Ad

Ad

26 February 2016

ຜູ້ຮັບສະໝັກເລືອກຕັ້ງ ສສຊ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນ ເຂດທີ I ນະຄອນຫລວງວຽງຈັນ ເລີ່ມເຄື່ອນໄຫວໂຄສະນາຫາສຽງ

          ໃນວັນທີ 25 ກຸມພານີ້, ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນ ເຂດທີ I ນະຄອນຫລວງວຽງຈັນ, ໄດ້ປາກົດຕົວຕໍ່ມວນຊົນ ເພື່ອນຳສະເໜີຕົນເອງຕໍ່ປະຊາຊົນ, ຊຶ່ງນຳໂດຍມີທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ຊຸດທີ VII, ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍຜູ້ຮັບສະໝັກເລືອກຕັ້ງອື່ນໆ ໃນເຂດໜຶ່ງຈຳນວນ 24 ທ່ານ, ຍິງ 8 ທ່ານຄື: 1.) ທ່ານ ດຣ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VII, ຫົວໜ້າຜູ້ຮັບສະໝັກເລືອກຕັ້ງເຂດທີ I ນະຄອນຫລວງວຽງຈັນ; 2.) ທ່ານ ດຣ. ອານຸພາບ ຕຸນາລົມ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫລວງວຽງຈັນ; 3.) ທ່ານ ຮສ.ດຣ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ; 4.)
ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ; 5.) ທ່ານ ດຣ. ນາງ ບົວຄຳ ທິບພະວົງ ຮອງປະທານກຳມາທິການ ເສດຖະກິດແຜນການ-ການເງິນສະພາແຫ່ງຊາດ; 6.) ທ່ານ ບຸນທ່ຽງ ຂຸນສີ ກຳມະການປະຈຳພັກ ປະທານແນວລາວສ້າງຊາດນະຄອນຫລວງວຽງຈັນ; 7.) ທ່ານ ບຸນທອງ ພົມມະຈັນ ກຳມະການປະຈຳພັກ, ຫົວໜ້າຄະນະຈັດຕັ້ງ
ນະຄອນຫລວງວຽງຈັນ; 8.) ທ່ານນາງ ຄຳຟອງ ພູມວົງໄຊ ສະມາຊິກສະພແຫ່ງຊາດ ຊຸດທີ VII, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ປະຈຳເຂດ 1 ນະຄອນຫລວງວຽງຈັນ; 9.) ທ່ານ ຊົງເລົາ ຢົງນູ ກຳມະການພັກ, ຫົວໜ້າພະແນກພະລັງງານ-ບໍ່ແຮ່ ນະຄອນຫລວງວຽງຈັນ; 10.) ທ່ານ ດຣ. ນາງ ພອນເພັດ ບຸບຜາ ເລຂາໜ່ວຍພັກ, ຫົວໜ້າກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ; 11.) ທ່ານ ຮສ.ດຣ ພຸດສິມ ມາລາວົງ ກຳມະການພັກ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ; 12.) ທ່ານນາງ ຄຳໄພ ລັດສະໝີ ກຳມະການພັກ ນະຄອນຫລວງວຽງຈັນ, ປະທານສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ; 13.) ທ່ານ ດຣ. ລິນຄຳ ດວງສະຫວັນ ກຳມະການພັກ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ; 14.) ທ່ານ ພັທ ບົວເງິນ ຫົງໄຂຄຳ ຄະນະພັກ, ຮອງຫົວໜ້າກອງບັນຊາການທະຫານ ນະຄອນຫລວງວຽງຈັນ; 15.) ທ່ານນາງ ດຳດວນ ຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ; 16.) ທ່ານ ຄຳເຜີຍ ວົງສາຄຳຜຸຍ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ; 17.) ທ່ານ ປຣະຈິດ ໄຊຍະວົງ ຮອງເລຂາໜ່ວຍພັກ ບໍລິສັດລາວລົງທຶນ ແລະ ພັດທະນາຊັບພະຍາກອນ ຈຳກັດ, ຮອງປະທານສະພາການຄ້າອຸດສາຫະກຳ ນະຄອນຫລວງວຽງຈັນ, ປະທານສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດຂອງລາວ, ຄະນະທີ່ປຶກສາສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ, ຜູ້ອຳນວຍການບໍລິສັດຂົນສົ່ງຮຸ້ນສ່ວນ ຈຳກັດ; 18.) ທ່ານ ແກ່ນຄຳ ຫົດທິລາດ ກຳມະການພັກ ນະຄອນຫລວງວຽງຈັນ, ປະທານສະຫະພັນກຳມະບານ ນະຄອນຫລວງວຽງຈັນ; 19.) ທ່ານນາງ ສົມຈັນ ສິງທະບຸດ ຄະນະບໍລິຫານງານ ສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ, ປະທານສະມາຄົມນັກທຸລະກິດຍິງ ນະຄອນຫລວງວຽງຈັນ; 20.) ທ່ານ ບົວເກດ ພົມມະຈັນ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຍຸຕິທຳ ນະຄອນຫລວງວຽງຈັນ; 21.) ທ່ານ ຄຳແກ່ນ ສີຊົມພູ ສະມາຊິກພັກ, ຮອງຫົວໜ້າໄອຍະການປະຊາຊົນ ນະຄອນຫລວງວຽງຈັນ; 22.) ທ່ານນາງ ເກດມະນີ ບັນດາສັກ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ; 23.) ທ່ານ ນາງ ວາລີ ເວດສະພົງ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ 24.) ທ່ານ ສີສຸພັນ ໄຊປັນຍາ ສະມາຊິກພັກ, ຮອງຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ. ໃນນັ້ນ ຜູ້ຮັບສະໝັກເລືອກ ຕັ້ງຄັ້ງນີ້ ແມ່ນມາຈາກສູນກາງ 7 ທ່ານ, ຍິງ 3 ທ່ານ, ມາຈາກນະຄອນຫລວງວຽງຈັນ 17 ທ່ານ, ຍິງ 5 ທ່ານ, ມາຈາກລັດວິສາຫະກິດ 1 ທ່ານ ແລະ ວິສະກະກິດເອກະຊົນ 3 ທ່ານ.

          ໃນຕອນບ່າຍຂອງວັນດຽວກັນ ຜູ້ຮັບສະໝັກເລືອກຕັ້ງ ສສຊ ຊຸດທີ VIII ຍັງໄດ້ອອກເຄື່ອນໄຫວໂຄສະນາຫາສຽງຕາມສະຖານທີ່ຕ່າງໆເປັນຕົ້ນ ມະຫາວິທະຍາໄລແຫ່ງຊາດ, ຊຶ່ງມີຄູ-ອາຈານ ແລະ ນັກສຶກສາຂອງມະຫາວິທະໄລດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

No comments:

Post a Comment