຂະພາບຂອງອ້າຍນ້ອງກຳມະກອນຢູ່ໃນໂຮງງານ, ຮ້ານອາຫານຂອງຕົນເອງທຸກໆ 6 ເດືອນ (ຕາມຂໍ້ແນະນຳຂອງການສ້າງຕັ້ງໂຮງງານ).
           3. ຖ້າແມ່ນກໍລະນີເຫລືອງທີ່ສົງໄສເປັນອັກເສບຕັບ A ຕ້ອງປະຕິບັດການແຍກປ່ຽວຢ່າງເຄັ່ງຄັດ ເພາະພະຍາດດັ່ງກ່າວແມ່ນມີການຕິດແປດກັນງ່າຍໂດຍທາງອາຫານການກິນ ແລະ ການສຳຜັດກັບອາຈົມ, ນ້ຳຍ່ຽວ, ນ້ຳມູກ, ນ້ຳລາຍຂອງຄົນເຈັບ ດ້ວຍການແຍກເຄື່ອງໃຊ້ສະເພາະໃຫ້ກັບຄົນເຈັບ ບໍ່ຄວນໃຫ້ເຂົ້າມາເຮັດວຽກຢູ່ໃນຂະບວນການຜະລິດ ແລະ ສະຖານບໍລິການ.
           4. ໃຫ້ມີການຈັດຕັ້ງໂຄສະນາສຸຂະສຶກສາທັງທາງກວ້າງ ແລະ ທາງເລິກ ເພື່ອໃຫ້ພະນັກງານອ້າຍນ້ອງກຳມະກອນໃນໂຮງງານໄດ້ເຂົ້າໃຈ ແລະ ມີສ່ວນຮ່ວມໃນການວາງມາດຕະການປ້ອງກັນຕົນເອງໃນການຕິດເຊື້ອ ແລະ ສົ່ງເຊື້ອ.
           5. ໃຫ້ແຕ່ລະໂຮງງານ, ຮ້ານອາຫານກວດກາຄືນສະພາບດ້ານສຸຂະອະນາໄມໂນໂຮງງານ, ຮ້ານອາຫານຂອງຕົນເອງເຊັ່ນ: ອະນາໄມສ່ວນບຸກຄົນຂອງອ້າຍນ້ອງກຳມະກອນ, ຫ້ອງນ້ຳສະອາດດີບໍ່,ສະບູລ້າງມືມີໃຫ້ແຂກຄົນໃຊ້ບໍ, ນ້ຳໃຊ້, ນ້ຳດື່ມມີຄວາມຮັບປະກັນດີບໍ.
           6. ຫາກມີເຫດການເກີດຂຶ້ນກ່ຽວຂ້ອງກັບກິດຈະການຂອງຜູ້ປະກອບການເຊັ່ນ: ການເກີດເປັນຈຸ້ມຂອງຄົນເຈັບທີ່ຕິດແປດເຊື້ອອັກເສບຕັບ A ຫລື ພະຍາດອື່ນໆ ທີ່ໄດ້ຜ່ານການສອບສວນວ່າມີການປົນເປື້ອນຂອງຜະລິດຕະພັນຂອງໂຮງງານໃດໜຶ່ງ ຜູ້ປະກອບການຕ້ອງໄດ້ຮັບຜິດຊອບຕໍ່ສັງຄົມ ແລະ ປິດກິດຈະການຊົ່ວຄາວ ຫລື ຍາວນານແລ້ວແຕ່ກໍລະນີ.
   7. ມອບໃຫ້ຂະແໜງການກ່ຽວຂ້ອງ, ຫ້ອງການສາທາລະນະສຸກເມືອງ ສົມທົບກັບສະມາຄົມຂອງຜູ້ປະກອບການ ຈົ່ງໄດ້ເອົາໃຈໃສ່ກວດກາຕິດຕາມການເຄື່ອນໄຫວຂອງຜູ້ປະກອບການດັ່ງກ່າວຢ່າງມີປະສິດທິຜົນ ຫລີກເວັ້ນທີ່ສຸດບໍ່ໃຫ້ມີກໍລະນີລາຍງານຈາກຜະລິດຕະພັນຂອງຜູ້ປະກອບການໃນນະ ຄອນຫລວງ.

    8. ໃຫ້ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ຖ້າມີບັນຫາຫຍຸ້ງຍາກ ຫລື ເຫດການອັນດ່ວນໃຫ້ແຈ້ງມາຍັງປະທານສະມາຄົມ ຫລື ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ເບີໂທ 021 212610, 021 217827.

No comments:

Post a Comment