Ad

Ad

26 February 2016

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈັດຂຶ້ນທີ່ໄຫຫນານ, ສປ ຈີນ

ໃນວັນທີ 24 ກຸມພາ 2016, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ເມືອງສັນຢາ, ແຂວງໄຫຫນານ, ສປ ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫລິວ ເຈິນໝິງ (Liu Zhenmin), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານ ວິທະວັດ ສີວິຫົກ, ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດໄທ ແລະ ມີເຈົ້າໜ້າທີ່ອາວຸໂສ ຈາກກະຊວງການຕ່າງປະເທດຂອງກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມແມ່ນເພື່ອກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 1. ໃນນັ້ນ ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງຖະແຫລງການສັນຢາຂອງກອງປະຊຸມຜູ້ນໍາຄັ້ງທີ 1 (Sanya Declaration of the 1st Leaders’ Meeting), ຖະແຫລງການຮ່ວມວ່າດ້ວຍການຮ່ວມມືດ້ານການສ້າງຄວາມອາດສາມາດໃນການຜະລິດ (Joint Statement on Production Capacity among Lancang Mekong Countries) ແລະ ບັນຊີຮ່ວມໂຄງການເຫັນຜົນໄດ້ໄວ. ກອງປະຊຸມໄດ້ເຫັນດີໃນດ້ານຫລັກການຕໍ່ບັນດາຮ່າງເອກະສານຂອງຂອບການຮ່ວມມືດັ່ງກ່າວເພື່ອນໍາສະເຫນີຕໍ່ກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 1 ພິຈາລະນາຮັບຮອງເອົາ.
ໃນໂອກາດດຽວກັນຄະນະຜູ້ແທນກອງປະຊຸມໄດ້ເຂົ້າພົບປະທ່ານ ຫລິວ ສຶກຸ້ຍ (Liu Cigui), ເຈົ້າແຂວງໆໄຫຫນານ ແລະ ໄດ້ໄປຢ້ຽມຢາມສະຖານທີ່ຈັດກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 1, ເຊິ່ງຈະຈັດຂຶ້ນໃນວັນທີ 22-23 ມີນາ 2016 ທີ່ ສປ ຈີນ ເຊັ່ນກັນ.

ສປປ ລາວ ເຫັນວ່າຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງແມ່ນຂອບການຮ່ວມມືທີ່ຫາກໍ່ສ້າງຕັ້ງໃນປີ 2015 ທີ່ຜ່ານມາຈະນໍາເອົາຜົນປະໂຫຍດມາສູ່ 6 ປະເທດອະນຸພາກພື້ນແມ່ນໍ້າຂອງ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສັນຕິພາບ ແລະ ຮັດແຫນ້ນການພົວພັນຮ່ວມມືລະຫວ່າງ 6 ປະເທດແມ່ນໍ້າຂອງໃຫ້ຫລາຍຍິ່ງຂຶ້ນ.

No comments:

Post a Comment